ເກີດເຫດລະເບີດຄັ້ງໃຫ່ຍທີ່ ເລບານອນ
August 5, 2020 - 10:14 AM
ສຳນັກຂ່າວ Zing news ຂອງຫວຽດນາມໃຫ້ຮູ້ເມື່ອຕອນເຊົ້າຂອງວັນທີ 5 ສິງຫານີ້ວ່າ: ວັນທີ 4 ສິງຫາ ໄດ້ເກີດເຫດລະເບີດຄັ້ງໃຫ່ຍສອງຄັ້ງຕິດຕໍ່ກັນ ຢູ່ທີ່ນະຄອນ ເບຣຸດ ຂອງ ເລບານອນ.
ການລະເບີດຄັ້ງນີ້ ເຮັດໃຫ້ຕົວເມືອງ ເບຣຸດ ສັ່ນສະເທືອນເໝືອນແຜ່ນດິນໄຫວໄປທົ່ວນະຄອນ ເບຣຸດ, ມີຜູ້ເສຍຊີວິດ 78 ຄົນ ແລະ ບາດເຈັບຫຼາຍກວ່າ 4.000 ຄົນ.
ອີງຕາມຂ່າວ ຈາກ AFP , ຄາດວ່າການລະເບີດອາດຈະເກີດມາຈາກທາດ ammonium nitrate 2.700 ໂຕນ ທີ່ບັນຈຸໄວ້ໃນສາງທີ່ທ່າກຳປັ່ນນັ້ນ ລະເບີດຂຶ້ນ. ເຈົ້າໜ້າທີ່ກຳລັງສືບຫາສາເຫດທີ່ແທ້ຈິງຕໍ່ໄປ.
ຂ່າວ: ລູກເມືອງພວນ