ດານັງ ສສ ຫວຽດນາມສ້າງໂຮງໝໍດ່ວນ ພຽງ 4 ວັນ ເພື່ອຮັບມືຜູ້ຕິເຊື້ອໂຄວິດ-19
August 3, 2020 - 11:02 AM


ເພື່ອຮັບມືຜູ້ຕິເຊື້ອໂຄວິດ-19 ອີງຕາມຂ່າວຈາກຫວຽດນາມ ເມື່ອວັນທີ 2 ສິງຫານີ້ ໃຫ້ຮູ້ວ່າ: ດານັງໄດ້ດຳເນີນການດັດແປງເອົາສະໜາມກິລາໃນຮົ່ມ ຕຽນເຊີນ ເປັນໂຮງໝໍຮັບມືຜູ້ຕິດເຊື້ອໂຄວິດ-19 ໂດຍດ່ວນ, ຄາດວ່າຈະມີ 300 ຕຽງ, ຈະໃຊ້ເວລາດັດແປງ, ກໍ່ສ້າງພຽງແຕ່ 3-4 ວັນເທົ່ານັ້ນ ນັບທັງການຕິດຕັ້ງອຸປະກອນ, ເຄື່ອງມືການແພດທີ່ຈຳເປັນ, ຕຽງຄົນເຈັບ, ລະບົບນໍ້າ, ໄຟ ເພື່ອໃຫ້ໄດ້ນຳໃຊ້ຢ່າງເປັນທາງການໃນວັນທີ 6 ຫຼື 7 ສິງຫານີ້.