UNDP ເປີດໂຄງການເສີມຂະຫຍາຍໂອກາດທາງດ້ານສັງຄົມ-ເສດຖະກິດໃຫ້ກັບຊາວໜຸ່ມໃນລາວ
ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ເປີດໂຄງການໃໝ່ໃນການສະໜັບສະໜູນຊາວໜຸ່ມ ຢູ່ ສປປ ລາວ ເຊິ່ງມີຊື່ວ່າ“ໂຄງການເສີມຂະຫຍາຍໂອກາດທາງດ້ານສັງຄົມ-ເສດຖະກິດໃຫ້ກັບຊາວໜຸ່ມ ສປປ ລາວ” ຂຶ້ນໃນວັນທີ 7 ສິງຫານີ້ ທີ່ນະຄອນຫລວງວຽງຈັນ, ໂດຍໄດ້ຮັບການສະໜັບສະໜູນດ້ານການເງິນຈາກກອງທຶນກັບລັດເຊຍຈຳນວນ 1,5 ລ້ານໂດລາສະຫະລັດ, ເຊິ່ງໂຄງການດັ່ງກ່າວມີໄລຍະດຳເນີນການເປັນເວລາ 24 ເດືອນ, ເຖິງປີ 2022.
ເພື່ອສ້າງສະພາບແວດລ້ອມທີ່ອຳນວຍໃຫ້ແກ່ຊາວໜຸ່ມຮູ້ເຖິງທ່າແຮງຂອງຕົນໃນການພັດທະນາເສດຖະກິດ-ສັງຄົມພາຍໃຕ້ກອບນະໂຍບາຍຂອງຊາວໜຸ່ມທົ່ວປະເທດ, ແນໃສ່ສ້າງຄວາມເຂັ້ມແຂງໃຫ້ເຂົາເຈົ້າ.
ບັນດາແຂວງເປົ້າໝາຍ ທີ່ຈະໄດ້ຮັບຜົນປະໂຫຍດຈາກການຊ່ວຍເຫລືອນີ້ແມ່ນແຂວງຄຳມ່ວນ ແລະ ຫົວພັນ, ຕົວແບບສູນຝຶກວີຊາຊີບຊາວໜຸ່ມ ຈະໄດ້ຮັບການສ້າງຕັ້ງຂຶ້ນໃນແຂວງຄຳມ່ວນ, ໂດຍສຸມໃສ່ຂະແໜງກະສິກຳ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບຊາວໜຸ່ມທີ່ຍັງຂາດໂອກາດ. ໂດຍສະເພາແມ່ນທັກສະການພັດທະນາ ທຸລະກິດຂະໜາດນ້ອຍ (SME) ສຳລັບນັກທຸລະກິດຍິງໜຸ່ມ ແຂວງຫົວພັນ, ສ້າງເວທີທາງສັງຄົມໃຫ້ແກ່ການມີສ່ວນຮ່ວມຂອງຊາວໜຸ່ມ, ພິເສດແມ່ນຊາວໜຸ່ມໃນຊົນນະບົດແລະຊົນເຜົ່າໃນຂະບວນການຕັດສິນໃຈຕ່າງໆໂດຍຜ່ານວິທະຍຸຊຸມຊົນທີ່ນຳພາໂດຍຊາວໜຸ່ມ.
ທ່ານ ນາງ ຣິຄາດາ ຣິດເຈີ ຜູ້ຕາງໜ້າອົງການ ສະຫະປະຊາຊາດເພື່ອການພັດທະນາ UNDP, ໄດ້ເນັ້ນເຖິງຄວາມສຳຄັນຂອງການສະໜັບສະໜູນຊາວໜຸ່ມ ຢູ່ ສປປ ລາວ ໃນເວລາທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນທົ່ວໂລກ, ເຊິ່ງມັນມີຜົນສະທ້ອນຕໍ່ການພັດທະນາເສດຖະກິດ-ສັງຄົມທີ່ບໍ່ເຄີຍມີມາກ່ອນ. ໂດຍສະເພາະຊາວໜຸ່ມ ແມ່ນມີຄວາມສ່ຽງທີ່ຈະຖືກລົບກວນຍ້ອນການແຜ່ລະບາດຂອງພະຍາດລະບາດ ແລະ ຫລາຍຄົນມີຄວາມສ່ຽງໄດ້ຮັບຜົນກະທົບທາງດ້ານການສຶກສາ, ການຈ້າງງານ, ສະຫວັດດີການ ແລະ ການມີສ່ວນຮ່ວມໃນສັງຄົມ.
ທ່ານ ວາລາດີເມີ ຄາລິນີນ (Vladimir Kalinin) ເອກອັກຄະລັດຖະທູດລັດເຊຍປະຈຳລາວ, ໄດ້ກ່າວຊົມເຊີຍ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໃນການເປີດໂຄງການຢ່າງສຳເລັດຜົນ. ພ້ອມທັງສະເໜີໃຫ້ຊາວໜຸ່ມໄດ້ເອົາໃຈໃສ່ພັດທະນາຕົນເອງໄດ້ມີປະສິດທິຜົນ, ໂດຍສະເພາະແມ່ນການພັດທະນາເສດຖະກິດ-ສັງຄົມໃຫ້ມີຄວາມເຂັ້ມແຂງ.