ຄະນະລັດຖະບານເລບານອນລາອອກ ທ່າມກາງກະແສຄຽດແຄ້ນກໍລະນີເຫດລະເບີດຢູ່ເບຣຸດ
ລັດຖະບານເລບານອນຕັດສິນໃຈລາອອກ ຫລັງຖືກກົດດັນຈາກກະແສມວນຊົນທີ່ບໍ່ພໍໃຈກໍລະນີເຫດລະເບີດ ຢູ່ທ່າເຮືອໃນນະຄອນຫລວງເບຣຸດ ຈົນມີຜູ້ເສຍຊີວິດ 200 ກວ່າຄົນ ແລະ ບາດເຈັບຫລາຍກວ່າ 6 ພັນຄົນ ໃນວັນທີ 4 ສິງຫາຜ່ານມາ
ນາຍົກລັດຖະມົນຕີ ຮຳຊັນ ດິອາບ ໄດ້ປະກາດການລາອອກໝົດຄະນະຂອງຄະນະລັດຖະບານ ໃນແລງວັນທີ 10 ສິງຫານີ້ ຕາມເວລາທ້ອງຖິ່ນ ຫລັງປະຊາຊົນຈຳນວນຫລາຍລວມຕົວປະທ້ວງຢູ່ນະຄອນຫລວງເບຣຸດຕໍ່ເນື່ອງເປັນມື້ທີ 3 ເພື່ອກົດດັນໃຫ້ລັດຖະບານຮັບຜິດຊອບຕໍ່ຄວາມລົ້ມເຫລວທີ່ເກີດຂຶ້ນ ຫລັງໜ່ວຍງານລັດຖະບານປະລະບັນຫາ ບໍ່ເຄື່ອນຍ້າຍແອມໂມເນຍໄນເຕຣດທີ່ເກັບໄວ້ຢູ່ສາງສິນຄ້າເຖິງ 6 ປີ ຈົນເກີດໂສກນາດຕະກຳຂຶ້ນ.
ເຖິງຢ່າງໃດກໍຕາມ, ປະທານາທິບໍດີ ມິເຊລ ອູນ ໄດ້ຂໍໃຫ້ລັດຖະບານປະຕິບັດໜ້າທີ່ຮັກສາການໄປຊົ່ວຄາວ ຈົນກວ່າຈະມີການຈັດຕັ້ງຄະນະລັດຖະບານຊຸດໃໝ່ສຳເລັດ.