ມາດຕະການກຳຈັດບັນຫາ​ຫຼອກ​ລວງ ເພື່ອ​ຂາຍ​​ຢາ​ປົວ​ພະຍາດ​ປອມ​ ຂອງຕ່າງປະເທດ

ມາດຕະການກຳຈັດບັນຫາ​ຫຼອກ​ລວງ ເພື່ອ​ຂາຍ​​ຢາ​ປົວ​ພະຍາດ​ປອມ​ ຂອງຕ່າງປະເທດ - Time fo an Adventure 2020 08 13T155020 - ມາດຕະການກຳຈັດບັນຫາ​ຫຼອກ​ລວງ ເພື່ອ​ຂາຍ​​ຢາ​ປົວ​ພະຍາດ​ປອມ​ ຂອງຕ່າງປະເທດ
ມາດຕະການກຳຈັດບັນຫາ​ຫຼອກ​ລວງ ເພື່ອ​ຂາຍ​​ຢາ​ປົວ​ພະຍາດ​ປອມ​ ຂອງຕ່າງປະເທດ - kitchen vibe - ມາດຕະການກຳຈັດບັນຫາ​ຫຼອກ​ລວງ ເພື່ອ​ຂາຍ​​ຢາ​ປົວ​ພະຍາດ​ປອມ​ ຂອງຕ່າງປະເທດ

ທີ່ ຍີ່ ປຸ່ນ: ເພື່ອ​ສຸ ຂະ ພາບ ແລະ ຄວາມ​ປອດ​ໄພ​ໃນ​ຊີ ວິດ​ອິນ​ຊີ​ຂອງ​ພົນ ລະ ເມືອງ ທາງ​ການ​ຂອງ​ປະ ເທດ​ຍີ່ ປຸ່ນ ໄດ້​ມີ​ມາດ​ຕະ ການ​ຫ້າມ​ນຳ​ເຂົ້າ​ຢາ​ປົວ​ພະ ຍາດ​ທີ່​ບໍ່​ຮັບ ປະ ກັນ​ດ້ານ​ຄຸນ​ນະ​ພາບ ລວມ​ທັງ​ຜະ ລິດ​ຕະ​ພັນ​ທີ່​ມີ​ລັກ ສະ ນະ​ຄ້າຍ ຫຼື ເຄິ່ງ​ການ​ຢາ ຂ່າວ​ກ່ຽວ​ກັບ​ການ​ສັ່ງ​ຫ້າມ​ດັ່ງ ກ່າວ​ມີ​ຂຶ້ນ​ໃນ​ທ້າຍ​ປີ 2014 ເພື່ອ​ເຮັດ​ໃຫ້​ຄຳ​ສັ່ງ​ຫ້າມ​ມີ​ຜົນ​ສັກ ສິດ ຂ່າວ​ບອກ​ວ່າ ລັດ ຖະ ບານ ແລະ ບັນ ດາ​ພັກ​ກຳ​ອຳ ນາດ​ຂອງ​ຍີ່ ປຸ່ນ​ຕ້ອງ​ໄດ້​ທົບ​ທວນ ແລະ ປັບ ປຸງ​ກົດ ໝາຍ​ທີ່​ພົວ ພັນ​ກັບ​ການ​ນຳ​ເຂົ້າ​ປະ ເພດ​ຢາ​ປົວ​ພະ ຍາດ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ ໂດຍ​ຈະ​ມີ​ການ​ກຳ ນົດ​ໃຫ້​ປະ ເພດ​ຢາ​ທີ່​ບໍ່​ຮັບ ປະ ກັນ​ເຂົ້າ​ໃນ​ບັນ ຊີ​ຢາ​ເສບ​ຕິດ ອາ ວຸດ ແລະ ດິນ​ລະ ເບີດ​ທີ່​ຫ້າມ​ນຳ​ເຂົ້າ​ຍີ່ ປຸ່ນ​ເດັດ ຂາດ ສ່ວນ​ຜູ້​ລະ ເມີດ​ກໍ​ຈະ​ໄດ້​ຮັບ​ໂທດ​ທາງ​ອາ ຍາ ກົດ ໝາຍ​ສະ ບັບ​ປັບ ປຸງ ຊຶ່ງ​ມີ​ຜົນ​ບັງ ຄັບ​ໃຊ້​ໃນ​ເດືອນ​ເມ ສາ ປີ 2015 ສາ ມາດ​ຊ່ວຍ​ສະ ກັດ​ກັ້ນ​ການ​ນຳ​ເຂົ້າ​ຜະ ລິດ​ຕະ​ພັນ​ຄ້າຍ​ການ​ຢາ​ໄດ້​ຢ່າງ​ມີ​ປະ​ສິດ ທິ​ຜົນ ຢູ່​ປະ ເທດ​ລາວ​ພວກ​ເຮົາ ຜະ ລິດ​ຕະ​ພັນ​ຄ້າຍ ຫຼື ເຄິ່ງ​ການ​ຢາ ສ່ວນ​ໃຫຍ່​ແມ່ນ​ປະ ເພດ​ຢາ​ຊູ​ກຳ ລັງ ຢາ​ບຳ ລຸງ​ປະ ເພດ​ຕ່າງໆ ຢາ ພື້ນ ເມືອງ ເພື່ອ​ປິ່ນ ປົວ​ອາ ການ​ເຈັບ ເປັນ​ທີ່​ມັກ​ເກີດ​ຂຶ້ນ​ກັບ​ຄົນ​ເຮົາ ຢາ​ປະ ເພດ​ນີ້​ມັກ​ຈະ​ມີ​ການ​ໂຄ ສະ ນາ​ເກີນ​ຄວາມ​ເປັນ​ຈິງ ເຮັດ​ໃຫ້​ມີ​ຄົນ​ຫຼົງ​ເຊື່ອ​ວ່າ ເປັນ​ຢາ​ທີ່​ສາ ມາດ​ປິ່ນ ປົວ​ພະ ຍາດ​ໄດ້​ແທ້.

ທີ່ ສປ ຈີນ: ຂ່າວ​ຕ່າງ ປະ ເທດ​ຈາກ ສປ ຈີນ ໃນ​ທ້າຍ​ປີ 2017 ກໍ​ໄດ້​ເວົ້າ​ກ່ຽວ​ກັບ​ບັນ ຫາ​ຫຼອກ​ລວງ ເພື່ອ​ຂາຍ​ຜະ ລິດ​ຕະ​ພັນ​ຢາ​ປົວ​ພະ ຍາດ​ທີ່​ປອມ​ແປງ ແລະ ເປັນ​ອັນ ຕະ ລາຍ​ຕໍ່​ສຸ ຂະ ພາບ​ຂອງ​ຜູ້​ຊົມ ໃຊ້​ຢາ​ທີ່​ວ່າ​ນີ້ ສ່ວນ​ຫຼາຍ​ແມ່ນ​ປະ ເພດ​ທີ່​ອ້າງ​ວ່າ ເພື່ອ​ບຳ ລຸງ​ສຸ ຂະ ພາບ ສຳ ລັບ​ຜູ້​ອາ ຍຸ​ສູງ ແລະ ຜູ້​ທີ່​ມີ​ອາ ການ​ເຈັບ ເປັນ ຂ່າວ​ໃນ​ວັນ​ທີ 10 ທັນ ວາ 2017 ໃຫ້​ຮູ້​ວ່າ: ເຈົ້າ​ໜ້າ ທີ່​ຕຳ ຫຼວດ ນະ ຄອນ​ຈຸງ​ຈິງ ໄດ້​ຈັບ​ກຸມ​ຜູ້​ຕ້ອງ​ສົງ ໄສ​ຈຳ ນວນ 323 ຄົນ ທີ່​ປອມ​ເປັນ​ຊ່ຽວ ຊານ​ດ້ານ​ການ​ແພດ ແລ້ວ​ເຄື່ອນ​ໄຫວ​ໂຄ ສະ ນາ​ຂາຍ​ຢາ​ເພື່ອ​ສຸ ຂະ ພາບ​ດັ່ງ ກ່າວ ສຳ ລັບ​ໃນ​ຂອບ​ເຂດ​ທົ່ວ​ປະ ເທດ ເຈົ້າ​ໜ້າ ທີ່​ຕຳ ຫຼວດ​ໄດ້​ຈັບ​ກຸມ​ຜູ້​ຕ້ອງ​ສົງ ໄສ​ໃນ 30 ແຫ່ງ ຢູ່​ຫຼາຍ​ກວ່າ 10 ແຂວງ ແລະ ນະ ຄອນ ສາ ມາດ​ທັບ​ມ້າງ​ໄດ້ 16 ເຄືອ​ຄ່າຍ​ອາ​ຊະ​ຍາ​ກຳ​ຫຼອກ​ລວງ​ໃນ​ກວ່າ 10.000 ກໍ ລະ ນີ ຈຳ ນວນ​ເງິນ​ໝູ ນວຽນ​ໃນ​ຂະ​ບວນ​ການ​ຕົວະ​ຕົ້ມ​ນີ້ ມີ​ສູງ​ກວ່າ 10 ລ້ານ​ຢວນ ຫຼື ປະ ມານ 1,51 ລ້ານ​ໂດ​ລາ​ສະ ຫະ ລັດ ຮູບ​ການ​ຫຼອກ​ລວງ​ເພື່ອ​ຂາຍ​ຢາ​ບຳ ລຸງ​ສຸ ຂະ ພາບ​ນັ້ນ ມີ​ລັກ ສະ ນະ​ແນບ​ນຽນ ກ່ອນ​ອື່ນ​ໝົດ ນັກ​ຕົ້ມ​ຕຸນ​ໄດ້​ຊອກ​ເກັບ​ກຳ​ຂໍ້​ມູນ​ກ່ຽວ​ກັບ​ຄົນ​ເຈັບ ຈາກ​ນັ້ນ ກໍ​ປອມ​ເປັນ​ຊ່ຽວ ຊານ-ເປັນ​ທ່ານ ໝໍ​ຢູ່​ຕາມ​ໂຮງ ພະ ຍາ ບານ​ໃຫຍ່ໆ​ທີ່​ມີ​ຊື່​ສຽງ ເພື່ອ​ສ້າງ​ເງື່ອນ ໄຂ​ໃຫ້​ໄດ້​ເຂົ້າ​ເຖິງ​ບັນ ດາ​ຄົນ​ເຈັບ​ທີ່​ເປັນ​ເປົ້າ​ໝາຍ ເມື່ອ​ໄດ້​ຮັບ​ຄວາມ​ໄວ້​ວາງ ໃຈ​ຈາກ​ຄົນ​ເຈັບ​ແລ້ວ ພວກ​ຊ່ຽວ ຊານ​ປອມ​ເຫຼົ່າ​ນີ້​ກໍ​ໃຊ້​ເລ່​ລ່ຽມ​ຕົວະ​ຍົວະ​ໃຫ້​ຄົນ​ເຈັບ​ຊື້​ຜະ ລິດ​ຕະ​ພັນ​ຢາ​ວິ ເສດ ດ້ວຍ​ລາ ຄາ​ສູງ​ເກືອບ​ຈຸ​ເມກ!.

ໃນ​ຊຸມ​ປີ​ຫຼັງໆ​ມາ​ນີ້ ທາງ​ການ ສປ ຈີນ ໄດ້​ເພີ່ມ​ມາດ​ຕະ ການ​ປາບ​ປາມ​ຜະ ລິດ​ຕະ​ພັນ​ຢາ​ປົວ​ພະ ຍາດ​ທີ່​ບໍ່​ໄດ້​ຄຸນ​ນະ​ພາບ ຢາ​ປອມ ອາ ຫານ ຜະ ລິດ​ຕະ​ພັນ​ນົມ ແລະ ເຄື່ອງ​ສຳ ອາງ​ປົນ​ເປື້ອນ​ທີ່​ສົ່ງ​ຜົນ​ກະ ທົບ​ຕໍ່​ສຸ ຂະ ພາບ​ຂອງ​ປະ ຊາ ຊົນ.

ແຫລ່ງຂ່າວ: Vientiane Mai

ມາດຕະການກຳຈັດບັນຫາ​ຫຼອກ​ລວງ ເພື່ອ​ຂາຍ​​ຢາ​ປົວ​ພະຍາດ​ປອມ​ ຂອງຕ່າງປະເທດ - 4 - ມາດຕະການກຳຈັດບັນຫາ​ຫຼອກ​ລວງ ເພື່ອ​ຂາຍ​​ຢາ​ປົວ​ພະຍາດ​ປອມ​ ຂອງຕ່າງປະເທດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!