“ຂ້ອຍຍັງໂຊກດີກວ່າເຈົ້າໜ້ອຍໜຶ່ງ”

ໂດຍ: ລູກເມືອງພວນ.

ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນລາວຄົບຮອບ 70 ປີ(13/8/1950 -13/8/2020). ຂ້າພະເຈົ້າຂໍຍົກເອົາເລື່ອງລາວຂອງຊາຍຄົນໜຶ່ງຊຶ່ງເປັນນັກຂ່າວໜັງສືພິມ New York Times ມາເລົ່າສູ່ຟັງ, ຊຶ່ງເປັນເລື່ອງສຸດທີ່ໜ້າປະທັບໃຈຫາສິ່ງໃດມາປຽບບໍ່ໄດ້.

ເຂົາຄົນນັ້ນມີຊື່ວ່າ William James ຊຶ່ງເປັນນັກຂ່າວໜັງສືພິມ New York Times. ເຂົາໄດ້ປອມຕົວເອງເປັນຄົນທຸກຍາກ ຂໍທານ ບໍ່ຫົວສົ້ນປາຍຕີນ ແລະ ເຮັດຕາງຕິເປັນຄົນຂາຫ້ານເຍື້ອງໜຶ່ງ. ເຂົາດຳລົງຊີວິດຕິດພັນປົນເປຢູ່ກັບຄົນທຸກຍາກ ຂໍທານທົ່ວໄປຢູ່ໃນເມືອງ Miami ໃນລັດ Florida ຂອງສະຫະລັດ ເປັນເວລາເຄິ່ງປີ ເພື່ອຊອກຮູ້ຊອກເຫັນຊີວິດການເປັນຢູ່ຂອງຜູ້ຄົນຂໍທານ, ບໍ່ມີຫົວຊົ້ນປາຍນອນ.

ມື້ທຳອິດຂອງການດຳລົງຊີວິດເປັນຄົນຂໍທານຂອງເຂົາ, ເມື່ອເບິ່ງແລ້ວຄືກັນກັບວ່າເຂົາເປັນຄົນພິການ, ຄືກັນກັບຄົນຂໍທານແທ້ໆ, ເຄື່ອງນຸ່ງຂອງເຂົາກໍເປິະເປື້ອນ,  ຂາດຫ້ຽນ ແລະ ສົກກະປົກ. ໃນທັນທີເຂົາໄດ້ກາຍເປັນເປົ້າສາຍຕາຂອງພວກຄົນຂໍທານທົ່ວໄປ. ມີຜູ້ຊາຍຄົນໜຶ່ງໃນຈຳພວກຄົນຂໍທານໄດ້ຍ່າງເຂົ້າມາຫາ ເຈມ ແລ້ວເອົາໄມ້ຄ້ອນເທົ້າຍື່ນໃຫ້ກັບເຂົາ ທັງເວົ້າວ່າ: ” ນີ້ເພື່ອນ, ເຈົ້າຈົ່ງຮັບເອົາໄມ້ຄ້ອນເທົ້ານີ້ ມັນຈະຊ່ວຍໃຫ້ເຈົ້າມີຄວາມສະດວກຂຶ້ນ ”

ເຂົາຍື່ນມືຮັບເອົາໄມ້ຄ້ອນເທົ້າ, ແລ້ວ ລູບໆຄຳໆໄມ້ຄ້ອນເທົ້າໄປມາຕັ້ງຫຼາຍເທື່ອ, ໃນໃຈຮູ້ສຶກສະອື້ນເປັນຢ່າງຍິ່ງ. ໃນຂະນະນັ້ນ ເຂົາເຫັນບົນທ້ອງຖະໜົນມີຊາຍຄົນຄົນໜຶ່ງຍ່າງໄປດ້ວຍຄວາມລຳບາກ ຍາກຊາ, ເມື່ຶອເງີຍໜ້າຂຶ້ນເບິ່ງ ຫົວໃຈ ເຈມແທບຈະຂາດ ເພາະຊາຍຄົນນັ້ນຄືຜູ້ທີ່ເອົາໄມ້ເທົ້າໃຫ້ເຂົານັ້ນເອງ.

ເມື່ອ ເຈມໃຊ້ໄມ້ຄ້ອນເທົ້າ ໃນໃຈກໍຮູ້ສຶກມີແຮງຂຶ້ນ. ພວກເຂົາໄດ້ແນະນຳໃຫ້ ເຈມຮູ້ຈັກໄປສະຖານທີ່ທີ່ມີຖັງຂີ້ເຫຍື້ອໃນຫ້າງຊັບພະສິນຄ້າ, ແນະນຳໃຫ້ໄປບ່ອນທີ່ມີຊຸມຊົນຫຼາຍເພື່ອຈະໄດ້ຊອກຄົ້ນຫາສິ່ງເສດເຫຼືອອາຫານທີ່ເຂົາຖິ້ມ, ເຂົາຍັງບອກໃຫ້ເຈມ ຮູ້ບ່ອນທີ່ມີສິ່ງເສດເຫຼືອຂີ້ເຫຍື້ອຫຼາຍ, ສິ່ງໃດທີ່ຍັງສາມາດຂາຍເອົາເງິນໄດ້ກໍໃຫ້ເກັບເອົາ ອື່ນໆ ແລະ ອື່ນໆ.

ເມື່ອຫຼຽວເຫັນ ເຈມ ຍ່າງກະດຸກກະເດື່ອງດ້ວຍຄວາມລຳບາກຍາກຊາຊອກຫາເກັບເສດຂີ້ເຫຍື້ອຢູ່ນັ້ນ, ຊາຍຄົນໜຶ່ງໄດ້ຍ່າງເຂົ້າມາຫາ ເຈມ, ແລ້ວຍື່ນຖົງສິ່ງເສດເຫຼືອໃຫ້ເຂົາ ທັງເວົ້າວ່າ: ” ນີ້ເພື່ອນ, ເຈົ້າຈົ່ງໄປຂ້າງເບື້ອງນັ້ນເພື່ອພັກຜ່ອນຈັກໜ້ອຍກ່ອນ, ນີ້ແມ່ນຖົງຂີ້ເຫຍື້ຶອ ເພື່ອນຈົ່ງຮັບເອົາມັນໄປເທິະ ”

ເມື່ອໄດ້ຍິນຄຳນັ້ນ, ເຂົາຊຶ້ງໄປໄລຍະໜື່ງ ໂດຍບໍ່ເຊື່ອຫູຂອງຕົນເອງເລີຍ ແລະ ຕອບວ່າ: “ໂອສິ່ງເຫຼົ່ານີ້ເຈົ້າກໍໄດ້ມາດ້ວຍຄວາມລຳບາກ”

ຄົນຂໍທານຄົນນັ້ນເວົ້າດ້ວຍຄວາມເຕັມໃຈວ່າ: “ຂ້ອຍຍັງໂຊກດີກວ່າເຈົ້າ” ວົ້າແລ້ວເຂົາກໍຍ່າງໜີໄປ.

ເຈມ ໄດ້ແຕ່ຫິ້ວຖົງເສດຂີ້ເຫຍື້ອຍ່າງຕໍ່ໄປ, ເມື່ອຄິດເຖິງຄຳເວົ້າຂອງຊາຍຄົນສີຜິວຄົນນັ້ນ, ໃນໃຈຮູ້ສຶກອົບອຸ່ນ ແລະ ສະອື້ນເປັນຢ່າງບິ່ງ.

ເມື່ອເຖິງຕອນບ່າຍເຂົາຮູ້ສຶກຫິວໂຫຍ, ມີຊາຍຄົນໜຶ່ງຫຼັງກ່ອມໃນຈຳພວກຄົນຂໍທານດ້ວຍກັນຍ່າງມາຫາເຂົາ ແລະ ຍື່ນເຂົ້າຈີ່ 2 ກ້ອນໃຫ້ເຂົາ ແລະ ເວົ້າວ່າ: “ນີ້ເພື່ອນຈົ່ງກີນມັນສາ”. ເມື່ອຟັງແລ້ວກໍຮູ້ສຶກລະອາຍໃຈ ແລະ ເວົ້າວ່າ: “ຖ້າເຈົ້າເອົາໃຫ້ຂ້ອຍແລ້ວ, ເຈົ້າຈະກິນຫຍັງ?”

ຜູ້ຊາຍຄົນນັ້ນທັງຫົວທັງ ຕອບວ່າ: “ຂ້ອຍຍັງໂຊກດີກວ່າເຈົ້າໜ້ອຍໜຶ່ງ” . ເວົ້າແລ້ວກໍຍ່າງອອກໄປ.

ເຈມຈັບເອົາເຂົ້າຈີ່ 2 ກ້ອນ ພ້ອມທັງນໍ້າຕາອາບແກ້ມ, ຊົ່ວໄລຍະໜຶ່ງເຂົາຈຶ່ງຕັ້ງສະຕີກັບຄືນມາໄດ້.

ເມື່ອເຖິງຍາມຕາເວັນຕົກດິນ, ເຈມ ພ້ອມກັບພວກຄົນຂໍທານກໍພ້ອມພາກັນເຂົ້າໄປນອນຢູ່ກ້ອງຂົວ, ເມື່ອເຫັນເຈມ ນອນຢູ່ແຄມນອກສຸດ , ຊາຍອາຍຸສູງຫົວຫງອກຄົນໜຶ່ງໄດ້ຍ່າງໄປຫາ ເຈມ, ແລ້ວຕົບບ່າໄຫຼ່ ເຈມ ເບົາໆທັງເວົ້າວ່າ: “ນີ້ເພື່ອນ, ເຈົ້າໄປນອນຢູ່ບ່ອນຂ້ອຍໄປ ! ຢູ່ບອນນັ້ນສະບາຍກວ່າໜ້ອຍໜຶ່ງ”.

ເມື່ອໄດ້ຍິນຄຳນັ້ນ, ເຈມ ເກີດຄວາມສົງໄສ ແລະ ເວົ້າວ່າ: “ຖ້າຂ້ອຍນອນບ່ອນເຈົ້າແລ້ວ, ເຈົ້າຈະນອນໃສ?” ຊາຍຄົນນັ້ນ ຕອບກັບວ່າ: “ຂ້ອຍຍັງໂຊກດີກວ່າເຈົ້າໜ້ອນໜຶ່ງ”.

ເມື່ອໄດ້ຍິນຄຳວ່າ: “ຂ້ອຍຍັງໂຊກດີກວ່າເຈົ້າໜ້ອຍໜຶ່ງ” ແລ້ວ, ເຈມ ມີຄວາມຮູ້ສຶກຢ່າງໜຶ່ງວ່າ: ເຖິງແມ່ນວ່າພວກເຂົາຈະມີຊີວິດເປັນຄົນທີ່ບໍ່ມີຫົວຊົ້ນປາຍຕີນ, ເປັນຊັ້ນຄົນທີ່ຕໍ່າທີ່ສຸດຂອງສັງຄົມກໍຕາມ, ແຕ່ເຂົາກໍມີນໍ້າໃຈມະນຸດສະທຳອັນສູງສົ່ງ ເມື່ອຍັງເຫັນມີຜູ້ດ້ອຍໂອກາດກວ່າຕົນ, ພວກເຂົາພ້ອມແລ້ວທີ່ຈະໃຫ້ຄວາມແບ່ງປັນ.

ເຈມ ດຳລົງຊີວິດຢູ່ກັນພວກບໍ່ມີຫົວຊົ້ນປາຍນອນເປັນເວລາເຄິ່ງປີ, ຕະຫຼອດເວລາເຄິ່ງປີນັ້ນ ໄດ້ຊ່ວຍໃຫ້ ເຈມ ເກີດອາລົມຈິດຕໍ່ມະນຸດທີ່ຍາກໄຮ້ຢ່າງເລິກເຊິ່ງ.

ຊາຍຜິວສີຊື່ ອາລີ ຄົນນັ້ນ, ມືເບື້ອງໜຶ່ງຂອງເຂົາພິການ ແຕ່ເຂົາມັກຈະໃຫ້ການຊ່ວຍເຫຼືອຄົນອື່ນຢູ່ເປັນປະຈຳ ແລະ ເຂົາມັກເວົ້າຄຳວ່າ: “ຂ້ອຍຍັງໂຊກດີກວ່າເຈົ້າໜ້ອຍໜຶ່ງ”.

ຊາຍບໍ່ມີທີ່ຢູ່ປາຍນອນຄົນໜຶ່ງຊື່ Bbby ເປັນຄົນຫູໜວກ, ແຕ່ລະຄັ້ງທີ່ເຂົາເກັບໄດ້ສິ່ງໃດສິ່ງໜຶ່ງທີ່ຍັງດີ ເຂົາມັກຈະໃຫ້ການຊ່ວຍເຫຼືອຄົນຂໍທານທີ່ສາຍຕາບໍ່ດີ ແລະ ເຂົາມັກຈະເວົ້າວ່າ: “ຂ້ອຍຍັງໂຊກດີກວ່າເຈົ້າໜ້ອຍໜຶ່ງ”.

ຄົນບໍ່ມີບ່ອນຊົ້ນປາຍນອນຄົນໜຶ່ງຊື່ Chater ມັກຈະໃຫ້ການຊ່ວຍເຫຼືອຄົນທຸກຍາກດ້ວຍກັນ ທີ່ມີຮູບຮ່າງຕຸ້ຍ ອ້ວນ, ເມື່ອໄດ້ຮັບຄວາມຂອບໃຈ ເຂົາມັກຈະເວົ້າວ່າ: “ຂ້ອຍຍັງໂຊກດີຂອງເຈົ້າໜ້ອຍໜຶ່ງ”.

ເວລາຜ່ານໄປບໍ່ດົນປານໃດ, ເຈມ ໄດ້ຂຽນບົດຂ່າວອອກຫຼາຍໆບົດໃນໜ້າໜັງສືພິມNew York Times ພາຍໃຕ້ຫົວຂໍ້ທີ່ວ່າ: “ຂ້ອຍຍັງໂຊກດີກວ່າເຈົ້າໜ້ອຍໜຶ່ງ”. ບົດຂ່າວເຫຼົ່ານັ້ນ, ໄດ້ສ້າງຄວາມສະເທືອນໃຈ ໃຫ້ຫຼາຍຊີວິດ. ເຈມໄດ້ຮັບແຮງບັນດານໃຈ ຈາກການສະແດງຄວາມເຫັນໃຈ ແລະ ສະເທືອນໃຈຈາກສັງຄົມຢ່າງລົ້ນຫຼາມທີ່ສົ່ງມາໃຫ້ເຂົາ.

ນັກວິຈານຄົນໜຶ່ງຕີລາຄາວ່າ ບົດຂອງ ເຈມ ໄດ້ປຸກໃຫ້ສັງຄົມຕື່ນຂຶ້ນມາຮູ້ເຫັນແຜ່ນດິນຕອນໜຶ່ງທີ່ເຕັມໄປດ້ວຍຄົນເຫັນແກ່ຕົວ ທີ່ບໍ່ສົນໃຈກັບບັນຫາຂອງສັງຄົມແລະ ຄົນທຸກຈົນ ບໍ່ມີທີ່ຢູ່ປາຍນອນ,

error: Alert: Content is protected !!