ແຈ້ງເຕືອນລົມພາຍຸດີເປຣຊັນ

ແຈ້ງເຕືອນລົມພາຍຸດີເປຣຊັນ - 312 - ແຈ້ງເຕືອນລົມພາຍຸດີເປຣຊັນ
ແຈ້ງເຕືອນລົມພາຍຸດີເປຣຊັນ - kitchen vibe - ແຈ້ງເຕືອນລົມພາຍຸດີເປຣຊັນ

ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ​ໄດ້​ແຈ້ງ​ເຕືອນ​ໃນ​ວັນ​ທີ 31 ກໍລະກົດ​ນີ້ ພາຍຸດີເປຣຊັນ (TD) ກຳລັງກໍ່ຕົວຢູ່ທະເລຈີນໃຕ້ ຊຶ່ງມີຈຸດສູນກາງຢູ່ເສັ້ນຂະໜານທີ 16.9 ອົງສາເໜືອ ແລະ ເສັ້ນແວງທີ 113.1 ອົງສາຕາເວັນອອກ, ພວມເຄື່ອນທີ່ໄປທາງທິດຕາເວັນຕົກ-ຕາເວັນຕົກສຽງເໜືອດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ ຊຶ່ງຈະເຮັດໃຫ້ລົມມໍລະສຸມຕາເວັນຕົກສຽງໃຕ້ຈະມີກຳລັງແຮງ​ເພີ່ມຂຶ້ນ ແລະ ຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼຶ້ອມໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ແລະ ຈະມີຝົນຕົກໜັກຢູ່ບາງທ້ອງຖິ່ນແຂວງພາກກາງລົງຫາພາກໃຕ້ຂອງ​ລາວ. ດັ່ງນັ້ນ ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທຸກຂັ້ນໃຫ້ມີສະຕິລະມັດລະວັງຕໍ່ສະພາບລົມພັດແຮງ, ຝົນຕົກໜັກທີ່ຈະເຮັດໃຫ້ເກີດມີຟ້າຜ່າ, ນໍ້າຖ້ວມຊຸ, ຖ້ວມອັ່ງ ແລະ ດິນເຈື່ອນ ຢູ່ບັນດາແຂວງດັ່ງກ່າວ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດໃນໄລຍະ 1 ຫາ 2 ວັນຕໍ່ໜ້ານີ້.

ແຈ້ງເຕືອນລົມພາຍຸດີເປຣຊັນ - 5 - ແຈ້ງເຕືອນລົມພາຍຸດີເປຣຊັນ
ແຈ້ງເຕືອນລົມພາຍຸດີເປຣຊັນ - 3 - ແຈ້ງເຕືອນລົມພາຍຸດີເປຣຊັນ
ແຈ້ງເຕືອນລົມພາຍຸດີເປຣຊັນ - 4 - ແຈ້ງເຕືອນລົມພາຍຸດີເປຣຊັນ
ແຈ້ງເຕືອນລົມພາຍຸດີເປຣຊັນ - Visit Laos Visit SALANA BOUTIQUE HOTEL - ແຈ້ງເຕືອນລົມພາຍຸດີເປຣຊັນ