ຍີ່ປຸ່ນຈັດພິທີລະນຶກຄົບຮອບ 75 ປີ ເຫດລະເບີດປະລະມານູຖະຫລົ່ມຮິໂຣຊິມາ
ວັນທີ 6 ສິງຫານີ້, ທາງການຍີ່ປຸ່ນ ນຳໂດຍນາຍົກລັດຖະມົນຕີ ຊິນໂຊ ອາເບະ ເຂົ້າຮ່ວມພິທີລະນຶກ ແລະ ໄວ້ອາໄລຕໍ່ຜູ້ເສຍຊີວິດໃນງານຄົບຮອບ 75 ປີ ເຫດລະເບີດປະລະມານູຖະຫລົ່ມຮິໂຣຊິມາ ລະເບີດປະລະມານູລູກທຳອິດໃນສົງຄາມໂລກຄັ້ງທີ 2 ຊື່ “Little Boy” ເຊິ່ງມີຜູ້ເສຍຊີວິດປະມານ 1,4 ແສນຄົນ ແລະ ຖືກຖະຫລົ່ມດ້ວຍລະເບີດປະລະມານູອີກລູກໜຶ່ງທີ່ມີຊື່ວ່າ “Fat Man” ໃນວັນທີ 9 ສິງຫາ 1945 ກ່ອນອີກ 6 ມື້ຕໍ່ມາ ຍີ່ປຸ່ນຈະປະກາດຍອມເສຍໄຊສົງຄາມ ແລະ ສິ້ນສຸດຊ່ວງສົງຄາມໂລກຄັ້ງທີ 2.
ກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການສັງຄົມຂອງຍີ່ປຸ່ນ ເປີດເຜີຍວ່າ: ຈາກສະຖິຕິໄລຍະເດືອນມີນາຜ່ານມາ ມີຜູ້ລອດຊີວິດຈາກເຫດລະເບີດປະລະມານູ ຫລື ລະເບີດນິວເຄຼຍທັງສອງຄັ້ງ ແລະ ຍັງມີຊີວິດຢູ່ 136.682 ຄົນທົ່ວປະເທດ ເຊິ່ງຫລຸດລົງຈາກປີກ່ອນເຖິງ 9.200 ຄົນ. ຂະນະທີ່ອາຍຸສະເລ່ຍຂອງຄົນກຸ່ມນີ້ 83,31 ປີ.
ເຖິງວ່າຍີ່ປຸ່ນຈະເປັນໜຶ່ງໃນປະເທດທີ່ໄດ້ຮັບຄວາມເສຍຫາຍຈາກລະເບີດນິວເຄຼຍໃນຊ່ວງສົງຄາມໂລກ ແລະ ລັດຖະບານຍີ່ປຸ່ນມີຈຸດຢືນຈະຮັກສາສັນຕິພາບໃນປະຊາຄົມໂລກເອົາໄວ້, ແຕ່ເຖິງຢ່າງໃດ ລັດຖະບານຍີ່ປຸ່ນຍັງບໍ່ໄດ້ລົງນາມຮັບຮອງ ແລະ ໃຫ້ສັດຕະຍາບັນເຂົ້າເປັນພາຄີໃນສົນທິສັນຍາຫ້າມອາວຸດນິວເຄຼຍ (Treaty on the Prohibition of Nuclear Weapons) ທີ່ຮ່າງຂຶ້ນເມື່ອປີ 2017 ແຕ່ຢ່າງໃດ.