ເຢຍລະມັນຊ່ວຍຍົກລະດັບຄວາມຮູ້ ດ້ານການກວດກາສະຫະກອນໃຫ້ທະນາຄານລາວ
ກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບອົງການສະຫະພັນສະຫະກອນໄຣໄຟເຊັນແຫ່ງ ສ.ເຢຍລະມັນ ປະຈຳລາວ (DGRV) ໄດ້ຈັດການອົບຮົມ ວຽກງານການກວດກາສະຫະກອນຂຶ້ນໃນວັນທີ 19 -21 ມິຖຸນານີ້, ທີ່ນະຄອນແຂວງວຽງຈັນ ໂດຍການເປັນປະທານຂອງ ຮອງຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ແລະ ຊ່ຽວຊານ ຂອງອົງການ DGRV ບັນດາ ພະນັກງານວິຊາການພາຍໃນ ກົມຄຸ້ມຄອງສະຖາບັນການເງິນ, ບັນດາສາຂາ ທຫລ ປະຈຳພາກເຂົ້າຮ່ວມນຳ.
+ ເດັມເບເລ ຄວ້າລາງວັນນັກເຕະດີເດັ່ນຂອ ງບຸນເດສລີກາ ເຢຍລະມັນ
+ ສຳມະນາກອນຈຳນວນ 15 ທ່ານ ສຳເລັດການຝຶກອົບຮົມຄູຝຶກຟຸດຊໍ
ການຝຶກອົບຮົມວຽກງານ ການກວດກາສະຫະກອນ ໃນຄັ້ງ ນີ້ ບັນດານັກວິທະຍາກອນໄດ້ຮຽນຮູ້ຄວາມຮູ້ ພື້ນຖານ ກ່ຽວກັບການກວດສອບ, ເປົ້າໝາຍຂອງ ການກວດສອບ, ສາຍເຫດມີ ການກວດສອບ, ການກະກຽມກ່ອນການກວດສອບ ແລະການວິເຄາະຜົນການກວດສອບ, ພ້ອມບົດຮຽນຕ່າງໆກ່ຽວກັບ ການປະຕິບັດວຽກງານກວດສອບເພື່ອ ໃຫ້ນັກ ຝຶກອົບຮົມໄດ້ ເຂົ້າໃຈເລິກເຊິ່ງ, ນອກຈາກນີ້ ຍັງຈະໄດ້ພ້ອມກັນໄປທັດສະ ນະສຶກສາເພື່ອເກັບກໍາຂໍ້ມູນຕົວຈິງຢູ່ສະຫະກອນສິນເຊື່ອ ເງິນຝາກປະຢັດ (ສສງ) ມິດຕະພາບ.
ການຝຶກອົບຮົມ ວຽກງານ ການກວດກາສະຫະກອນໃຫ້ແກ່ຜູ້ຄຸ້ມຄອງ ກໍຄືພະນັກງານ ຂອງ ທຫລ ຄັ້ງນີ້ມີ 6 ຫົວຂໍ້ໃຫຍ່ ຊຶ່ງແຕ່ລະຫົວຂໍ້ຈະໄດ້ຈັດຂື້ນໃນແຕ່ລະເດືອນຕໍ່ເນື່ອງ ກັນໂດຍມີທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ແລະ ການຝຶກ ອົບຮົມເທື່ອນີ້ເປັນການສານຕໍ່ຈາກຕົ້ນປີ 2017 ເຊິ່ງໄດ້ເລືອກເອົາ ສສງ ທ່າແຂກເປັນບ່ອນສຶກສາຂໍ້ມູນຕົວຈິງ ແລະ ໃນຕໍ່ ໜ້ານີ້ກົມຄຸ້ມຄອງສະຖາບັນການເງິນ-ອົງການດັ່ງກ່າວຍັງມີແຜນສືບຕໍ່ຈັດຝຶກອົບຮົມໃຫ້ແກ່ບັນດາສາຂາ ທຫລ ໃນ 4 ພາກຕື່ມອີກ.
ປັດຈຸບັນນີ້ ລັດຖະບານ ໄດ້ມີການວາງນະໂຍບາຍສະເພາະແນໃສ່ສ້າງເງື່ອນໄຂທີ່ເອື້ອອຳນວຍດ້ານຕ່າງໆເພື່ອສົ່ງ ເສີມໃຫ້ວຽກງານສະຫະກອນມີການຂະຫຍາຍຕົວ, ມີຄວາມ ຍືນຍົງ ແລະ ຮັບປະກັນຄວາມປອດໄພຂອງສະມາຊິກ ແລະ ເປົ້າໝາຍຫຼັກໃນການຝຶກອົບຮົມກໍເພື່ອສ້າງໃຫ້ເປັນເຄື່ອງ ມືໜຶ່ງໃນການປະຕິບັດແຜນການຫຼຸດຜ່ອນຄວາມທຸກຍາກ ເຮັດໃຫ້ປະຊາຊົນສາມາດເຂົ້າເຖິງແຫຼ່ງທຶນກໍຄືການບໍລິການການເງິນທີ່ສະດວກສະບາຍດີຂຶ້ນ.