ອົງການ USAID ແລະ ອົງການ UNICEF ມອບທືນຊ່ວຍເຫລືອ 2.8 ລ້ານໂດລາ ດ້ານສຸຂະພາບ ແລະ ໂພຊະນາການ ສໍາລັບແມ່ ແລະ ເດັກ ໃນ ລາວ
ໃນວັນທີ 7 ສິງຫາ 2020 ທີ່ນະຄອນຫລວງວຽງຈັນ, ສປປ ລາວ ອົງການ USAID ຮ່ວມມືກັບອົງການສະຫະປະຊາຊາດສໍາລັບເດັກ (UNICEF) ໃຫ້ຄໍາໝັ້ນສັນຍາວ່າ ຈະສະໜັບສະໜູນລັດຖະບານ ສປປ ລາວ ເພື່ອປັບປຸງດ້ານສຸຂະພາບ ແລະ ໂພຊະນາການຂອງແມ່ ແລະ ເດັກ ທີ່ອາໃສຢູ່ເຂດຊຸມຊຸມຫ່າງໄກຊອກຫລີກ ແລະ ຍາກໃນການເຂົ້າເຖິງການບໍລິການສຸຂະພາບ. ອົງການ USAID ໄດ້ມອບທືນຊ່ວຍເຫລືອ 2.8 ລ້ານໂດລາສະຫະລັດໃຫ້ແກ່ອົງການ UNICEF ສໍາລັບແຜນງານ 5 ປີ ຄາດວ່າຈະດໍາເນີນການເດືອນກັນຍາ ປີ 2020.
ສປປ ລາວ ມີຄວາມກ້າວໜ້າຫລາຍ ໃນການປັບປຸງຊີວິດທີ່ດີຂຶ້ນຂອງເດັກນ້ອຍ ແລະ ແມ່ ອັດ ຕາສ່ວນການຕາຍຂອງແມ່ຫລຸດລົງຈາກ 905/100,000 (ປີ 1990) ຍັງເຫລືອ 197/100,000 (ປີ 2015). ອັດຕາການຕາຍຂອງເດັກນ້ອຍລຸ່ມ 5 ປີ ແລະ ເດັກອ່ອນ ຫລຸດລົງເຖິງໃນລະດັບເຄິ່ງໜຶ່ງຖ້າທຽບໃສ່ປີ 1990, ຫລຸດລົງຕາມລໍາດັບຈາກ 46 ມາເປັນ 40/1,000 ຄົນ ຂອງເດັກທີ່ເກີດມີຊີວິດ. ເຖິງວ່າຈະມີຄວາມຄືບໜ້າ ໃນການປັບປຸງຜົນໄດ້ຮັບດ້ານສຸຂະພາບ ແລະ ໂພຊະນາການ ສຳລັບເດັກ ແລະ ແມ່, ເດັກນ້ອຍອາຍຸລຸ່ມ 5 ປີ ຈໍານວນໜຶ່ງຍັງເສຍຊີວິດ ຈາກພະຍາດທີ່ສາມາດປ້ອງກັນ ຫລື ປີ່ນປົວໄດ້ເຊັ່ນ: ສາເຫດຂອງພະຍາດໃນເດັກເກີດໃໝ່, ອັກເສບປອດ, ຖອກທ້ອງ ແລະ ຂາດສານອາຫານ. ຄວາມຄືບໜ້າໃນການແກ້ໄຂບັນຫາ ການຂາດສານອາຫານໃນເດັກນ້ອຍຍັງຊັກຊ້າ. ອັດຕາຊັດສ່ວນຂອງເດັກເຕ້ຍ (ລວງສູງທຽບໃສ່ອາຍຸ) ໂດຍສະເລ່ຍໃນທົ່ວປະເທດແມ່ນ 33% ສຳລັບເດັກອາຍຸລຸ່ມ 5 ປີ, ແຕ່ວ່າ ຍັງພົບຫລາຍກວ່າ 40% ໃນກຸ່ມດ້ອຍໂອກາດ (ກຸ່ມຄົນລາວ – ໄຕ, ຜູ້ທີ່ບໍ່ມີເສັ້ນທາງເຂົ້າເຖິງ, ຄອບຄົວທຸກຍາກທີ່ສຸດ ແລະ ຜູ້ທີ່ບໍ່ມີການສຶກສາ).
ອົງການ USAID ມີຄວາມພູມໃຈຈະສະໜັບສະໜູນ ຕໍ່ກັບຄວາມພະຍາຍາມຂອງລັດຖະບານ ສປປ ລາວ ບໍ່ປະປ່ອຍໃຜຜູ້ໜຶ່ງໄວ້ເບື້ອງຫລັງ ໂດຍການເສີມສ້າງຄວາມເຂັ້ມແຂງຢູ່ຂັ້ນຊຸມຊົນ ໃນການໃຫ້ບໍລິການສຸຂະພາບ ແລະ ໂພຊະນາການ ຢູ່ຂັ້ນພື້ນຖານ”. “ໂດຍຜ່ານແຜນການນີ້, ພວກເຮົາຈະເຂົ້າເຖິງສຸຂະພາບແມ່ຍິງໄວຈະເລີນພັນເກືອບ 80.000 ຄົນ, ແລະ ເດັກນ້ອຍອາຍຸລຸ່ມ 5 ປີ ຫລາຍກວ່າ 32.000 ຄົນ ຢູ່ໃນ 12 ເມືອງ ຂອງ 4 ແຂວງ: ແຂວງ ອັດຕະປື, ຄຳມ່ວນ, ສາລະວັນ ແລະ ແຂວງສະຫວັນນະເຂດ”. ກິດຈະກຳໃໝ່ນີ້, ແມ່ນຢັ້ງຢືນເຖິງຄູ່ຮ່ວມງານທີ່ເຂັ້ມແຂງຂອງພວກເຮົາກັບ ອົງການ UNICEF ພາຍໃຕ້ການຮ່ວມມືຂອງສະຫະລັດອາເມລິກາ ປະຈໍາລາວ, ເຊິ່ງເປັນການປັບປຸງຊີວິຄວາມເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນ.”
ໃນຊ່ວງການລະບາດຂອງພະຍາດ COVID-19 ການລົງທືນດັ່ງກ່າວ, ມີຄວາມສຳຄັນຫລາຍໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບສາທາລະນະສຸກຂັ້ນຊຸມຊົນ ເພື່ອຮັບປະກັນວ່າ ມີການສືບຕໍ່ການໃຫ້ບໍລິການດ້ານສຸຂະພາບ ແລະ ໂພຊະນາການທີ່ຈຳເປັນຢ່າງຕໍ່ເນື່ອງ ເພື່ອຫລີກລ້ຽງບໍ່ໃຫ້ມີອັດຕາການເປັນພະຍາດ ແລະ ອັດຕາການຕາຍຂອງແມ່ ແລະ ເດັກເພີ້ມຂຶ້ນ. ນອກຈາກນີ້, ການສຸມໃສ່ຊຸມຊົນທີ່ດ້ອຍໂອກາດ ແມ່ນມີຄວາມສຳຄັນທີ່ສຸດ, ໂດຍສະເພາະຜົນກະທົບດ້ານເສດຖະກິດ-ສັງຄົມ ທີ່ເກີດຈາກການລະບາດຂອງພະຍາດ ອາດຈະເຮັດໃຫ້ມີຄວາມບໍ່ສະເໝີພາບ ຢູ່ພາຍໃນປະຊາກອນເພີ່ມຂຶ້ນ.