ສະພາຜູ້ແທນປະຊາຊົນສະຫະລັດ ຮຽກຮ້ອງໃຫ້ຜູ້ແທນປະຊາຊົນທຸກຄົນໃສ່ຜ້າອັດປາກ-ດັງ ແບບບັງຄັບ
July 30, 2020 - 4:04 PM
ການຕັດສິນໃຈໃຫ້ທຸກຄົນໃສ່ຜ້ອັດປາກ-ດັງແບບບັງຄັບ ມີຂື້ນພາຍຫຼັງສະມາຊິກສະພາຜູ້ແທນປະຊາຊົນລັດ Texas, Louie Gohmert ຕິດເຊື້ອໂຄວິດ-19. ທ່ານ Texas Louie Gohmert ກວດພົບເຫັນຕິດເຊື້ອໃນຂະນະທີ່ດຳເນີນການກວດກາຫາເຊື້ອກ່ອນຈະຂຶ້ນເຮືອບິນລຳດຽວກັນກັບປະທານາທິບໍດີ ທຣຳ ໄປລັດເທັກຊັດໃນວັນທີ 29 ກໍລະກົດນີ້.
ທ່ານນາງ Pelosi ປະທານສະພາຕໍ່າຂອງສະຫະລັດ ໃຫ້ຮູ້ວ່າ: ຜ້າອັດປາກ-ດັງຈະຖືກເບີກຈ່າຍໃຫ້ທຸກຄົນຖ້າຜູ້ໃດຫາກລືມມັນໄວ້ເຮືອນ. ບັນດາຜູ້ແທນປະຊາຊົນທຸກຄົນຈະປົດອອກໄດ້ ໃນເມື່ອເຂົ້າສູ່ຫ້ອງປະຊຸມໃຫ່ຍເທົ່ານັ້ນ.
ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ vietnamnet)