ແຮງງານໃນອາຊີ-ປາຊີຟິກລາຍໄດ້ຫລຸດລົງ ດຶງເສດຖະກິດຂອງປະເທດລົງສູ່ສະພາບຫລຸດຖອຍ
ADB ເປີດເຜີຍລາຍໄດ້ຂອງແຮງງານຈາກອາຊີ-ປາຊີຟິກທີ່ເຮັດວຽກຢູ່ຕ່າງປະເທດວ່າງງານຈຳນວນຫລາຍຈາກຜົນກະທົບຂອງໂຄວິດ ສົ່ງຜົນຢ່າງໜັກຕໍ່ເສດຖະກິດ ແລະ ຄວາມທຸກຍາກພາຍໃນປະເທດບ້ານເກີດ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ທະນາຄານເພື່ອການພັດທະນາແຫ່ງອາຊີ (ADB) ລາຍງານຜົນການສຶກສາວ່າ: ລາຍໄດ້ຈາກແຮງງານອາຊີ-ປາຊີຟິກທີ່ເຮັດວຽກຢູ່ຕ່າງປະເທດຈະຫລຸດລົງເຖິງ 54.300 ລ້ານໂດລາ ເນື່ອງຈາກການວ່າງງານເປັນຈຳນວນຫລາຍ ຕະຫລອດຈົນຫລຸດຄ່າຈ້າງໃນກຸ່ມແຮງງານຕ່າງປະເທດຈາກຜົນກະທົບຂອງການແຜ່ລະບາດໂຄວິດ-19.
ອັດຕາຂອງລາຍໄດ້ທີ່ຫລຸດລົງຄິດເປັນ 19,8% ຂອງເງິນໄດ້ຈາກແຮງງານທີ່ເຮັດວຽກຢູ່ຕ່າງປະເທດໃນພາກພື້ນ ໃນປີ 2018.
ຈຳນວນແຮງງານທີ່ມາຈາກອາຊີ-ປາຊີຟິກນັ້ນ ມີອັດຕາ 33% ຂອງແຮງງານຕ່າງປະເທດທົ່ວໂລກໃນປີ 2019 ເຊິ່ງຖືເປັນຕົວເລກສູງທີ່ສຸດໃນໂລກ. ຂະນະທີ່ລາຍໄດ້ຈາກແຮງງານທີ່ເຮັດວຽກຢູ່ຕ່າງປະເທດ 315.000 ລ້ານໂດລາ ໃນປີຜ່ານມາ ເຊິ່ງຖືເປັນນ້ຳຫລໍ່ລ້ຽງທີ່ສຳຄັນສຳລັບຄອບຄົວທຸກຍາກ ແລະ ຄອບຄົວທີ່ມີຄວາມບອບບາງ.
ທ່ານ ມາຊັດຊຸກຸ ອາຊາກາວາ ປະທານ ADB ກ່າວວ່າ: ການລະບາດຄັ້ງນີ້ໄດ້ສົ່ງຜົນກະທົບຢ່າງໜັກຕໍ່ເສດຖະກິດ, ສັງຄົມ ແລະ ການພັດທະນາຢູ່ອາຊີ ແລະ ປາຊີຟິກ. ອີກທັງຍັງດຶງຄວາມກ້າວໜ້າໃນການບັນເທົາຄວາມທຸກຍາກ ແລະ ຍັງເຮັດໃຫ້ເສດຖະກິດປະເທດຕ່າງໆຕ້ອງເຂົ້າສູ່ສະພາບຫລຸດຖອຍ.
ປະເທດທີ່ລາຍໄດ້ຈາກແຮງງານທີ່ເຮັດວຽກຢູ່ຕ່າງປະເທດມີອັດຕາຕໍ່ລວມຍອດຜະລິດຕະພັນພາຍໃນສູງເຊັ່ນ: ຕອງກ້າ, ຊາເມົາ ແລະ ປະເທດອື່ນໆໃນເຂດປາຊີຟິກນັ້ນ ມີທ່າອ່ຽງວ່າຈະໄດ້ຮັບຜົນກະທົບຮຸນແຮງຈາກລາຍໄດ້ທີ່ຫລຸດລົງ ເນື່ອງຈາກການແຜ່ລະບາດຂອງໂຄວິດ-19.