ແນວລາວສ້າງຊາດຄັນທຸງແຫ່ງຄວາມສາມັກຄີປອງດອງ
ໂດຍ: ທິດກໍ່າ
ເມື່ອກ່າວເຖິງມູນເຊື້ອຄວາມເປັນມາແຫ່ງຄວາມສາມັກຄີປອງດອງຂອງແນວລາວສ້າງຊາດຕ້ອງຢ້ອນຄືນໄປໃນອະດີດຕະການຜ່ານມາ ແລ້ວຈຶ່ງມາເບິ່ງໃນປັດຈຸບັນ ແລະ ຫລິງໄປໃນອະນາຄົດ. ກ່ອນໜ້ານີ້ຫລາຍຮ້ອຍປີ, ປະເທດລ້ານຊ້າງທີ່ກວ້າງໃຫຍ່ໄພສານຂອງພວກເຮົາໄດ້ເຊື່ອມໂຊມ, ແຕກແຫງ ແລະ ຈິບຫາຍວາຍວອດ ຍ້ອນບໍ່ມີຄວາມສາມັກຄີປອງດອງກັນພາຍໃນຊາດ. ສະພາບດັ່ງກ່າວແມ່ນເລີ່ມມີມານັບແຕ່ສົມເດັດ ພຣະເຈົ້າ ສຸຣິຍະວົງສາ ທຳມິກະລາດ ໄດ້ຊິ້ນພະຊົນ (ຕາຍ) ໃນປີ 1960 ລວມອາຍຸຂອງເພິ່ນໄດ້ 82 ພັນສາ ຂຶ້ນຄອງລາດໄດ້ນານເຖິງ 57 ປີ.
ຈາກນັ້ນມາ ແຕ່ລະເຈົ້າກໍເລີ່ມມີການຂັດແຍ່ງ, ແຕກແຫງ, ຫາວິທີປອງຮ້າຍຂ້າກັນ ເພື່ອຍາດແຍງຂຶ້ນຄອງອຳນາດ, ສຸດທ້າຍມາ ປະເທດລ້ານຊ້າງກໍຖືກຕັດແບ່ງອອກເປັນ 3 ກົກ (3 ອານາຈັກ) ຄື: ອານາຈັກຫລວງພະບາງ, ວຽງຈັນ ແລະ ຈຳປາສັກ. ເມື່ອເຫັນປະເທດລ້ານຊ້າງຕົກຢູ່ໃນຊາຕາກຳລົງຄ້ອຍ ປະເທດສະຫຍາມກໍຫາວິທີຍຸແຍ່, ບຽດບຽນ, ແບ່ງແຍກ ແລ້ວກໍສວຍໂອກາດບຸກຍຶດຕີເອົາປະເທດລ້ານຊ້າງເປັນຫົວເມືອງຂຶ້ນ ເຊິ່ງຍາວນານເຖິງ 114 ປີ.
ນີ້ຄືຊາຕາກຳຂອງປະເທດລ້ານຊ້າງໃນຍຸກຕອນປາຍຫາຍຍານະ. ຍັງບໍ່ພຽງແຕ່ເທົ່ານັ້ນ, ເຈົ້າອານຸວົງທີ່ເປັນເຊື້ອກະສັດວຽງຈັນລ້ານຊ້າງຫາກໍມີອາຍຸພຽງ 13 ປີກໍຖືກຈັບໄປເປັນຕົວປະກັນຢູ່ກຸງເທບ. ພາຍຫລັງໃຫຍ່ຂຶ້ນມາອາຍຸ 20 ປີ ຈຶ່ງໄດ້ມີໂອກາດຄືນມາປົກຄອງອານາຈັກວຽງຈັນໃນປີ 1804. ໃນໄລຍະປົກຄອງອານາຈັກວຽງຈັນລ້ານຊ້າງຢູ່ນັ້ນ, ເພິ່ນເຫັນຄວາມລຳບາກກາກກຳຂອງປະຊາຊົນລາວຈຳນວນຫລວງຫລາຍທີ່ຖືກກວາດຕ້ອນໄປເປັນສະເລີຍເສິກ ຖືກກົດຂີ່ຂູດຮີດເຮັດວຽກສາລະພັດຢ່າງຈົນເຫລືອອົດເຫລືອທົນ. ຕໍ່ສະພາບດັ່ງກ່າວຈຶ່ງເກີດມີແນວຄິດຄຽດແຄ້ນຄິດຢາກປົດປ່ອຍແຜ່ນດິນລາວອອກຈາກການເປັນຫົວເມືອງຂຶ້ນຂອງສະຫຍາມ ເພື່ອຫາວິທີນຳເອົາຄົນລາວທີ່ຖືກກວາດຕ້ອນໄປແລ້ວນັ້ນກັບຄືນມາຢູ່ບ້ານເກີດເມືອງນອນ. ເຫດການຕໍ່ມາຈຶ່ງໄດ້ຊັກຊວນບັນດາເຈົ້າທັງສາມອານາຈັກມາປະຊຸມກັນແບບລັບໆ ເພື່ອພ້ອມກັນສາມັກຄີຕີສະຫຍາມໃຫ້ປະເທດລ້ານຊ້າງໄດ້ມີເອກະລາດ, ອິດສະຫລະພາບ ແລ້ວກໍນຳເອົາພົນລະເມືອງລາວທີ່ຖືກກວາດຕ້ອນໄປນັ້ນກັບຄືນມາປະເທດ.
ຜ່ານການປຶກສາຫາລື ເຈົ້າຊີວິດຫລວງພະບາງບໍ່ເຫັນດີ ທັງໄປເຂົ້າຂ້າງກັບຝ່າຍສະຫຍາມຫວັງຢາກຄອງອຳນາດບາດໃຫຍ່ ໃນທີ່ສຸດເຈົ້າອານຸ ກໍຕັດສິນໃຈເຮັດເສິກກັບສະຫຍາມໃຫ້ສົມກັບຄວາມຄຽດແຄ້ນ ສຸດທ້າຍມາກໍປະລາໄຊຈົນສະຫຍາມຂ້າລ້າງໂຄດຂອງກະສັດລ້ານຊ້າງວຽງຈັນຈົນກ້ຽງ. ສະຫຍາມໄດ້ປົກຄອງແຜ່ນດິນລ້ານຊ້າງມາຈົນເຖິງສົງຄາມໂລກຄັ້ງທີສອງ ຝຣັ່ງກັບອັງກິດໃຜກໍຍາດກັນເປັນເຈົ້າ ເພື່ອເອົາປະເທດໄທກັບປະເທດລາວເປັນຫົວເມືອງຂຶ້ນ. ສູ້ກັນໄປມາ ປະເທດລາວລ້ານຊ້າງເລີຍຖືກສະຫຍາມກັບຝຣັ່ງແບ່ງປັນກັນປົກຄອງ ໂດຍຖືເອົາແມ່ນ້ຳຂອງເປັນຊາຍແດນ ເບື້ອງຂວາໃຫ້ເປັນຂອງໄທ ເບື້ອງຊ້າຍເປັນຂອງຝຣັ່ງ. ເພາະສະນັ້ນ ຄຳວ່າ ອີສານໃນປັດຈຸບັນ ໄດ້ຕົກເປັນຂອງໄທປົກຄອງຈົນມາເຖິງທຸກວັນນີ້.
ສ່ວນລາວຝັ່ງຊ້າຍໄດ້ຖືກຝຣັ່ງປົກຄອງສືບຕໍ່ກັນມາຫລາຍປີ ຈົນແກ່ຍາວມາຮອດຍຸກອາເມລິກາເຂົ້າມາແທນ. ເຫດການບ້ານເມືອງໄດ້ຜັນແປຍ້ອນມີຂະບວນການຕໍ່ສູ້ຂອງບຸກຄົນ ແລະ ກຸ່ມຄົນທີ່ຮັກຊາດຮັກແຜ່ນດິນ. ຜູ້ເດັ່ນໆໃນປະຫວັດສາດກໍເລີ່ມແຕ່ພໍ່ກະດວດ, ອົງແກ້ວກົມມະດຳ, ເຈົ້າຟ້າປັດໄຈ ຕໍ່ໃສ່ແນວລາວອິດສະຫລະ, ແນວລາວຮັກຊາດ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ຈຶ່ງສາມາດປົດປ່ອຍປະເທດຊາດອອກຈາກເງື່ອມມືຂອງຈັກກະພັດ ແລະ ລູກແຫລ່ງຕີນມືຈົນມາຮອດປີ 1975 ຈຶ່ງສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ.
ນີ້ຄືເຫດການປະຫວັດສາດຂອງລາວລ້ານຊ້າງ ນັບແຕ່ປະເທດຊາດເກີດວິກິດອໍລະຫົນເປັນຕົ້ນມາ. ມາຮອດປັດຈຸບັນ, ດິນລາວ, ຄົນລາວໄດ້ເຮ່ຍຮວາຍໄປຕາມເງື່ອນໄຂຍະຖາກຳຂອງການປ່ຽນແປງແຕ່ລະຍຸກແຕ່ລະສະໄໝ ນັບທັງຢູ່ປະເທດອ້ອມຂ້າງ, ຢູ່ພາກພື້ນ ແລະ ຢູ່ໃນໂລກ.
ແນວໃດກໍຕາມ, ມາຮອດຍຸກສ້າງສາ ແລະ ພັດທະນາປະເທດຊາດ, ປະເທດລາວໃນຍຸກນີ້ຍັງເຫລືອພຽງ 236.800 ຕາກິໂລແມັດ ອົງການແນວລາວສ້າງຊາດທີ່ມີຕົ້ນກຳເນີດ ແລະ ເຕີບໃຫຍ່ມາຈາກແນວລາວອິດສະຫລະ, ແນວລາວຮັກຊາດຈົ່ງໄດ້ກາຍເປັນຄັນທຸງແຫ່ງຄວາມສາມັກຄີປອງດອງ ເພື່ອປົກປັກຮັກສາແຜ່ນດິນອັນແສນຮັກ ແລະ ຫວງແຫນຂອງຕົນນີ້ໄວ້ໃຫ້ໝັ້ນຄົງ. ປະເທດລາວ, ແຜ່ນດິນລາວທີ່ໄດ້ຍາດເອົາມາຈາກເງື່ອມມືຂອງສັດຕູຍິ່ງກວ່າເວລາໃດໝົດ ຕ້ອງພ້ອມກັນປົກປັກຮັກສາໄວ້ໃຫ້ລູກໃຫ້ຫລານໄດ້ສືບທອດໃນອະນາຄົດ. ທຸກຄົນຈະເຮັດຫຍັງລົງໄປຕ້ອງຄຳນຶງເບິ່ງປະເທດຊາດເປັນໃຫຍ່ ຢ່າເຫັນແກ່ຜົນປະໂຫຍດສ່ວນຕົວເປັນຫລັກ. ຢ່າພາກັນກິນບ້ານກິນເມືອງຈົນຫລ້ອນຕູດ ສຸດທ້າຍມາຊັບສິນໃນຊາດໝົດ, ໄມ້ໝົດ, ດິນໝົດ, ຊັບໃນດິນ ສິນໃນນ້ຳກໍໝົດ ລູກຫລານເກີດມາລຸ້ນຫລັງກໍພາກັນເປັນທຸກ ຍ້ອນຄົນຍຸກນີ້ພາກັນແຂ່ງຂັນກັນສໍ້ລາດບັງຫລວງ.