ສະເໜີເຂດປ່າສະຫງວນແຫ່ງຊາດ ນໍ້າປຸຍແຂວງໄຊຍະບູລີ ເຂົ້າເປັນມໍລະດົກທາງທໍາມະຊາດອາຊຽນ
ແຜນຈັດສັນ-ຄຸ້ມຄອງປ່າສະຫງວນແຫ່ງຊາດນໍ້າປຸຍ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 28 ກໍລະກົດຜ່ານມານີ້ ທີ່ແຂວງດັ່ງກ່າວ ເພື່ອປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນເຂົ້າໃສ່ບົດສຶກສາຄວາມເປັນໄປໄດ້ທີ່ຈະນຳສະເໜີປ່າສະຫງວນດັ່ງກ່າວເຂົ້າເປັນມໍລະດົກທາງທໍາມະຊາດອາຊຽນ ແລະ ທ່າແຮງດ້ານການທ່ອງທ່ຽວທາງທໍາມະຊາດເຂດປ່າສະຫງວນແຫ່ງນີ້ ຊຶ່ງປັດຈຸບັນ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສະເໜີເຂດປ່າສະຫງວນແຫ່ງຊາດ ນໍ້າປຸຍແຂວງໄຊຍະບູລີ, ເຂດປ່າສະຫງວນພູຊຽງທອງ ແຂວງຈໍາປາສັກ ແລະ ແຂວງສາລະວັນ ເຂົ້າເປັນອຸທິຍານມໍລະດົກທາງທໍາມະຊາດອາຊຽນແລ້ວ ເມື່ອຕົ້ນປີ 2019 ແລະ ຕົ້ນປີ 2020 ນີ້ ເພື່ອກໍານົດໃຫ້ເປັນເຂດຈັດຕັ້ງປະຕິບັດໂຄງການອະນຸລັກຊີວະນາໆພັນ ພາຍໃຕ້ການສະໜັບສະໜູນດ້ານງົບປະມານ ແລະ ວິຊາການຈາກສູນຊີວະນາໆພັນອາຊຽນ.
ປ່າສະຫງວນແຫ່ງຊາດນໍ້າປຸຍ ແຂວງໄຊຍະບູລີ ມີເນື້ອໃນທັງໝົດ 191.200 ເຮັກຕາ ກວມເອົາ 3 ເມືອງຄື: ເມືອງພຽງ, ປາກລາຍ ແລະ ເມືອງທົ່ງມີໄຊ ເປັນເຂດທີ່ສໍາຄັນໃນການອານຸລັກສັດປ່າ ເປັນຕົ້ນຊ້າງ, ເມີຍ, ເສືອຫລາຍຊະນິດ, ເຍືອງ, ໝີ, ທະນີ ແລະ ເປັນປ່າສະຫງວນແຫ່ງຊາດເຂດດຽວທີ່ຍັງມີທະນີມືຂາວ. ນອກຈາກນັ້ນ ຍັງມີນົກ, ສັດມີນົມ, ສັດເລືອຄານຫລາຍກວ່າຮ້ອຍຊະນິດ ແລະ ມີໄມ້ຫລາຍຊະນິດທີ່ສໍາຄັນ ແລະ ຫາຍາກລະດັບໂລກ. ເພື່ອແນໃສ່ການປົກປັກຮັກສາຄຸນຄ່າດັ່ງກ່າວໃຫ້ມີຄວາມຍືນຍົງ ແລະ ເກີດຜົນປະໂຫຍດແກ່ຊຸມຊົນທ້ອງຖິ່ນ.