ຮອງນາຍົກລັດຖະມົນຕີ ສັງລວມບັນຫາສໍາຄັນໃນການດໍາເນີນທຸລະກິດຢູ່ລາວ
August 8, 2020 - 2:49 PM




ຜ່ານການເຂົ້າຮ່ວມກອງປະຊຸມເຜີຍແຜ່ແຜນດໍາເນີນງານການດໍາເນີນທຸລະກິດຢູ່ ສປປ ລາວ ໃນວັນທີ 5 ສິງຫາຜ່ານມາ, ທ່ານ ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ສັງລວມບັນຫາທີ່ສໍາຄັນຄື:


- ຜ່ານມາ, ເຫັນວ່າບັນດາຂະແໜງການກ່ຽວຂ້ອງໄດ້ເອົາໃສ່ປັບປຸງຢ່າງຕັ້ງໜ້າ, ໄດ້ປັບປຸງແລະສ້າງນິຕິກໍາໃໝ່ ຫຼາຍສະບັບເພື່ອໃຫ້ສອດຄ່ອງກັບພາກພື້ນແລະສາກົນ. ເຖິງແນວໃດກໍຕາມ, ເຫັນວ່າສະພາບແວດລ້ອມໃນການດໍາເນີນທຸລະກິດຢູ່ ສປປ ລາວ ກໍຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ. ບັນຫາຫຼັກແມ່ນຍ້ອນນິຕິກໍາເຫຼົ່ານັ້ນບໍ່ໄດ້ຖືກຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ຂາດຄວາມເປັນເອກະພາບລະຫວ່າງສູນກາງ ແລະ ທ້ອງຖິ່ນ, ເຮັດໃຫ້ທະນາຄານໂລກບໍ່ນັບເຂົ້າໃນການປະເມີນ.
- ບັນຫາທີ່ສອງຕິດພັນກັບບັນຫາຂ້າງເທິງ, ກໍແມ່ນເລື່ອງບຸກຄະລາກອນ. ເຫັນວ່າສໍາຄັນກວ່າການອອກນິຕິກໍາ, ຄະນະນໍາຂອງແຕ່ລະຂະ ແໜງການຈະຕ້ອງໄດ້ຊີ້ນໍາຢ່າງໄກ້ຊິດໃນການຈັດຕັ້ງປະຕິບັດບັນດານິຕິກໍາແລະລະບຽບການຕ່າງໆຢ່າງເຂັ້ມງວດກວ່າເກົ່າ. ຕ້ອງໄດ້ລົງເລິກເຮັດວຽກແນວຄິດຂອງບັນດາພະນັກງານໃຫ້ຍົກສູງນໍ້າໃຈຮັບຜິດຊອບ, ຕ້ານພະຍາດອາດຍາສິດແລະປະກົດການຫຍໍ້ທໍ້. ກວດກາຄືນການປະຕິບັດການປ່ຽນແປງ, ຫຼັງຈາກບັ້ນດໍາເນີນຊີວິດການເມືອງປົວແປງພັກ.
- ການຂາດແຄນທາງດ້ານງົບປະມານກໍ່ເປັນປັດໃຈສໍາຄັນອັນໜຶ່ງທີ່ເປັນອຸປະສັກຕໍ່ການຈັດຕັ້ງປະຕິບັດບັນດາກິດຈະກໍາການປັບປຸງຕ່າງໆ ສົ່ງຜົນກະທົບໃຫ້ຄະແນນ ແລະ ອັນດັບຂອງຕົວຊີ້ວັດຫຼຸດລົງ.ສະນັ້ນການປະກອບສ່ວນຂອງອົງການຈັດຕັ້ງສາກົນແລະຄູ່ຮ່ວມພັດທະນາຈຶ່ງເຫັນວ່າມີຄວາມສໍາຄັນແລະຈໍາເປັນທີ່ສຸດ.
- ເພີ່ມທະວີປັບປຸງຕົວຊີ້ວັດທີ່ເຫັນວ່າຍັງບໍ່ມີຄວາມຄືບໜ້າເທົ່າທີຄວນເປັນຕົ້ນຕົວຊີ້ວັດທີ 5: ການເຂົ້າເຖິງສິນເຊື່ອ, ຕົວຊີ້ວັດທີ 9: ການບັງຄັບໃຊ້ສັນຍາແລະຕົວຊີ້ວັດທີ 10: ການແກ້ໄຂການລົ້ມລະລາຍໂດຍມີການວາງແຜນໜຶ່ງຫຼືສອງຂື້ນໄປ, ຈັດບູລິມະສິດກໍານົດກິດຈະກໍາທີ່ມີຜົນກະທົບໂດຍກົງແລະຢ່າງຫຼວງຫຼາຍຕໍ່ດັດຊະນີ.
- ປັດຈຸບັນ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວໄດ້ແຕ່ງຕັ້ງຄະນະຮັບຜິດຊອບຕົວຊີ້ວັດເພື່ອເປັນຕົວແທນໃຫ້ພາກເອກະຊົນໃນການຕິດຕາມການຈັດຕັ້ງປະຕິບັດແຜນດໍາເນີນງານແລ້ວ. ດັ່ງນັ້ນ, ພວກເຮົາຕ້ອງໄດ້ເຮັດວຽກຮ່ວມກັນຫຼາຍຂື້ນເພື່ອເກັບກໍາບັນຫາທີ່ເຫັນວ່າຍັງພົບພໍ້ໃນເວລາດໍາເນີນທຸລະກິດ, ງ່ຽງຫູຟັງຄໍາສະເໜີຂອງເຂົາເຈົ້າ ແລະ ຊອກຫາວິທີແກ້ໄຂຮ່ວມກັນ.