ຫຼາຍປະເທດສະແດງປະສົງໃຫ້ການຊ່ວຍເຫຼືອ ເລບານອນ
August 6, 2020 - 10:49 AM
ພາຍຫຼັງເກີດເຫດລະເບີດຄັ້ງໃຫ່ຍ ແລະ ຮ້າຍແຮງໃນປະຫວັດສາດຂອງ ເລບານອນ ຄັ້ງນີ້, ໄດ້ມີຜູ້ຄົນລົ້ມຕາຍ ແລະ ບາດເຈັບເປັນຈຳນວນຫຼວງຫຼາຍໃນວັນທີ 4 ສິງຫາ. ເພື່ອສະແດງນໍ້າໃຈມະນຸດສະທຳ ຕໍ່ປະຊາຊົນເລບານອນ, ມີຫຼາຍປະເທດໄດ້ຢື່ນຈຸດປະສົງໃຫ້ການຊ່ວຍເຫຼືອຢ່າງທັນການ.
ບັນດາປະເທດໃນອາຣັບ ໄດ້ສະແດງປະສົງໃຫ້ການຊ່ວຍເຫຼືອ, ໃນຂະນະດຽວກັນ ອີຣານ ໄດ້ສົ່ງທັນຍາຫານ ແລະ ໂຮງໝໍຮີບດ່ວນ ໄປບັງເບຣຸດ. ອັງກິດ, ຝຼັ່ງ ແລະ ບັນດາປະເທດຕາເວັນຕົກອື່ນໆ ກໍສະແດງປະສົງໃຫ້ການຊ່ວຍເຫຼືອເຊັ່ນດຽວກັນ.
ເນເທີແລນ ໄດ້ສົ່ງທິມແພດ ແລະ ໜ່ວຍກູ້ໄພ ອາຊີບໄປຊ່ວຍເລບານອນແລ້ວ.
ຂ່າວ: ລູກເມືອງພວນ