ທຣຳ ວາງເສັ້ນຕາຍໃຫ້ TikTok ວັນທີ 19 ກັນຍາ ນີ້
August 4, 2020 - 1:03 PM
ວັນທີ 3 ສິງຫານີ້ ສຳນັກຂ່າວ ຂອງຫວຽດນາມໃຫ້ຮູ້ວ່າ: ປະທານາທິບໍດີ ໂດນັລທຣຳ ກ່າວວ່າ: ແອປລີເຄຊັ່ນການແບ່ງປັນ ວີດິໂອTikTok ຂອງຈີນຢູ່ໃນສະຫະລັດຈະຖືກປິດ “ຮ້ານລົງ” ຖ້າພວກເຂົາຫາກບໍ່ຂາຍກິດຈະການກ່ອນກຳນົດເວລາເສັ້ນຕາຍຄືວັນທີ 19 ກັນຍາ, ພ້ອມດຽວກັນນັ້ນ ກໍຕ້ອງເຫັນດີຂາຍ TikTok ອອກໄປ ຫຼື ຂາຍຄືນໃຫ້ Microsoft. ຖ້າບໍ່ດັ່ງນັ້ນກໍຈະຖືກຫ້າມເຄື່ອນໄຫວຢູ່ໃນສະຫະລັດ.
ສຳນັກຂ່າວ AFP ຕີລາຄາວ່າ ມີປະມານ 1 ຕື້ຄົນໃນໂລກທີ່ນຳໃຊ້ແອບດັ່ງກ່າວເພື່ອສ້າງ ວີດິໂອພຽງ 60 ວິນາທີໃນມືຖື. TikTok ໄດ້ກາຍເປັນສະໜາມຮົບໃໝ່ໃນການຕໍ່ສູ້ປະເຊີນໜ້າກັນທາງດ້ານການເມືອງ ແລະ ການຄ້າລະຫວ່າງສະຫະລັດ ແລະ ຈີນ ໃນຂະນະນີ້.
ຂ່າວ: ລູກເມືອງພວນ