ເພື່ອຄວາມປອດໄພຂອງທຸກຝ່າຍ..! AFF ປະກາດເລື່ອນທຸກລາຍການແຂ່ງຂັນໃນປີນີ້
August 12, 2020 - 11:49 AM
ສະຫະພັນບານເຕະອາຊຽນ (AFF) ປະກາດເລື່ອນການແຂ່ງຂັນບານເຕະຊີງແຊ້ມອາຊຽນ ທຸກລາຍການແຂ່ງຂັນໃນປີ 2020 ເນື່ອງວ່າໄດ້ຮັບຜົນກະທົບຈາກໂຄວິດ-19 ທີ່ຍັງບໍ່ສາມາດຄວບຄຸມໄດ້ ຈຶ່ງຕ້ອງໄດ້ເລື່ອນການຈັດການແຂ່ງຂັນອອກໄປເປັນປີ 2021 ສ່ວນວັນເວລານັ້ນທາງ (AFF) ແມ່ນຈະກໍານົດ ແລະ ຈະແຈ້ງໃຫ້ຊາບອີກຄັ້ງ
ສຳຫຼັບລາຍການທີ່ເລື່ອນປະກອບມີ:
-AFF ຊູຊູກິ ຄັບ 2020
-ບານເຕະຍິງຊີງແຊ້ມອາຊຽນ
-ບານເຕະຊີງແຊ້ມອາຊຽນ ຮຸ່ນອາຍຸ 16 ປີ
-ບານເຕະຊີງແຊ້ມອາຊຽນ ຮຸ່ນອາຍຸ 19 ປີ
-ບານເຕະຍິງຊີງແຊ້ມອາຊຽນ ຢູ 15
-ບານເຕະຍິງຊີງແຊ້ມອາຊຽນ ຢູ 18
-ຟຸດຊໍຊີງແຊ້ມອາຊຽນ -ຟຸດຊໍຊີງແຊ້ມສະໂມສອນອາຊຽນ
-ຟຸດຊໍຊາຍຫາດຊີງແຊ້ມອາຊຽນ