ຊາວແຂວງສະຫວັນະເຂດຕ້ອນຮັບຂະບວນແຫ່ຮູບຫຼໍ່ ພຣະເຈົ້າໄຊຍະເສດຖາທິຣາດ ດ້ວຍຈິດໃຈໃສສັດທາ
ຂະບວນເຄື່ອນຍ້າຍຮູບຫຼໍ່ ພຣະເຈົ້າໄຊຍະເສດຖາທິຣາດ ພ້ອມດ້ວຍຮູບຫຼໍ່ຊ້າງ ແລະ ພະພຸດທະຮູບ ຈາກນະຄອນຫຼວງວຽງຈັນ ເພື່ອໄປປະດິດສະຖານແຂວງອັດຕະປື ໄດ້ເຄື່ອນຍ້າຍມາຮອດເທດສະບານແຂວງສະຫວັນນະເຂດ ໃນຕອນບ່າຍຂອງວັນທີ 29 ກໍລະກົດນີ້ ໂດຍມີການນຳພັກ-ລັດ ແລະ ມວນຊົນຊາວແຂວງດັ່ງກ່າວເຂົ້າຮ່ວມເປັນຈຳນວນຫລາຍ ເພື່ອຕ້ອນຮັບທີ່ວົງວຽນອາຊຽນ ຖະໜົນໄກສອນພົມວິຫານ ແລະ ແຫ່ໄປຕາມຖະໜົນຟ້າງຸ່ມ ເພື່ອໄປພັກຄືນທີ່ໜ້າສະໂມສອນຫ້ອງວາການປົກຄອງແຂວງສະຫັວນະເຂດ ແລະ ຈາກນັ້ນ ກໍມີການຮັບຕ້ອນຂອງການນຳແຂວງ ພ້ອມດ້ວຍເຖົ້າແກ່ແນວໂຮມ ແລະ ອອກຕົນຍາດໂຍມຕາມຮີດຄອງປະເພນີລາວກໍມີເຫຼົ້າຂາວ, ຜ້າແພ, ໄກ່ຕົ້ມ ຂັນຫ້າ, ຫຼັງຈາກນັ້ນກໍຮ່ວມພິທີທາງສາສະໜາ.
ຂະບວນເຄື່ອນຍ້າຍແຫ່ຮູບຫຼໍ່ ພຣະເຈົ້າໄຊຍະເສດຖາທິຣາດ ພ້ອມດ້ວຍຊ້າງ ແລະ ພະພຸດທະຮູບ ເດີນທາງຈາກນະຄອນຫຼວງວຽງຈັນແຕ່ວັນທີ 27 ກໍລະກົດ, ໄດ້ພັກແຮມທີ່ແຂວງບໍລິຄຳໄຊ, ແຂວງຄຳມ່ວນ ແລະ ມາໃນມື້ນີ້, ວັນທີ 29 ກໍໄດ້ພັກແຮມທີ່ນະຄອນໄກສອນ ພົມວິຫານ ແຂວງສະຫວັນະເຂດ ເຊິ່ງໄດ້ມີການຄົບງັນຕາມປະເພນີ ທີ່ເດີ່ນຫ້ອງວ່າການປົກຄອງເຊັ່ນ: ພິທີສູດປະລິຕະຄຸນ ຟັງທຳມະເທດສະໜາ, ນຸ່ງຂາວ ໄຫວ້ພະສູດມົນຕະຫຼອດທັງຄືນ ແລະ ຕໍ່ມາເຊົ້າວັນທີ 30 ກໍລະກົດນີ້ ກໍມີພິທີຕັກບາດຖວາຍທານ ຕໍ່ໜ້າຮູບຫຼໍ່ພຣະເຈົ້າໄຊຍະເຊດຖາທິຣາດ ໂດຍພະສົງ 39 ອົງ ຮ່ວມສູດໄຊຍັນໂຕ-ຫົດນໍ້າມົນ ສົ່ງຂະບວນແຫ່ອອກຈາກແຂວງສະຫວັນນະເຂດເພື່ອເຄື່ອນຍ້າຍໄປແຂວງຈໍາປາສັກ.