ຫລາຍພາກສ່ວນໃຫ້ທຶນຊ່ວຍເຫລືອປັບປຸງ ໂຮງໝໍແຂວງສະຫວັນນະເຂດ
August 11, 2020 - 3:03 PM
ພິທີມອບ-ຮັບເງິນຊ່ວຍເຫລືອຈາກຄອບຄົວການນຳແຂວງ, ນັກທຸລະກິດ, ສິດເກົ່ານັກຮຽນອຸດົມເລກ 4 ປີ 1990 ໃຫ້ແກ່ໂຮງໝໍແຂວງສະຫວັນນະເຂດ ໄດ້ມີຂຶ້ນໃນວັນທີ 7 ສິງຫາຜ່ານມານີ້ ໂດຍການເຂົ້າຮ່ວມຂອງຮອງເຈົ້າແຂວງດັ່ງກ່າວ ມີຈຳນວນເງິນທັງໝົດ 158 ລ້ານກວ່າກີບ ເພື່ອປັບປຸງຕຶກພິເສດຂອງໂຮງໝໍເປັນບ່ອນຟອກເລືອດຂອງຄົນເຈັບໄຂ່ຫລັງ.
ອຳນວຍການໂຮງໝໍແຂວງ ໃຫ້ຮູ້ວ່າ: ປັດຈຸບັນ ໂຮງໝໍແຂວງສະຫວັນນະເຂດປະກອບມີຕຶກ-ອາຄານ ພ້ອມດ້ວຍເຄື່ອງມືຮັບໃຊ້ບໍລິການກວດຄົນເຈັບເກືອບຄົບຊຸດແລ້ວ, ແຕ່ເປັນໂຮງໝໍເກົ່າແກ່, ຊຸດໂຊມ ແລະ ແອອັດ. ດັ່ງນັ້ນ ຈຳເປັນຕ້ອງໄດ້ປົວແປງ ແລະ ຂະຫຍາຍຫ້ອງຄົນເຈັບເພື່ອຮອງຮັບເຄື່ອງຟອກເລືອດທີ່ຈະມີການຕິດຕັ້ງຕື່ມອີກ ເພື່ອໃຫ້ພຽງພໍກັບຄວາມຕ້ອງການ.