ຢູເວັນຕຸສ ປົດຊາຣີ້! ແຕ່ງຕັ້ງ ອັນເດ ປີໂລ້ ຕຳນານນັກເຕະຂອງທີມ ຄຸມແທນ..!
ຫລັງຈາກສະໂມສອນ ຢູເວັນຕຸສ ທີມແຊ້ມ ເຊຣີອາ ອີຕາລີ 9 ສະໄໝຕິດຕໍ່ກັນ ປະກາດປົດຜູ້ຈັດການທີມ ເມົາຣິຊີໂອ້ ຊາຣຣີ້ ຊາວອີຕາລີ ອາຍຸ 61 ປີ ໃນວັນທີ 8 ສິງຫາຜ່ານມາ ຫຼັງພາທີມຕົກຮອບ 16 ທີມສຸດທ້າຍ ຢູຟ້າ ແຊ້ມປ້ຽນລີກ ລະດູການນີ້ ເສຍໃຫ້ ໂອລິມປິກ ລີຢົງ ດ້ວຍກົດປະຕູທີມຢາມ ລວມຜົນ 2 ນັດ ສະເໝີກັນ 2-2 ໂດຍນັດທີ 1 ບຸກໄປເສຍໃຫ້ ລີຢົງ 0-1, ລີຢົງ ດັບຝັນ ຢູເວ່ ທີ່ຫວັງຄວ້າແຊ້ມ ຢູຟ້າ ແຊ້ມປ້ຽນລີກ ໃນລະດູການນີ້ ພາຍຫລັງຫ່າງເຫີນມາແຕ່ປີ 1996.
ຫລ້າສຸດ ຢູເວັນຕຸສ ໄດ້ເລືອກ ອັນເດ ປີໂລ້ ຕຳນານນັກເຕະຂອງທີມອາຍຸ 41 ປີ ອະດີດກອງກາງຂອງທີມ ໃຫ້ເລື່ອນມາຄຸມທີມຊຸດໃຫຍ່ແທນ ຊາຣີ້ ເຊັນສັນຍາ 2 ປີ, ກ່ອນໜ້ານີ້ ເມື່ອທ້າຍເດືອນກໍລະກົດນີ້ ປີໂລ້ ເຂົ້າມາຄຸມ ຢູເວັນຕຸສ ຊຸດ U-23 ປີ ຫລັງອຳລາອາຊີບເມື່ອປີ 2017 ກັບສະໂມສອນ ນິວຢ໊ອກ ຊິຕີ້ ທີມໃນເມເຈີລີກຊັອກເກີຂອງສະຫະລັດອາເມຣິກາ ແລະ ເຂົ້າສູ່ການຮຽນຮູ້ເປັນຄູຝຶກ ແລະ ສາມາດສອບຜ່ານເປັນຄູຝຶກ ໂປຣລາຍເຊັ້ນ ໃນເດືອນສິງຫາປີ 2019.
Photo: Juventus