ທຣຳ ເຊັນຄຳສັ່ງຫ້າມ TikTok, WeChat ມີຜົນ 20 ກັນຍາ ອ້າງເຫດຜົນຄວາມໝັ້ນຄົງອາເມລິກາ
ປະທານາທິບໍດີ ໂດນັລ ທຣຳ ຂອງອາເມລິກາ ລົງນາມຄຳສັ່ງປະທານາທິບໍດີ ໃນວັນທີ 6 ສິງຫາ ໂດຍຫ້າມຄົນອາເມລິກາເຮັດທຸລະກິດກັບ ByteDance ບໍລິສັດແມ່ຂອງ TikTok ເຊິ່ງເປັນແອັບພລິເຄຊັນວິດີໂອສັ້ນຍອດນິຍົມຂອງຈີນ ລວມທັງຫ້າມເຮັດທຸລະກຳກັບ WeChat ແອັບພລິເຄຊັນຮັບສົ່ງຂໍ້ຄວາມຊື່ດັງຂອງ TenCent ນັບແຕ່ວັນທີ 20 ກັນຍານີ້ ໂດຍໃຫ້ເຫດຜົນດ້ານຄວາມໝັ້ນຄົງແຫ່ງຊາດ.
Forbes ລາຍງານວ່າ: ຄຳສັ່ງດັ່ງກ່າວຈະມີຜົນໃນ 45 ວັນຕໍ່ໜ້າ ແຕ່ລະຫວ່າງນີ້ຄາດວ່າຈະມີການຕໍ່ສູ້ໃນຊັ້ນສານ ເພື່ອຂໍໃຫ້ປ່ຽນແປງຄຳສັ່ງ ໂດຍກຳນົດການດັ່ງກ່າວເປັນໄລຍະເວລາໄລ່ລ່ຽງກັບທີ່ທ່ານ ທຣຳ ຂີດເສັ້ນຕາຍໃຫ້ Microsoft ແລະ ByteDance ເລັ່ງເຈລະຈາກັນ ເພື່ອຂາຍ TikTok ໃຫ້ແກ່ບໍລິສັດເຕັກໂນໂລຊີອາເມລິກາພາຍໃນວັນທີ 15 ກັນຍາ ເພື່ອແລກກັບໂອກາດທີ່ແອັບດັ່ງກ່າວຈະບໍ່ຖືກສັ່ງຫ້າມຢູ່ອາເມລິກາ. ຂະນະທີ່ວຸດທິສະພາອາເມລິກາ ໄດ້ລົງຄະແນນອະນຸມັດກົດໝາຍຫ້າມເຈົ້າໜ້າທີ່ທີ່ໂຫລດແອັບ TikTok ໃນອຸປະກອນຂອງລັດຖະບານ.
ນອກຈາກ TikTok ແລ້ວ, ທ່ານ ທຣຳ ຍັງສັ່ງຫ້າມແອັບ WeChat ລວມທັງບໍລິສັດແມ່ TenCent ນຳ. ເຖິງຢ່າງໃດກໍຕາມ, ເວລານີ້ຍັງບໍ່ແນ່ນອນວ່າການສັ່ງຫ້າມດັ່ງກ່າວມີຜົນຕໍ່ຜູ້ໃຊ້ WeChat ຢູ່ອາເມລິການຳ ຫລື ບໍ່. ຂະນະທີ່ TenCent ມີການລົງທຶນໃນບໍລິສັດຂອງອາເມລິກາຫລາຍແຫ່ງ ໂດຍນອກຈາກແອັບຮັບສົ່ງຂໍ້ຄວາມແລ້ວ TenCent ຍັງມີທຸລະກິດເກມມືຖືເຊັ່ນ: PUBG Mobile ແລະ League of Legends.
ໃນຄຳສັ່ງປະທານາທິບໍດີລະບຸວ່າ: ເຫດຜົນທີ່ສັ່ງຫ້າມແອັບຈາກຈີນເປັນເພາະເກີດເຫດສຸກເສີນແຫ່ງຊາດທີ່ກ່ຽວຂ້ອງກັບຊັບພາຍເຊນບໍລິການ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ໂດຍທ່ານ ທຣຳ ກ່າວວ່າ: ແອັບເຫລົ່ານີ້ອາດຖືກໃຊ້ໃນການສົ່ງຕໍ່ຂໍ້ມູນຜິດໆທີ່ເປັນປະໂຫຍດຕໍ່ພັກກອມມູນິດຈີນ. ຂະນະທີ່ລັດຖະບານກັງວົນວ່າ: TikTok ສາມາດເກັບຂໍ້ມູນຈາກຜູ້ໃຊ້ໄດ້ອັດຕະໂນມັດ ທັງຂໍ້ມູນອິນເຕີເນັດ ລວມທັງຂໍ້ມູນໂລເຄຊັນ ແລະ ປະຫວັດການຄົ້ນຫາ.