ເຈົ້າໜ້າທີ່ຢູ່ສີລັງກາ ເລັ່ງນຳຈັບ “ແມວຂົນຢາ” ໂຕນຄຸກ


ສີລັງກາເລັ່ງຄົ້ນຫາ “ແມວ” ໜີອອກຈາກຄຸກ ຫລັງຖືກກັກຂັງໂທດຖານຂົນຢາເສບຕິດ ເຜີຍ ເປັນຂໍ້ມູນສຳຄັນເພື່ອຂະຫຍາຍຜົນທາງຄະດີ.
ສຳນັກຂ່າວຊິນຮົວລາຍງານວ່າ: ໃນວັນທີ 3 ສິງຫານີ້, ສື່ທ້ອງຖິ່ນຂອງສີລັງກາລາຍງານວ່າ: “ແມວ” ເຊິ່ງຖືກກັກຂັງຂໍ້ຫາຂົນຢາເສບຕິດເຂົ້າໄປໃນຄຸກ Welikada Prison ຢູ່ນະຄອນຫລວງໂຄລຳໂບ ເມືອງຫລວງຂອງປະເທດ ໄດ້ຫລົບໜີອອກຈາກຄຸກທີ່ມີເຈົ້າໜ້າທີ່ເຝົ້າຍາມຢ່າງໜາແໜ້ນ ຫລັງຖືກຈັບກຸມໄດ້ພຽງບໍ່ເທົ່າໃດມື້.
ໜັງສືພິມ Aruna ອ້າງເຈົ້າໜ້າທີ່ຍາມຄຸກວ່າ: ໃນວັນທີ 1 ສິງຫາ ເຈົ້າໜ້າທີ່ຮັກສາຄວາມປອດໄພຂອງຄຸກ ກວດພົບວ່າແມວໂຕນີ້ມີຖົງປລາສຕິກຂະໜາດນ້ອຍມັດຢູ່ອ້ອມຄໍ ເຊິ່ງພາຍໃນບັນຈຸເຮໂຣອິນເກືອບ 2 ກຣາມ, ຊິມກາດ 2 ອັນ ແລະ ຊິບໜ່ວຍຄວາມຈຳ ໂດຍຜົນການສືບສວນພົບວ່າແມວໂຕນີ້ລັກລອບຂົນຢາເສບຕິດ ແລະ ສິ່ງຕ້ອງຫ້າມເຂົ້າຄຸກເວລິກາດາ.
ແມວໂຕດັ່ງກ່າວຈຶ່ງຖືກກັກຂັງຢູ່ຄຸກ ເພື່ອສືບສວນ-ສອບສວນຫາເຈົ້າຂອງຕໍ່ໄປ, ແຕ່ພັດຫລົບໜີອອກມາໄດ້ໃນວັນທີ 2 ສິງຫາ, ທາງການທ້ອງຖິ່ນຈຶ່ງເລີ່ມພາລະກິດໄລ່ລ່າເພື່ອນຳຈັບມັນກັບມາ ໂດຍເຈົ້າໜ້າທີ່ຝ່າຍສືບສວນເຊື່ອວ່າ: ແມວໂຕນີ້ຖືກໃຊ້ເປັນຜູ້ລັກລອບຂົນສົ່ງສິ່ງຜິດກົດໝາຍເປັນປະຈຳ.