ການໂຈະອາຍຸຄວາມ
ນອກ ຈາກການເສຍສິດຂອງບຸກ ຄົນໃດໜຶ່ງ ຕາມອາ ຍຸການ ຊຶ່ງກົດ ໝາຍໄດ້ກຳ ນົດໄວ້ແລ້ວ ມີບາງກໍ ລະ ນີຂອງການປະ ຕິ ບັດສັນ ຍາລະ ຫວ່າງຄູ່ສັນ ຍາດ້ວຍກັນ ອາ ຍຸຄວາມອາດຈະຖືກໂຈະໂດຍທັນ ທີທັນ ໃດ ໃນເມື່ອເຫດ ການໃດໜຶ່ງເກີດຂຶ້ນ ດັ່ງ ນັ້ນ ໃນກົດ ໝາຍ ກໍໄດ້ກຳ ນົດໄວ້ຢ່າງຈະ ແຈ້ງ ໃນກໍ ລະ ນີຫາກມີການໂຈະອາ ຍຸການປະ ຕິ ບັດສັນ ຍາຂອງຄູ່ສັນ ຍາ.
ອາຍຸຄວາມຈະຖືກໂຈະ ໃນກໍລະນີທີ່ມີເຫດສຸດວິໄສ ຫຼື ເຫດການບັງເອີນຂຶ້ນ ຊຶ່ງເປັນອຸປະສັກຕໍ່ການຍື່ນຄຳຮ້ອງຟ້ອງ ຫຼື ການທວງ ພາຍຫຼັງທີ່ໄລຍະເວລາຂອງການໂຈະນັ້ນໄດ້ສິ້ນສຸດແລ້ວ ອາຍຸຄວາມທີ່ໄດ້ຜ່ານມາ ກ່ອນນັ້ນກໍຈະສືບຕໍ່ອີກ ໝາຍຄວາມວ່າໄລຍະເວລາທີ່ຖືກໂຈະນັ້ນໄດ້ສິ້ນສຸດລົງແລ້ວ ອາຍຸຄວາມທີ່ຜ່ານມາກ່ອນນັ້ນ ກໍຈະສືບຕໍ່ອີກໝາຍຄວາມວ່າໄລຍະເວລາທີ່ຖືກໂຈະນັ້ນ ບໍ່ໃຫ້ນັບເຂົ້າເປັນອາຍຸຄວາມ.
ຕົວຢ່າງ: ນາງ ເປີ້ຍ ໄດ້ເສຍຊີວິດ ໃນວັນທີ 31 ທັນວາ 2010 ຜູ້ກ່ຽວມີລູກ 2 ຄົນ ຊື່ ຈ ແລະ ຖ ຊຶ່ງອາໄສຢູ່ຫ່າງກັນ ພາຍຫຼັງທີ່ ນາງ ເປີ້ຍ ເສຍຊີວິດ ມູນມໍລະດົກທັງໝົດ ແມ່ນ ທ້າວ ຈ ເປັນຜູ້ຄຸ້ມຄອງໄວ້ ຫຼັງຈາກນັ້ນ 2 ປີ ຫົກເດືອນ ນາງ ຖ ກໍຍັງບໍ່ມີເວລາມາຂໍແບ່ງປັນນຳ ທ້າວ ຈ ແຕ່ບັງເອີນໃນໄລຍະເວລາຂອງປີທີສາມ ໄດ້ເກີດໄພນ້ຳຖ້ວມ ແຕ່ວັນທີ 20 ສິງຫາ 2013 ຫາວັນທີ 20 ພະຈິກ 2013 ຈາກນັ້ນ ຈຶ່ງຄືນສູ່ສະພາບປົກກະຕິ ໃນໄລຍະເວລາສາມເດືອນທີ່ເກີດໄພທຳມະຊາດ ເຮັດໃຫ້ ນາງ ຖ ບໍ່ສາມາດໄປຫາ ທ້າວ ຈ ໄດ້ນັ້ນ ຖືວ່າເປັນໄລຍະເວລາຂອງອາຍຸຄວາມຖືກໂຈະ ຊຶ່ງໄລຍະເວລາດັ່ງກ່າວ ບໍ່ໃຫ້ໄລ່ເຂົ້າໃສ່ກຳນົດເວລາຂອງອາຍຸຄວາມໃນການຮ້ອງຟ້ອງ ນາງ ຖ ສາມາດໄປທວງເອົາມູນມໍລະດົກໄດ້ຈົນຮອດວັນທີ 31 ມີນາ 2014 ຈຶ່ງໝົດ ແທນທີ່ຈະແມ່ນວັນທີ 31 ມັງກອນ 2014.
ຜູ້ຂຽນ: ໄມ້ງັດ Vientiane Mai