ການແຕ່ງດອງແອບແຝງກັບຄົນຕ່າງປະເທດ ແລະ ການໃຫ້ຖືພາ ແບບຜິດກົດໝາຍ ອາດເປັນເຫຍື່ອຂອງການຄ້າມະນຸດ


ບັນຫາການແຕ່ງດອງແອບແຝງກັບຄົນຕ່າງປະເທດ, ການໃຫ້ຖືພາແບບຜິດກົດໝາຍ, ການຂາຍບໍລິການທາງເພດ ຢູ່ບັນດາຮ້ານກິນດື່ມ ແລະ ອື່ນໆ ໂດຍບໍ່ໄດ້ຄຳນຶງຜົນເສຍຫາຍທີ່ຈະຕາມມາ ແລະ ອື່ນໆ ທີ່ຍັງເກີດຂຶ້ນຫລາຍ, ເຊິ່ງອາດເປັນເງື່ອນໄຂໃນການຕົກເປັນເຫຍື່ອຂອງການຄ້າມະນຸດ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກ່າວໃນກອງປະຊຸມສະຫລຸບ ການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2020 ຂອງຄະນະກໍາມະການຕ້ານການຄ້າມະນຸດ, ເຊິ່ງໄດ້ຈັດຂຶ້ນທີ່ກະຊວງແຜນການ ແລະ ການລົງທຶນ ໃນວັນທີ 30 ກໍລະກົດ 2020 ນີ້.
ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ສປປ ລາວ ເປັນປະເທດໜຶ່ງທີ່ມີບັນຫາການຄ້າມະນຸດ, ຊຶ່ງສ່ວນຫລາຍເປັນປະເທດຕົ້ນທາງ ແລະ ທາງຜ່ານຂອງການຄ້າມະນຸດ ເນື່ອງຈາກທີ່ຕັ້ງພູມສັນຖານຂອງປະເທດ ມີຊາຍແດນຕິດຈອດກັບຫລາຍປະເທດ ເຊິ່ງເປັນເງື່ອນໄຂເອື້ອອຳນວຍຄວາມສະດວກ ໃນການເດີນທາງເຂົ້າ-ອອກ ບວກກັບຄ່ານິຍົມຂອງສັງຄົມ, ລະດັບການສຶກສາ ແລະ ສີມືແຮງງານທີ່ຍັງຈຳກັດ, ບັນຫາຄອບຄົວບໍ່ມີຄວາມສະຫງົບສຸກ, ມີການຢ່າຮ້າງ ແລະ ອື່ນໆ, ເຊິ່ງເປັນປັດໄຈເຮັດໃຫ້ໄວໜຸ່ມ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ ຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ. ຍ້ອນເຫັນໄດ້ຜົນກະທົບອັນຮ້າຍແຮງດັ່ງກ່າວນັ້ນ, ໃນໄລຍະຜ່ານມາພັກ-ລັດຖະບານ ໄດ້ພະຍາຍາມເອົາໃຈ ໃສ່ຊີ້ນຳ ໃນການເຄື່ອນໄຫວວຽກງານຕ້ານການຄ້າມະນຸດຕະຫລອດມາ.
ກອງປະຊຸມຄັ້ງນີ້, ມີຈຸດປະສົງເພື່ອຮັບຟັງການສະຫລຸບລາຍງານ ຜົນການເຄື່ອນໄຫວວຽກງານຕ້ານການຄ້າມະນຸດ ໃນໄລຍະ 6 ເດືອນທີ່ຜ່ານມາ, ພ້ອມສັງເກີດຕີລາຄາ ການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ໂດຍສະເພາະ ຈະໄດ້ພ້ອມກັນແກ້ໄຂບັນຫາທີ່ຍັງຄົງຄ້າງ, ພ້ອມກັນຄົ້ນຄວ້າ ແລະ ວາງທິດທາງສືບຕໍ່ໃນການຈັດຕັ້ງປະຕິບັດ ໃຫ້ມີການປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ. ພ້ອມນີ້, ຍັງໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດແຜນງານແຫ່ງຊາດ ໄລ ຍະ 2 ແຕ່ປີ 2017-2020 ແລະ ສ້າງແຜນງານແຫ່ງຊາດໄລຍະ 3 ແຕ່ປີ 2021-2025, ພ້ອມທັງຮັບຟັງການລາຍງານການກະກຽມ ຈັດງານວັນສາກົນຕ້ານການຄ້າມະນຸດປະຈຳປີ 2020.