ສະຫລຸບບັນຫາໜ້າສົນໃຈທົ່ວໂລກວັນທີ 1 ສິງຫາ 2020
- ລັດຖະບານອາເມລິກາ ໄດ້ປະກາດຂໍ້ຕົກລົງມູນຄ່າ 2,1 ພັນລ້ານໂດລາກັບ 2 ບໍລິສັດດ້ານການຢາຄື Sanofi ຂອງຝຣັ່ງ ແລະ GSK ຂອງອັງກິດ ເພື່ອໃຫ້ພວກເຂົາຊ່ວຍພັດທະນາວັກແຊງ COVID-19.
ຂໍ້ຕົກລົງດັ່ງກ່າວປະກອບມີວັກແຊງ 100 ລ້ານເຂັມ ແລະ ຕົວເລກທີ່ພວກເຂົາຈະສາມາດສັ່ງຊື້ເພີ່ມໄດ້ອີກເຖິງ 500 ລ້ານເຂັມ ຖືເປັນຂໍ້ຕົກລົງໃຫຍ່ທີ່ສຸດຂອງອາເມລິກາ. ຫລັງຈາກຕົວເລກຜູ້ຕິດເຊື້ອພາຍໃນປະເທດເພີ່ມສູງເຖິງ 4,5 ລ້ານຄົນ.
ເຖິງຢ່າງໃດກໍຕາມ, ເລື່ອງນີ້ກຳລັງເປັນຂໍ້ກັງວົນສຳລັບຫລາຍໆປະເທດໃນທາງຂອງການກັກກັນຕົວຢ່າງຢາປິ່ນປົວພະຍາດ ໂດຍສະເພາະປະເທດທຸກຍາກທີ່ບໍ່ສາມາດຈ່າຍເງິນແພງໆເພື່ອຊື້ວັກແຊງໄດ້.
- ຝ່າຍບໍລິຫານຂອງ ທຣຳ ສັ່ງຫ້າມການໃຊ້ງານ TikTok ທັງໝົດພາຍໃນອາເມລິກາ ເຊິ່ງ Application ດັ່ງກ່າວກຳລັງເປັນ 1 ໃນແອັບພລິເຄຊັນແຊວີດີໂອທີ່ໄດ້ຮັບຄວາມນິຍົມສູງສຸດພາຍໃນປະເທດຂອງພວກເຂົາ.
ກ່ອນໜ້ານີ້ ມີຂ່າວອອກມາ ທຣຳ ໄດ້ສັ່ງໃຫ້ ByteDance ປົດຕົນເອງອອກຈາກການເປັນເຈົ້າຂອງ TikTok ຢູ່ອາເມລິກາ ເຊິ່ງ Microsoft ລະບຸວ່າຕົນເອງກຳລັງເປັນຜູ້ທີ່ສົນໃຈຊື້ກິດຈະການນີ້.
ແລະ ເມື່ອບໍ່ດົນມານີ້ ໄດ້ມີຂ່າວອອກມາວ່າ ທຣຳ ປ່ຽນໃຈເປັນການສັ່ງຫ້າມ TikTok ທັງໝົດພາຍໃນອາເມລິກາແທນ.
TikTok ໄດ້ຮັບການກວດສອບຂໍ້ມູນຈິງຢູ່ວໍຊິງຕັນ ເນື່ອງຈາກຂໍ້ກັງວົນດ້ານຄວາມປອດໄພ ແລະ ການເປັນສ່ວນຕົວຂອງຊາວອາເມລິກາ ວ່າບໍລິສັດທີ່ປະເທດຈີນເປັນເຈົ້າຂອງໄດ້ໃຊ້ການເຂົ້າເຖິງຂໍ້ມູນສ່ວນຕົວຂອງພວກເຂົາ ແລະ ກາຍເປັນສື່ກະແສຫລັກທີ່ມີອິດທິພົນຫລາຍ ໂດຍສະເພາະໃນໄວໜຸ່ມຊາວອາເມລິກາ.
- GDP ຂອງປະເທດໃນເຂດສະຫະພາບເອີຣົບຫລຸດລົງສະເລ່ຍ 12,1% ເມື່ອທຽບໃສ່ໄຕມາດ (Q/Q) ໂດຍແອັສປາຍໄດ້ຮັບຜົນກະທົບໜັກທີ່ສຸດເຮັດໃຫ້ GDP ຫລຸດລົງ 18,5%. ຂະນະທີ່ GDP ຂອງຝຣັ່ງ, ອິຕາລີ, ເຢຍລະມັນ ຫລຸດລົງ 13,8%, 12,4% ແລະ 10,1% ຕາມລຳດັບ.
ມາດຕະການ Furlough schemes ເຊິ່ງລັດຖະບານຈະຈ່າຍເງິນເດືອນ 80% ຂອງຈຳນວນເງິນເດືອນປົກກະຕິໃຫ້ແກ່ລູກຈ້າງຂອງບໍລິສັດຕ່າງໆໄດ້ປ້ອງກັນບໍ່ໃຫ້ອັດຕາວ່າງງານເພີ່ມສູງຂຶ້ນອີກ ໂດຍ Unemployment Rate ຂອງພວກເຂົາຢູ່ປະມານ 7,8% ເຊິ່ງເພີ່ມຂຶ້ນເລັກໜ້ອຍເທົ່ານັ້ນຈາກປີກ່ອນ.
ເມື່ອມາດຕະການເຫລົ່ານີ້ໝົດລົງ ຜູ້ຊ່ຽວຊານ ແລະ ນັກວິເຄາະຫລາຍຄົນກຳລັງຊອກຫາກະແສການເລີກຈ້າງຄັ້ງໃຫຍ່ທີ່ກຳລັງຈະຕາມມາ.
- Carrie Lam ຜູ້ບໍລິຫານສູງສຸດຂອງຮົງກົງໄດ້ປະກາດເລື່ອນການເລືອກຕັ້ງສະພານິຕິບັນຍັດຂອງເມືອງອອກໄປ 1 ປີ ເຊິ່ງເມື່ອກ່ອນມີກຳນົດຈະຈັດຂຶ້ນໃນເດືອນກັນຍາປີນີ້ ໂດຍນາງກ່າວໂທດການລະບາດຂອງ COVID-19.
ເຖິງຢ່າງໃດກໍຕາມ, ນັກວິຈານກ່າວຫານາງໃນເລື່ອງຂອງການຂັດຂວາງການຈັດຕັ້ງກຸ່ມສະໜັບສະໜູນປະຊາທິປະໄຕພາຍໃນເມືອງ. ຂະນະທີ່ສື່ຈີນລາຍງານວ່າ: ລັດຖະບານກາງຂອງປັກກິ່ງກຳລັງພິຈາລະນາຈະອອກໝາຍຈັບນັກເຄື່ອນໄຫວ 6 ຄົນ ເຊິ່ງໜີອອກດິນແດນໄປແລ້ວ.
- ສານອຸທອນອາເມລິກາ ໄດ້ກັບຄຳພິພາກສາຂອງພວກເຂົາຕໍ່ Dzhokhar Tsarnaev ຜູ້ເຊິ່ງຖືກຕັດສິນໂທດວ່າເປັນຜູ້ວາງລະເບີດໃນງານ Boston Marathon ເມື່ອ 2 ປີກ່ອນ ໂດຍຄະນະຜູ້ຕັດສິນ 3 ຄົນພົບວ່າຜູ້ພິພາກສາ ເຊິ່ງເປັນປະທານໃນຄະດີບໍ່ໄດ້ຕັດສິນລູກຂຸນຢ່າງຖີ່ຖ້ວນ.
ເຫດການລະເບີດຄັ້ງນັ້ນໄດ້ຂ້າຊີວິດຄົນໄປ 3 ຄົນ ແລະ ບາດເຈັບອີກຢ່າງໜ້ອຍ 260 ຄົນ.
ເຖິງຢ່າງໃດກໍຕາມ, ປັດຈຸບັນ Dzhokhar Tsarnaev ຍັງຕ້ອງໃຊ້ຊີວິດຢູ່ຄຸກ ຈົນກວ່າຈະມີຄຳຕັດສິນຂອງສານດີກາອອກມາ.
- James Murdoch ຫລ້າສຸດຈາກຄະນະຜູ້ບໍລິຫານຂອງ News Corp ເຊິ່ງເປັນກຸ່ມຂອງອານາຈັກສື່ຍັກໃຫຍ່ລະດັບໂລກຄື Wall Street Journal ແລະ Fox News ໂດຍໃຫ້ເຫດຜົນເຖິງການບໍ່ເຫັນພ້ອມຂອງທ່ານຕໍ່ເນື້ອໃນຂອງບັນນາທິການ.
(ຄວາມຈິງແລ້ວເປັນທີ່ຮູ້ກັນດີວ່າລາວບໍ່ພໍໃຈກ່ຽວກັບການລາຍງານຂ່າວທີ່ສະໜັບສະໜູນປະທານາທິບໍດີ ໂດນັລ ທຣຳ ລວມທັງຂ່າວເລື່ອງການປ່ຽນແປງຂອງສະພາບອາກາດ).
Murdoch ຄັ້ງໜຶ່ງເຄີຍເປັນຄົນທີ່ກຳລັງຈະຖືກຄັດເລືອກໃຫ້ເປັນປະທານຂອງ New Corp ເຊິ່ງສ້າງຕັ້ງໂດຍ Rupert ພໍ່ຂອງລາວ.
- Nvidia ບໍລິສັດເຕັກໂນໂລຊີຍັກໃຫຍ່ແຫ່ງໜຶ່ງຂອງອາເມລິກາ ໄດ້ລາຍງານວ່າພວກເຂົາກຳລັງເຈລະຈາຂໍຊື້ກິດຈະການຂອງ Arm ບໍລິສັດຜູ້ຜະລິດຊິບຂອງອັງກິດທີ່ມີອັດຕາສ່ວນຜູ້ໃຊ້ເຖິງ 70% ຂອງປະຊາກອນໂລກ ຕັ້ງຖິ່ນຖານຢູ່ Silicon Fen ປະເທດອັງກິດ ໂດຍບໍລິເວນດັ່ງກ່າວຢູ່ອ້ອມຮອບເມືອງ Cambridge ເຊິ່ງເປັນທີ່ຕັ້ງຂອງກຸ່ມບໍລິສັດເຕັກໂນໂລຊີຫລາຍແຫ່ງ.
ກ່ອນໜ້ານີ້ໃນປີ 2016 ບໍລິສັດ Arm ເຄີຍຖືກຊື້ກິດຈະການດ້ວຍມູນຄ່າ 3,2 ໝື່ນລ້ານໂດລາ ໂດຍ SoftBank ເຊິ່ງເປັນບໍລິສັດຂອງຍີ່ປຸ່ນທີ່ເນັ້ນລົງທຶນທາງດ້ານເຕັກໂນໂລຊີ.
ຖ້າການເຈລະຈາເພື່ອລວມກິດຈະການຄັ້ງນີ້ປະສົບຜົນສຳເລັດ ຄາດວ່າຈະຊ່ວຍໃຫ້ຖານະຂອງ Nvidia ເຊິ່ງເປັນຜູ້ຜະລິດ Semiconductors ໃຫຍ່ທີ່ສຸດຂອງອາເມລິກາແຂງແກ່ນຂຶ້ນໄປອີກ.