ຫວຽດ​ນາມ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກສັນ​ຍາ EVFTA ​ເລີ່ມ​ແຕ່​ວັນ​ທີ 1 ສິງ​ຫາ

ຫວຽດ​ນາມ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກສັນ​ຍາ evfta ​ເລີ່ມ​ແຕ່​ວັນ​ທີ 1 ສິງ​ຫາ - Time fo an Adventure 7 - ຫວຽດ​ນາມ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກສັນ​ຍາ EVFTA ​ເລີ່ມ​ແຕ່​ວັນ​ທີ 1 ສິງ​ຫາ
ຫວຽດ​ນາມ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກສັນ​ຍາ evfta ​ເລີ່ມ​ແຕ່​ວັນ​ທີ 1 ສິງ​ຫາ - kitchen vibe - ຫວຽດ​ນາມ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກສັນ​ຍາ EVFTA ​ເລີ່ມ​ແຕ່​ວັນ​ທີ 1 ສິງ​ຫາ

ຖະ​ແຫຼງ​ການ​ຂອງ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ​ໄດ້​ຢັ້ງ​ຢືນ​ວ່າ ສັນ​ຍາ​ກາ​ນ​ຄ້າ​ເສ​ລີ​ສະ​ຫະ​ພາບ​ເອີ​ລົບ(EU) – ຫວຽດ​ນາມ (EVFTA) ເຊິ່ງ​ແມ່ນ​ສັນ​ຍາ​ການ​ຄ້າ​ຮອບ​ດ້ານ​ທີ່​ສຸດ ໂດຍ EU ໄດ້​ເຊັນ​ກັບ​ປະ​ເທດ​ກຳ​ລັງ​ພັດ​ທະ​ນານັ້ນ ແມ່ນມີຜົນ​ສັກ​ສິດນັບ​ແຕ່​ວັນ​ທີ 1 ສິງ​ຫາ​ເປັນ​ຕົ້ນ​ໄປ.

ຖະ​ແຫຼງ​ການ​ທີ່​ໄດ້​ປະ​ກາດ​ອອກ​ໄປ​ໃນ​ວັນ​ທີ 31 ກໍ​ລະ​ກົດ, ທ່ານນາງປະ​ທານ​ຄະ​ນະກຳ​ມະ​ການເອີ​ລົບ Ursula von der leyen ໃຫ້​ຮູ້​ວ່າ ປັດ​ຈຸ​ບັນ ເສດ​ຖະ​ກິດ​ເອີ​ລົບ​ພວມ​ຕ້ອງ​ການ​ທຸກ​ກາ​ລະ​ໂອ​ກາດ​ເພື່ອ​ຟື້ນ​ຟູ​ກຳ​ລັງ​ແຮງ​ພາຍຫຼັງ​ວິ​ກິດ​ການ​ຈາກ​ໂລກ​ລະ​ບາດ Covid – 19. ສັນ​ຍາ​ການ​ຄ້າ​ສະ​ບັບ​ຕ່າງໆ, ຕົວ​ຢ່າງ​ຄື: ສັນ​ຍາ​ທີ່​ມີ​ຜົນ​ສັກ​ສິດ​ກັບ​ຫວຽດ​ນາມ​ໃນ​ວັນ​ທີ 1 ສິງ​ຫາ​ນັ້ນ, ຈະ​ນຳ​ມາ​ໃຫ້​ບັນ​ດາ​ບໍ​ລິ​ສັດ​ຂອງ​ເອີ​ລົບ​ກ່ຽວ​ກັບ​ກາ​ລະ​ໂອ​ກາດ​ໄດ້​ສຳ​ຜັດ​ກັບ​ຕະຫຼ​າດ​ທີ່​ຫາ​ກໍ່​ພົ້ນ​ເດັ່ນ ແລະ ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ຊາວ​ເອີ​ລົບ.

ຕາມ​ນັ້ນ​ແລ້ວ, ບັນ​ດາ​ປະ​ເພດ​ສິນ​ຄ້າ​ຕົ້ນ​ຕໍ​ຂອງ​ຫວຽດ​ນາມ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ສັນ​ຍາ​ສະ​ບັບ​ນີ້. ຕາມ​ສະ​ຫະ​ສະ​ມາ​ຄົມ​ປຸງ​ແຕ່ງ ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ​ຫວຽດນາມ​ແລ້ວ, ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ຈາກ​ຫວຽດ​ນາມ ໄປ​ຍັງ EU ພວ​ມ​ຢືນ​ຢູ່​ຕໍ່​ໜ້າ​ກາ​ລະ​ໂອ​ກາດ​ອັນ​ໃຫຍ່ຫຼ​ວງ, ເມື​ື່ອ​ວິ​ສາ​ຫະ​ກິດ​ສາ​ມາດ​ສຳ​ຜັດ​ກັບ​ຕະຫຼາດ​ບໍ​ລິ​ໂພ​ກ​ອຸ​ປະ​ໂພກ​ສິນ​ໃນ​ນ້ຳ​ຂະ​ໜາດ​ໃຫຍ່​ ດ້ວຍ​ລະ​ດັບ​ການ​ບໍ​ລິ​ໂພກ​ອຸ​ປະ​ໂພກ​ສະ​ເລ່ຍ​ບັນ​ລຸ 22,03 ກິ​ໂລ​ກຼາມ/ຄົນ, ສູງ​ກ່​ວາ 5,34 ກິ​ໂລ​ກຼາມເມື່ອ​ທຽບ​ໃສ່​ລະ​ດັບ​ສະ​ເລ່ຍ​ຂອງ​ໂລກ.

ສຳ​ລັບ​ຂະ​ແໜງ​ໄມ້, ປັດ​ຈຸ​ບັນ EU ແມ່ນ​ຕະຫຼາດ​ນຳ​ເຂົ້າ​ຜ​ະ​ລິດ​ຕະ​ພັນ​ໄມ້​ໃຫຍ່​ອັນ​ດັບ​ທີ 2 ໃນ​ໂລກ, ເຖິງວ່າ ຫວຽດ​ນາມ ແມ່ນ 1 ໃນ​ຈຳ​ນວນ 5 ປະ​ເທດ ປຸງ​ແຕ່ງ, ສົ່ງ​ອອກ​ໄມ້​ໃຫ່​ຍ​ທີ່​ສຸດ​ກໍ່​ຕາມ ແຕ່​ວົງ​ເງິນ​ສົ່ງ​ອອກ​ໄປ​ຍັງ EU ຍັງ​ຈຳ​ກັດ​ຢູ່, ກວມ​ເອົາ​ພຽງ​ແຕ່​ກ່​ວາ 1% ຂອງ​ຄວາມ​ຕ້ອງ​ການ​ນຳ​ເຂົ້າຜະ​ລິດ​ຕ​ະ​ພັນ​ໄມ້​ທັງ​ໝົດ ​ໃນ​ແຕ່​ລະ​ປີຂອງ​ຕະຫຼາດເອີ​ລົບນີ້.

ຫວຽດ​ນາມ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກສັນ​ຍາ evfta ​ເລີ່ມ​ແຕ່​ວັນ​ທີ 1 ສິງ​ຫາ - 3 - ຫວຽດ​ນາມ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກສັນ​ຍາ EVFTA ​ເລີ່ມ​ແຕ່​ວັນ​ທີ 1 ສິງ​ຫາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!