ເກີດເຫດໄຟໄໝ້ຄັ້ງໃຫ່ຍ ສະຖານທີ່ປິ່ນປົວ ໂຄວິດ-19 ແຫ່ງໜຶ່ງໃນອິນເດຍ
August 10, 2020 - 11:25 AM
ແຫຼ່ງຂ່າວຈາກ VOV.VN, ວັນທີ 10 ສິງຫານີ້ ໃຫ້ຮູ້ວ່າ: ເກີດເຫດໄຟໄໝ້ຄັ້ງໃຫ່ຍສະຖານທີ່ປິ່ນປົວໂຄວິດ-19 ແຫ່ງໜຶ່ງໃນເມືອງ Bijayawada, ລັດ Andhra Pradesh ທາງພາກໃຕ້ຂອງ ອິນເດຍ.
ໃຫ້ສຳພາດຕໍ່ສື່ມວນຊົນ, ທ່ານ Srinivasulu ເຈົ້າໜ້າທີ່ທ້ອງຖິ່ນຄົນໜຶ່ງໃຫ້ຮູ້ວ່າ: “ມີປະມານ 15-20 ຄົນ ຖືກຕິດຄ້າງຢູ່ໃນສະຖານທີ່ດັ່ງກ່າວ ໄດ້ຮັບການຊ່ວຍເຫຼືອເອົາອອກມາໄດ້ ແລະ ສົ່ງໄປໂຮງໝໍຢ່າງຮີບດ່ວນ. ແປວໄຟຖືກຄວບຄຸມໄວ້ແລ້ວ ແຕ່ພວກຂ້ອຍກໍຍັງສືບຕໍ່ຄົ້ນຫາຜູ້ຍັງຕິດຄ້າງຕໍ່ໄປ”.
ເຫດໄຟໄໝ້ຄັ້ງນີ້ເກີດຂຶ້ນເມື່ອເວລາ 5 ໂມງເຊົ້າຂອງມື້ນີ້(ວັນທີ 10 ສິງຫາ ໂມງໃນ ອິນເດຍ) ຢູ່ທີ່ໂຮງແຮມຫຼັງໜຶ່ງທີ່ເປັນໂຮງແຮມແຍກປ່ຽວປິ່ນປົວຜູ້ຕິດເຊື້ອໄວຣັດໂຄວິດ-19, ມີຜູ້ເສຍຊີວິດຢ່າງໜ້ອຍ 7 ຄົນ.
ປັດຈຸບັນເຈົ້າໜ້າທີ່ກຳລັງຊອກຫາສາເຫດໄຟໄໝ້ຄັ້ງນີ້ຢູ່.
ຂ່າວ: ລູກເມືອງພວນ.