ກອງປະຊຸມທາງໄກຂອງຄະນະກຳມະການ ຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 36 ຈັດຂຶ້ນຢູ່ຟີລິບປິນ
ໃນລະຫວ່າງວັນທີ 11-12 ສິງຫານີ້, ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມສັງຄົມສົງເຄາະ, ຄະນະກຳມະການຄຸ້ມຄອງໄພພິບັດ ປະເທດອາຊຽນ ແລະ ໄດ້ນຳຄະນະຜູ້ແທນລາວເຮົາເຂົ້າຮ່ວມກອງປະຊຸມທາງໄກ (Video conferencing) ຂອງຄະນະກຳມະການຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 36 ແລະ ກອງປະຊຸມປິ່ນອ້ອມອື່ນໆ ໂດຍການເປັນປະທານຂອງທ່ານ Ricardo B.JALAD ຫົວໜ້າກົມ, ຫົວໜ້າຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດປະເທດຟີລິບປິນ.
ກອງປະຊຸມໄດ້ປຶກສາຫາລືຫລາຍບັນຫາທີ່ສຳຄັນໃນວຽກງານຄຸ້ມຄອງໄພພິບັດ ໂດຍສະເພາະແມ່ນທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດແຜນປະຕິບັດງານສັນຍາອາຊຽນວ່າດ້ວຍການຄຸ້ມຄອງໄພພິບັດ ແລະ ຕອບໂຕ້ສຸກເສີນ 2016-2020, ພ້ອມທັງໃຫ້ບັນດາກຸ່ມແຜນງານໄດ້ນຳສະເໜີຜົນສຳເລັດ ແລະ ຂໍ້ຄົງຄ້າງບັນດາໜ້າວຽກບູລິມະສິດທີ່ຢູ່ໃນຄວາມຮັບຂອງແຕ່ລະກຸ່ມແຜນງານ, ຮ່ວມກັນປຶກສາຫາລືຕໍ່ກັບຮ່າງແຜນປະຕິບັດງານດັ່ງກ່າວ ສຳລັບປີ 2021-2025; ກອງປະຊຸມຍັງຈະໄດ້ປຶກສາຫາລືຕໍ່ກັບຖະແຫລງການພິເສດສຸດຍອດອາຊຽນບວກສາມ ກ່ຽວກັບວຽກງານໂຄວິດ-19 ແລະ ກອງປະຊຸມຄະນະກຳມະການຮ່ວມມື ເພື່ອເສີມຂະຫຍາຍຂອບການຮ່ວມມືຊ່ວຍເຫລືອດ້ານມະນຸດສະທຳ ຄັ້ງທີ 13 ຈະໄດ້ຮ່ວມກັນປຶກສາຫາລືວຽກຂອງແຕ່ລະເຈົ້າໜ້າທີ່ອາວຸໂສຂອງອາຊຽນທີ່ຕິດພັນກັບການຊ່ວຍເຫລືອ ແລະ ຕອບໂຕ້ດ້ານມະນຸດສະທຳໄພພິບັດ ເປັນຕົ້ນເຈົ້າໜ້າທີ່ອາວຸໂສອາຊຽນ, ເຈົ້າໜ້າທີ່ອາວຸໂສປ້ອງກັນປະທດອາຊຽນ, ເຈົ້າໜ້າທີ່ອາວຸໂສສາທາລະນະສຸອາຊຽນ, ເຈົ້າໜ້າທີ່ອາວຸໂສສະຫວັດດີການສັງຄົມອາຊຽນ ເປັນຕົ້ນແມ່ນຄວາມຄືບໜ້າຂອງຜູ້ຕາງໜ້າຈາກພາກສ່ວນປ້ອງກັນປະເທດປະຈຳຢູ່ສູນອາຮາເຊັນເຕີ, ມາດຖານຂັ້ນຕອນປະຕິບັດງານ, ການປະສານງານຂອງທີມແພດສຸກເສີນອາຊຽນ; ການຮັບຮອງເອົາຄູ່ມືການປົກປ້ອງທາງສັງຄົມໄພພິບັດອາຊຽນ; ການສ້າງຄວາມເຂັ້ມແຂງຫລາຍຂະແໜງການໃນວຽກງານການກຽມຄວາມພ້ອມ ແລະ ຕອບໂຕ້ພະຍາດລະບາດອາຊຽນ; ສ້າງຄວາມເຂັ້ມແຂງວຽກງານສຸຂະພາບຈິດ ແລະ ຈິດຕະວິທະຍາ ເພື່ອສະໜັບສະໜູນການຕອບໂຕ້ໄພພິບັດ. ພ້ອມກັນນີ້, ກອງປະຊຸມຄະນະບໍລິຫານງານສູນປະສານງານຊ່ວຍເຫລືອດ້ານມະນຸດສະທໍາໄພພິບັດອາຊຽນ ຄັ້ງທີ 12 ກໍຈະໄດ້ປຶກສາຫາລືຕໍ່ກັບແຜນປະຕິບັດງານຂອງສູນປະສານງານຊ່ວຍເຫລືອດ້ານມະນຸດສະທຳອາຊຽນ 2021-2025 ເພື່ອໃຫ້ແທດເໝາະກັບແຜນງານສັນຍາອາຊຽນ, ລາຍງານການເງິນໃນການບໍລິຫານສູນ, ຜົນຂອງການຮ່ວມມືກັບຄູ່ຮ່ວມພັດທະນາ ແລະ ຮັບຮອງສືບຕໍ່ການປະຕິບັດໜ້າທີ່ຂອງຫົວໜ້າສູນປະສານງານຊ່ວຍເຫລືອດ້ານມະນຸດສະທຳໄພພິບັດອາຊຽນອີກ 2 ສະໄໝ.