ນໍ້າໝາກພິລາປ້ອງກັນສະໝອງເສື່ອມ
July 31, 2020 - 3:35 PM
ມຸມສຸຂະພາບ ກິນດີ ສັນຫາເຄື່ອງດື່ມເພື່ອສຸຂະພາບມາໃຫ້ທ່ານໄດ້ລອງ ວ່າດ້ວຍເລື່ອງຂອງອາການສະໝອງເສື່ອມ ເຊິ່ງສາມາດປ້ອງກັນດ້ວຍໝາກພິລາ ໝາກໄມ້ຫລາຍຄຸນຄ່າ ສີສັນງົດງາມ ສ້າງສັນເປັນເຄື່ອງດື່ມທີ່ທັນສະໄໝໄດ້ ເພາະເປັນໝາກໄມ້ທີ່ມີສັບພະຄຸນປ້ອງກັນອາການຫລັງໆລືມໆ ທັງຍັງຊ່ວຍບຳລຸງສຸຂະພາບຜິວໃຫ້ກ້ຽງງາມສົດໃສຂຶ້ນໄດ້ນຳ.
ແກ່ນໝາກພິລາອຸດົມໄປດ້ວຍສານຕ້ານອະນຸມູນອິດສະລະ ໂຕການກໍ່ພະຍາດມະເຮັງ. ນອກຈາກໝາກພິລາແລ້ວ ເຄື່ອງດື່ມນີ້ຍັງສາມາດຕື່ມໝາກໄມ້ຊະນິດອື່ນໃສ່ນຳໄດ້ ເພື່ອເພີ່ມຄຸນຄ່າ ເຊິ່ງມີທັງໝາກໂມ, ໝາກນາວ, ໝາກກ້ຽງ ແລະ ໝາກນັດ ທີ່ສາມາດເພີ່ມວິຕາມິນ C ເພື່ອຫລຸດຄວາມເສື່ອມສະພາບຂອງແຊນ ແລະ ເຮັດໃຫ້ບາດແຜເຊົາໄວຂຶ້ນ.
- ສ່ວນປະສົມທີ່ຕ້ອງກະກຽມປະກອບມີ ໝາກພິລາ, ໝາກໂມ, ໝາກນາວ, ໝາກກ້ຽງ ແລະ ໝາກນັດ.
- ຂັ້ນຕອນການເຮັດແມ່ນເລີ່ມຈາກການແກະເອົາແກ່ນໝາກພິລາອອກມາ ແລ້ວໃຊ້ຜ້າຂາວບາງຫໍ່, ບີບເອົາແຕ່ນຳ້. ສ່ວນປະສົມຊະນິດອື່ນໆກໍຄັ້ນເອົາແຕ່ນຳ້ຄືກັນ ແລ້ວຈຶ່ງເອົາສ່ວນປະສົມທັງໝົດມາປັ່ນປະສົມກັນ ຈາກນັ້ນເອົາໄປປັ່ນໃສ່ກັບນໍ້າກ້ອນ ເຮັດເປັນນໍ່້າປັ່ນອີກເທື່ອໜຶ່ງ ທ່ານກໍຈະໄດ້ເຄື່ອງດື່ມທີ່ຫວານອົມສົ້ມເຢັນຊື່ນໃຈດື່ມໄດ້ທັນທີ ເຊິ່ງດື່ມເປັນປະຈຳຈະຊ່ວຍບຳລຸງສະໝອງ, ເພີ່ມປະສິດທິພາບການຈື່ຈຳ ຫລຸດບັນຫາອາການຫລົງໆລືມໆໄປໄດ້ເລີຍ.