ສື່​ມວນ​ຊົນ​ລາວ​ໃນ​ຍຸກ​ເກົ່າ​ກັບ​ຍຸກ​ໃໝ່

ໂດຍ: ທິດ​ກໍ່າ

​ໃນ​ໂອກາດ​ວັນ​ສື່​ມວນ​ຊົນ​ລາວ ວັນ​ທີ 13 ສິງຫາ 2020 ​ເຊິ່ງມີ​ອາຍຸ​ຄົບຮອບ 70 ປີ (13/8/1950 – 13/8/2020) ​ໄດ້​ໝູນວຽນ​ມາ​ບັນຈົບ​ຄົບຮອບ​ຕາມ​ວັດຕະ​ຈັກ ​ແລະ ປະຫວັດສາດ​ຂອງ​ຊາດ​ລາວ​ເຮົາ​ຢ່າງ​ມີ​ຄວາມ​ໝາຍ. ພວກ​ເຮົາ​ເຫລົ່າ​ສື່​ມວນ​ຊົນ ກໍ​ຄື​ນັກ​ສື່​ມວນ​ຊົນ​ທັງຫລາຍ​ຕ່າງ​ກໍ​ມີ​ຄວາມ​ພາກພູມ​ໃຈ​ຢ່າງ​ສຸດຊຶ້ງທີ່​ມີ​ວັນ​ປະຫວັດສາດ​ຂອງ​ຕົນ. ຕໍ່​ວັນ​ປະຫວັດສາດ​ດັ່ງກ່າວ, ສຸດ​ທີ່​ມີ​ຄວາມ​ໝາຍ ​ແລະ ສຳຄັນ​ຍິ່ງ​ຕໍ່​ວົງ​ການ​ສື່​ມວນ​ຊົນ ກໍ​ຄື​ນັກ​ສື່​ມວນ​ຊົນ​ລາວ​ທົ່ວ​ປະ​ເທດ ຍ້ອນ​ວ່າ​ກວ່າ​ຈະ​ມາ​ເຖິງ​ວັນ​ນີ້ ສື່​ມວນ​ຊົນ​ລາວ​ໄດ້​ໂຊກ​ໂຊນ​ເຕີບ​ໃຫຍ່​ຂະຫຍາຍຕົວ ​ແລະ ຜ່ານ​ຜ່າ​ອຸປະສັກ​ນາໆ​ປະການ​ມາ​ແລ້ວ​ຫລາຍ​ຕໍ່​ຫລາຍ. ອາດ​ເວົ້າ​ໄດ້​ວ່າ ​ໃນ​ພາລະ​ກຳ​ປະຫວັດສາດ​ຂອງ​ສື່​ມວນ​ຊົນ​ລາວ​ເຮົາ​ໃນ​ຜ່ານ​ມາ ​ໄດ້​ຜ່ານ​ພົ້ນ​ໄລຍະ​ປະຫວັດສາດ​ມາ​ສອງ​ສະ​ໄໝຄື: ອັນ​ທີ​ໜຶ່ງ ​ແມ່ນ​ໄລຍະ​ການ​ຕໍ່ສູ້​ກູ້​ຊາດ​ຕ້ານ​ຈັກກະພັດ​ຜູ້​ຮຸກ​ຮານ​ເອີ້ນ​ວ່າ ການ​ປະຕິວັດ​ຊາດ​ປະຊາທິປະ​ໄຕ ນັບ​ແຕ່​ຍຸກ​ແນວ​ລາວ​ອິດສະຫລະ, ມາ​ໃສ່​ແນວ​ລາວ​ຮັກ​ຊາດ ຈົນ​ມາ​ເຖິງ​ປີ 1975. ສ່ວນ​ໄລຍະ​ທີ​ສອງ​ແມ່ນ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ​ນັບ​ແຕ່​ປີ 1975 ຈົນ​ມາ​ເຖິງ​ປັດຈຸບັນ.

​ໃນ​ໄລຍະ​ທີ​ໜຶ່ງ​ນັ້ນ ​ເຖິງ​ວ່າ​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ​ຕົກ​ໃນ​ຊາຕາກຳ​ກັບ​ບັນຫາ​ສົງຄາມ​ຮຸກ​ຮານ​ແກ່​ຍາວ​ມາ​ເປັນ​ເວລາ​ຫລາຍ​ສິບ​ປີ ອັນ​ໄດ້​ແກ່​ສົງຄາມ​ຕ້ານ​ການ​ຮຸກ​ຮານ​ຂອງ​ຈັກກະພັດ​ຝຣັ່ງມາ​ຕໍ່​ໃສ່​ອາ​ເມ​ລິ​ກາ. ສື່​ມວນ​ຊົນ ກໍ​ຄື​ນັກ​ສື່​ມວນ​ຊົນ​ລາວ​ໄດ້​ກຳ​ເນີ​ດ​ເຕີບ​ໃຫຍ່ ​ແລະ ຂະຫຍາຍຕົວ​ໃນ​ຂະ​ບວນການ​ປະຕິວັດ. ການ​ປາກົດ​ຕົວ​ຂອງ​ສື່​ມວນ​ຊົນ ​ແລະ ນັກ​ສື່​ມວນ​ຊົນ​ແມ່ນ​ສະ​ແດງ​ອອກ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ໃນ​ການ​ໂຄສະນາ​ຊວນ​ເຊື່ອ ​ເພື່ອ​ປຸກລະດົມ​ຂົນຂວາຍ​ປະຊາຊົນ​ລາວ​ບັນດາ​ເຜົ່າ​ເຂົ້າຮ່ວມ​ການ​ປະຕິວັດ, ຕໍ່​ຈາກ​ນັ້ນກໍ​ເລີ່​ມມີ​ໃບ​ຂ່າວ, ກ້າວ​ໄປ​ເຖິງ​ມີ​ໜັງສືພິມ​ແນວ​ລາວ​ອິດສະຫລະ, ປ່ຽນ​ມາ​ເປັນ​ໜັງສືພິມ​ແນວ​ລາວ​ຮັກ​ຊາດ ​ແລະ ມີ​ວິທະຍຸ​ກະຈາຍສຽງ​ຂອງ​ແນວ​ລາວ​ຮັກ​ຊາດ. ນັບ​ທັງ​ມີ​ສຳນັກ​ພິມ​ແນວ​ລາວ​ຮັກ​ຊາດ​ໄດ້​ພ້ອມ ​ເຮັດ​ໜ້າ​ທີ່​ຂອງ​ຕົນ​ຕາມ​ພາລະ​ກຳ​ປະຫວັດສາດ​ທີ່​ການ​ປະຕິວັດ ກໍ​ຄື​ຊາດ ​ແລະ ປະຊາຊົນ​ມອບ​ໝາຍ​ໃຫ້. ບັນດາ​ນັກ​ສື່​ມວນ​ຊົນ​ລາວ​ໃນ​ສະ​ໄໝ​ນັ້ນກວ່າ​ຈະ​ໄດ້​ຂ່າວ​ຄາວ, ບົດ​ຄວາມ, ບົດ​ວິ​ເຄາະ​ວິຈານ​ມາ​ອອກ​ໃນ​ໜັງສືພິມ ຫລື ລາຍການ​ວິທະຍຸ​ກະຈາຍສຽງ​ຕ້ອງ​ໄດ້​ຜ່ານ​ສະໝໍລະພູມ​ອັນ​ເດັດດ່ຽວ​ຂ້ຽວຂາດ, ກາຍ​ເປັນ​ນັກຮົບ​ປະຕິວັດ, ທັງ​ສູ້​ຮົບ, ທັງ​ບັນທຶກ​ຂ່າວ​ຄາວ​ຈາກ​ເຫດການ​ຕ່າງໆ​ໃນ​ຂະ​ບວນການ​ຕໍ່ສູ້​ຢ່າງ​ທໍລະ​ຫົດ​ອົດທົນ ​ແລະ ຂ້ຽວຂາດ​ສ່ຽງ​ເປັນ​ສ່ຽງ​ຕາຍ, ບາງ​ສະຫາຍ​ນັກ​ຂ່າວ​ກໍ​ໄດ້​ເສຍສະຫລະ​ຊີວິດ​ໃນ​ສະໜາມຮົບ​ທີ່​ດຸ​ເດືອດ. ​ເພາະສະນັ້ນ ຈຶ່ງ​ເວົ້າ​ໄດ້​ວ່າ​ບົດ​ຂ່າວ​ຄາວ​ທີ່​ໄດ້​ຖ່າຍ​ທອດ​ມາ​ຈາກ​ພຶດຕິ​ກຳ​ຕົວ​ຈິງ​ລ້ວນ​ແລ້ວ​ແຕ່​ສ່ອງ​ແສງ​ເຖິງ​ໂທດ​ກຳ​ຂອງ​ຈັກກະພັດ​ຜູ້​ຮຸກ​ຮານ, ​ແມ່ນ​ມູນ​ເຊື້ອ​ແຫ່ງ​ວິລະ​ກຳ​ອັນ​ລ້ຳ​ເລີດ​ຂອງ​ສື່​ມວນ​ຊົນ ກໍ​ຄື​ນັກ​ສື່​ມວນ​ຊົນ​ລາວ​ໃນ​ໄລຍະ​ປະຫວັດສາດ​ແຫ່ງ​ການ​ຕໍ່ສູ້​ທີ່​ລະ​ອິດ​ລະ​ອ້ຽວ.

ພໍ​ຕົກ​ມາ​ໃນ​ຍຸກ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ ສື່​ມວນ​ຊົນ ກໍ​ຄື​ນັກ​ສື່​ມວນ​ຊົນ​ລາວ​ເຮົາ​ຍິ່ງ​ມີ​ການ​ພັດທະນາ​ໃຫ້​ເຕີບ​ໃຫຍ່ ​ແລະ ຂະຫຍາຍຕົວ​ທາງ​ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ. ສຳນັກ​ພິມ, ສຳນັກງານ​ອົງການ, ພື້ນຖານ​ວັດຖຸ​ເຕັກນິກ ຕະຫລອດ​ວາລະສານ, ໜັງສືພິມ ​ແລະ ການ​ພິມ​ຈຳໜ່າຍ​ໄດ້​ເພີ່ມ​ຂຶ້ນຕິກໆ, ຈຳນວນ​ວິທະຍຸ​ກະຈາຍສຽງ​ກໍ​ເພີ່ມ​ຂຶ້ນ​ໃນ​ແຕ່ລະ​ໄລຍະ ນັບ​ແຕ່​ຂັ້ນສູນ​ກາງ​ຮອດ​ທ້ອງ​ຖິ່ນ. ສະຖານີ​ໂທລະພາບ​ກໍມີ​ແຕ່​ຂັ້ນສູນ​ກາງ​ລົງ​ຮອດ​ຂັ້ນ​ແຂວງ, ກຳ​ແພງ​ນະຄອນ, ນັກ​ສື່​ມວນ​ຊົນ​ກໍ​ໄດ້​ເພີ່ມ​ຂຶ້ນ, ພາຫະນະ​ຮັບ​ໃຊ້, ວັດຖຸ​ອຸປະກອນ ນັບ​ທັງ​ລະບົບ​ເຕັກນິກ​ວິທະຍາ​ການ​ກໍ​ໄດ້​ຮັບ​ການ​ປັບປຸງ​ປ່ຽນ​​ແປງ​ໄປ​ຕາມ​ກະ​ແສ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ. ປາກົດການ​ທີ່​ເຫັນ​ໄດ້​ຢ່າງ​ຊັດ​ເຈນກໍ​ຄື​ຈາກ​ການ​ນຳ​ໃຊ້​ລະບົບ​ອານາ​ລົກ​ກາຍ​ມາ​ເປັນ​ດີ​ຈີ​ຕອນ, ຈາກ​ສື່​ເກົ່າ​ກ້າວ​ມາ​ເປັນ​ສື່​ໃໝ່​ດັ່ງ​ສື່​ອອນ​ລາຍ​ທີ່​ພວມ​ມາ​ແຮງ​ແຊງ​ໜັງສືພິມ ​ແລະ ວາລະສານ​ຕ່າງໆ​ຢ່າງ​ວ່ອງ​ໄວ​ທັນ​ໃຈນັ້ນ​ເອງ.

​ແນວ​ໃດ​ກໍ​ຕາມ, ອີງ​ໃສ່​ການ​ປ່ຽນ​ແປງຂອງ​ໂລກ​ກໍ​ຄື​ການ​ປ່ຽນ​ແປງ​ຂອງ​ລະບົບ​ສື່​​ໃນ​ຍຸກ​ໃໝ່​ທັນ​ສະ​ໄໝ​ເຫັນ​ວ່າ​ວົງ​ການ​ສື່​ມວນ​ຊົນ ກໍ​ຄື​ນັກ​ສື່​ມວນ​ຊົນ​ລາວ​ເຮົາ​ຕ້ອງ​ໄດ້​ພັດທະນາ​ຕົນ​ເອງ​ໃຫ້​ກ້າວ​ໄກ​ຢ່າງ​ໂດດ​ເດັ່ນ. ສິ່ງ​ສຳຄັນ​ທີ່​ຍັງ​ດ້ອຍ​ພັດທະນາ​ສຳລັບ​ບ້ານ​ເຮົາ​ໃນ​ສະພາບ​ປັດຈຸບັນ ກໍ​ຄື​ບັນຫາ​ເລື່ອງ​ເສດຖະກິດ, ງົບ, ​ເລື່ອງ​ເງິນ, ໝາຍ​ເຖິງ​ກອງ​ທຶນ ຫລື ງົບປະມານ​ທີ່​ໃຊ້​ເຂົ້າ​ໃນ​ການ​ພັດທະນາ​ສື່​ໃຫ້​ທັນ​ສະ​ໄໝ​ຢ່າງ​ກ້າວ​ໄປ. ອັນ​ສອງ​ມາ​ກໍ​ແມ່ນ​ສ້າງ​ບຸກຄະລາ​ກອນ​ທີ່​ເກັ່ງ, ມີ​ຄວາມ​ຮູ້, ຄວາມ​ສາມາດ, ມີ​ຄວາມ​ຊຳນານ​ທີ່​ແນ່ນອນ ​ເພື່ອ​ຮັບຮອງ​ກັບ​ສະພາບ​ການ​ປ່ຽນ​ແປງ​ໃໝ່​ຂອງ​ສື່​ທີ່​ພວມ​ມີ​ການ​ພັດທະນາ​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ. ອັນ​ສາມ​ແມ່ນ​ການ​ພັດທະນາ​ແຫ​ລ່ງຂ່າວ​ຕ້ອງ​ວ່ອງ​ໄວ​ທັນ​ການ ຈຶ່ງ​ຈະ​ສາມາດ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ສະພາບ​ການ​ໃໝ່. ບໍ່​ຄວນ​ລໍຖ້າ​ແຕ່​ຄຳ​ສັ່ງ, ລໍຖ້າ​ແຕ່​ງົບ, ​ແຕ່​ເງິນ, ນ້ຳບໍ່​ຍ້ອຍ​ຫອຍ​ກໍ​ບໍ່​ໄຕ່ ​ເພາະ​ວຽກ​ສື່​ມວນ​ຊົນ​ມັນ​ຕ້ອງ​ມີ​ການ​ບໍລິຫານ​ຈັດການ​ໄວ້​ລ່ວງ​ໜ້າ​ຢູ່​ແລ້ວ. ໝາຍວ່າ​ຕ້ອງ​ມີ​ເງິນ, ມີ​ງົບ​ສຸກ​ເສີນ ​ເພື່ອ​ກຽມ​ຮັບ​ໃຊ້​ພາວະ​ສຸກ​ເສີນ ບໍ່​ວ່າ​ໃນ​ສະ​ໄໝ​ສົງຄາມ ກໍ​ຄື​ສະ​ໄໝ​ສັນຕິພາບ. ອັນ​ສຳຄັນ​ທີ່​ສຸດ​ແມ່ນ​ການ​ຕອບ​ຕ້ານ-ຕອບ​ໂຕ້​ສິ່ງ​ທ້າ​ທາຍ​ໃໝ່, ກະ​ແສ​ຂ່າວ​ທີ່​ຕ້ານ​ກັບ ສປປ ລາວ ​ໃນ​ແຕ່​ລະ​ວັນ​ທີ່​ນັບ​ມື້ຮຸນ​ແຮງ ນັບ​ທັງ​ບັນຫາ​ແຫ​ລ່ງຂ່າວ​ທີ່​ອັນ​ພາ​ໃຫ້​ຄົນ​ເຮົາ​ຫລົງ​ໄຫລ​ໃນ​ສົງຄາມ​ຈິດຕະສາດ​ທີ່​ມາ​ກົດ​ໜ່ວງ​ຄວາມ​ຈະ​ເລີ​ນຂອງ​ຊາດ​ບ້ານ​ເມືອງ.

​ເຖິງ​ຢ່າງ​ໃດ​ກໍ​ດີ, ດ້ວຍ​ເງື່ອນ​ໄຂ​ໃໝ່​ໃນ​ການ​ພັດທະນາ​ສື່​ໃຫ້​ທັນ​ກັບ​ການ​ຂະຫຍາຍຕົວ​ຂອງ​ສັງຄົມ ​ແລະ ຂອງ​ໂລກ ບຸກຄະລາ​ກອນ​ທາງ​ສື່​ເປັນ​ບັນຫາ​ຂໍ​ກຸນ​ແຈ​ທີ່​ສຳຄັນ​ໃນ​ການ​ພັດທະນາ​ວົງ​ການ​ສື່​ໃນ​ທຸກ​ລະດັບ, ທຸກ​ສາຍ​ວິຊາ​ອາຊີບ​ຂອງ​ຂະ​ແໜງ​ການ​ສື່​ມວນ​ຊົນ, ກົງກັນຂ້າມ ຖ້າ​ຄົນ​ເຮົາ​ບໍ່​ພ້ອມ​ກັນ​ເຢີ​ກ ​ເຮັດ​ແທ້​ທຳ​ຈິງ ວົງ​ການ​ສື່​ມັນ​ກໍ​ອືດ​ອາດ​ປານ​ດຶງ​ຂາ​ເຕົ່າ.

error: Alert: Content is protected !!