ນັກການເມືອງຍີ່ປຸ່ນປຸກລະດົມ ຕໍ່ຕ້ານການໃສ່ຜ້າປິດປາກ
ສຳນັກຂ່າວ JapanToday ລາຍງານວ່າ: ໃນວັນທີ 9 ສິງຫາຜ່ານມາ, ຊາວຍີ່ປຸ່ນກຸ່ມໜຶ່ງລວມຕົວກັນຈັບປ້າຍປຸກລະດົມຕໍ່ຕ້ານການໃສ່ຜ້າປິດປາກ-ດັງ ແລະ ມາດຕະການອື່ນໆທີ່ປ້ອງກັນບໍ່ໃຫ້ເຊື້ອໂຄໂຣນາໄວຣັສແຜ່ລະບາດ ຢູ່ບໍລິເວນສະຖານີລົດໄຟຊິບຸຍະ ເຊິ່ງເປັນສະຖານີທີ່ມີຄົນໜາແໜ້ນທີ່ສຸດຂອງຍີ່ປຸ່ນ.
ນອກຈາກນີ້ ຍັງມີການເຊີນຊວນໃຫ້ສະມາຊິກກຸ່ມເຂົ້າໄປໃຊ້ບໍລິການລົດໄຟສາຍຍະມະໂນະເຕະທີ່ແລ່ນອ້ອມນະຄອນຫລວງໂຕກຽວໂດຍບໍ່ໃສ່ຜ້າປິດປາກ-ດັງ ເພື່ອສະແດງໃຫ້ຄົນອື່ນໆເຫັນວ່າການໃສ່ຜ້າປິດປາກ-ດັງເປັນເລື່ອງທີ່ແປກແຍກ.
ແກນນຳຂອງກິດຈະກຳນີ້ຄືທ່ານ ມະຊະຍຸກິ ອິຣະສິກະ ທີ່ເສຍໄຊການເລືອກຕັ້ງເຈົ້າຄອງນະຄອນຫລວງໂຕກຽວ ທີ່ຫາກໍຈັດຂຶ້ນໃນເດືອນກໍລະກົດຜ່ານມາ ໂດຍລະຫວ່າງການຫາສຽງ ທ່ານຍົກເອົາບັນຫານະໂຍບາຍ “COVID-19 ເປັນພຽງໄຂ້ຫວັດທຳມະດາ” ແລະ ຍັງບອກອີກວ່າ: ການສຳຜັດເຊື້ອໂຄໂຣນາໄວຣັສຈະຊ່ວຍກະຕຸ້ນໃຫ້ພູມຄຸ້ມກັນແຂງແຮງ, ແຕ່ມີຊາວນະຄອນຫລວງໂຕກຽວເລືອກທ່ານພຽງ 0,15% ຫລື ບໍ່ຮອດ 10.000 ຄົນເທົ່ານັ້ນ.
ຫລັງຈາກນັກການເມືອງທ່ານນີ້ປະກາດວ່າຈະຈັດກິດຈະກຳດັ່ງກ່າວໃນຊ່ອງຢູທູບສ່ວນຕົວ ໄດ້ສ້າງຄວາມບໍ່ພໍໃຈໃຫ້ຊາວຍີ່ປຸ່ນ ຈົນແຮັດແທັກ #???????? ຫລື cluster festival ຫລື ເທດສະການຄລັສເຕີ ເຊິ່ງຄລັສເຕີເປັນຄຳທີ່ໃຊ້ເອີ້ນການຕິດເຊື້ອໂຄໂຣນາໄວຣັສເປັນກຸ່ມໃຫຍ່ໃນເວລາດຽວກັນ ຕິດອັນດັບ 1 ໃນທະວິດເຕີຂອງຍີ່ປຸ່ນ.