ຫລາຍເຂດໃນແຂວງໄຊຍະບູລີປະສົບໄພນ້ຳຖ້ວມ

ຫລາຍເຂດໃນແຂວງໄຊຍະບູລີປະສົບໄພນ້ຳຖ້ວມ -                                                                       4                                               14 - ຫລາຍເຂດໃນແຂວງໄຊຍະບູລີປະສົບໄພນ້ຳຖ້ວມ
ຫລາຍເຂດໃນແຂວງໄຊຍະບູລີປະສົບໄພນ້ຳຖ້ວມ - kitchen vibe - ຫລາຍເຂດໃນແຂວງໄຊຍະບູລີປະສົບໄພນ້ຳຖ້ວມ

ແຫລ່ງຂ່າວແຂວງໄຊຍະບູລີ ລາຍງານໃຫ້ຮູ້ວ່າ: ກ່ອນໜ້ານີ້ໄດ້ເກີດມີຝົນຕົກໜັກຕິດຕໍ່ກັນ 2-3 ມື້,  ໄດ້ເຮັດໃຫ້ສາຍນ້ຳຕ່າງໆຍຶ່ງຂຶ້ນສູງໄຫລຖ້ວມຕົວເມືອງ ແລະ ບ້ານເຮືອນປະຊາຊົນໃນເຂດພື້ນທີ່ຕ່ຳ, ພ້ອມໄຮ່ນາຮົ້ວສວນໄດ້ຮັບຜົນເສຍຫາຍເປັນຈຳນວນບໍ່ໜ້ອຍ, ຮ້າຍແຮງກວ່າໝູ່ແມ່ນເຂດເມືອງບໍ່ແຕນ ເຊິ່ງຂຶ້ນແຕ່ມື້ວັນທີ 2 ສິງຫານີ້, ນ້ຳຮຳໄດ້ຍຶ່ງຂຶ້ນຖ້ວມບ້ານເຮືອນຂອງປະຊາຊົນ ແລະ ເນື້ອທີ່ການຜະລິດຢູ່ລຽບຕາມສາຍນ້ຳດັ່ງກ່າວ. ຄາດວ່າຈະມີຄວາມເສຍຫາຍເປັນຈຳນວນຫລາຍ.

(ໜັງສືພິມ ລາວພັດທະນາ)

ຫລາຍເຂດໃນແຂວງໄຊຍະບູລີປະສົບໄພນ້ຳຖ້ວມ - Visit Laos Visit SALANA BOUTIQUE HOTEL - ຫລາຍເຂດໃນແຂວງໄຊຍະບູລີປະສົບໄພນ້ຳຖ້ວມ

    ຖັດລົງມາແມ່ນຕົວເມືອງໄຊຍະບູລີ ເອງຄື: ເຊົ້າວັນທີ 3 ສິງຫານີ້ ສາຍນ້ຳຮຸ່ງໄດ້ຍຶ່ງຂຶ້ນໄຫລເຂົ້າຖ້ວມຕົວເມືອງ ແລະ ເສັ້ນທາງຫລວງຢູ່ລຽບຕາມສາຍນ້ຳດັ່ງກ່າວ ແລະ ບາງເຂດພື້ນທີ່ຕ່ຳເຊັ່ນ: ຕະຫລາດມືດ ເຂດບ້ານສີເມືອງ, ບ້ານຖິ່ນ ແລະ ບ້ານໜອງແຊງ ເປັນຈຸດທີ່ອາດໄດ້ຮັບໄດ້ຮັບຜົນເສຍຫາຍຫລາຍກວ່າໝູ່, ເຊິ່ງປັດຈຸບັນມີປະມານ 60-70 ຫລັງຄາເຮືອນແມ່ນຖືກນ້ຳຖ້ວມໜັກ, ຈາກນັ້ນກໍແມ່ນເຂດບ້ານນາຍາວຂອງຕົວເມືອງດັ່ງກ່າວ.

ນອກຈາກນີ້, ກໍແມ່ນເມືອງເງິນ  ໂດຍສະເພາະແມ່ນສາຍນ້ຳຍາງໄດ້ໄຫລເຂົ້າຖ້ວມບ້ານເຮືອນ ແລະ ເນື້ອທີ່ການຜະລິດຂອງປະຊາຊົນຢູ່ລຽບສອງຝາກສາຍນ້ຳດັ່ງກ່າວເປັນຈຳນວນຫລາຍ.

(ໜັງສືພິມ ລາວພັດທະນາ)

ຫລາຍເຂດໃນແຂວງໄຊຍະບູລີປະສົບໄພນ້ຳຖ້ວມ - 4 - ຫລາຍເຂດໃນແຂວງໄຊຍະບູລີປະສົບໄພນ້ຳຖ້ວມ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!