ຝົນຕົກໜັກນໍ້າຖ້ວມ ອາດຈະກະທົບກະເທືອນ ເຕົາປະລະມະນູ ຂອງເກົາຫຼີເໜືອ

ຝົນຕົກໜັກນໍ້າຖ້ວມ ອາດຈະກະທົບກະເທືອນ ເຕົາປະລະມະນູ ຂອງເກົາຫຼີເໜືອ - Time fo an Adventure 2020 08 14T121218 - ຝົນຕົກໜັກນໍ້າຖ້ວມ ອາດຈະກະທົບກະເທືອນ ເຕົາປະລະມະນູ ຂອງເກົາຫຼີເໜືອ
ຝົນຕົກໜັກນໍ້າຖ້ວມ ອາດຈະກະທົບກະເທືອນ ເຕົາປະລະມະນູ ຂອງເກົາຫຼີເໜືອ - kitchen vibe - ຝົນຕົກໜັກນໍ້າຖ້ວມ ອາດຈະກະທົບກະເທືອນ ເຕົາປະລະມະນູ ຂອງເກົາຫຼີເໜືອ

ພາບຖ່າຍຈາກດາວທຽມ ແຕ່ວັນທີ 6 ເຖິງວັນທີ 11 ສິງຫາໃຫ້ເຫັນວ່າ: ລະບົບທຳຄວາມເຢັນຂອງເຕົາປະຕິມະກອນຂອງສູນຄົ້ນຄວ້າປະລະມະນູ Yongbyon ອາດຈະຖືກກະທົບກະເທືອນ ຈາກສະພາບອາກາດແປປ່ວນຢ່າງຮ້າຍແຮງ.

ສຳນັກຂ່າວ Reuters ໃຫ້ຮູ້ວ່າ: ແຫຼມເກົາຫຼີ ໄດ້ເກີດຝົນຕົກໜັກແລະ ແກ່ຍາວເປັນປະຫວັດການ. ໄພນໍ້າຖ້ວມ, ດິນຖະຫຼົ່ມເກີດຂຶ້ນຢູ່ຫຼາຍແຫ່ງ ອັນໄດ້ສ້າງຄວາມເສຍຫາຍທັງຄົນ ແລະ ຊັບສິນ ຢູ່ທາງພາກໃຕ້ຂອງແຫຼມເກົາຫຼີ.

ຝົນຕົກໜັກນໍ້າຖ້ວມ ອາດຈະກະທົບກະເທືອນ ເຕົາປະລະມະນູ ຂອງເກົາຫຼີເໜືອ - Visit Laos Visit SALANA BOUTIQUE HOTEL - ຝົນຕົກໜັກນໍ້າຖ້ວມ ອາດຈະກະທົບກະເທືອນ ເຕົາປະລະມະນູ ຂອງເກົາຫຼີເໜືອ

ແມ່ນໍ້າ Yongbyon ຢູ່ຫ່າງຈາກ ພຽງຢາງໄປທາງທິດເໜືອປະມານ 100 km, ຊຶ່ງເປັນບ່ອນທີ່ຕັ້ງຂອງເຕົາປະຕິມະກອນ ປະລະມະນູ ແລະ ໂຮງງານ ຜະລິດວັດຖຸດິບເພື່ອປຸງແຕ່ງ ແລະ ເພີ່ມຄວາມເຂັ້ມຂຸ້ນທາດ ອູຣານີອອມ(uranium) ໄດ້ເກີດນໍ້າຖ້ວມໜັກ.

ສຳນັກຂ່າວ 38 North ໃຫ້ຮູ້ວ່າ: ເຕົາປະຕິມະກອນປະລະມະນູຢູ່ທີ່ Yongbyon ນັ້ນ, ປະກົດວ່າ ໄດ້ມີການຢຸດຕິການເຄື່ອນໄຫວໄປໄລຍະໜຶ່ງແລ້ວ ແລະ ເຕົາປະຕິມະກອນນໍ້າເບົາ ເພື່ອການທົດລອງ (ELWR) ກໍຢຸດຕິການເຄື່ອນໄຫວເຊັ່ນດຽວກັນ. ຖ້າຫາກຝົນຍັງສືບຕໍ່ຕົກໜັກຕໍ່ໄປ ອາດຈະປິດປະຕູກໍເປັນໄປໄດ້.

ສາເຫດຕົ້ນຕໍທີ່ຈະສ້າງຄວາມເສຍຫາຍໃຫ້ແກ່ເຕົາປະຕິມະກອນນັ້ນ, ສາຍເຫດຕົ້ນຕໍກໍອາດຈະແມ່ນເລື່ອງທໍ່ສົ່ງນໍ້າ ແລະ ສະຖານີດູດນໍ້າ ຖືກເພພັງ.

ສຳນັກຂ່າວ 38 North ໃຫ້ຮູ້ວ່າ:  ໄພນໍ້າຖ້ວມກຳລັງສົ່ງຜົນກະທົບຕໍ່ຕອນລຸ່ມຂອງແມ່ນໍ້າ  Kuryong ແຕ່ບໍ່ໄດ້ສົ່ງຜົນກະທົບຕໍ່ໂຮງງານເພີ່ມຄວາມເຂັ້ມຂຸ້ນຂອງທາດ ອູຣານີອອມ ຢູ່ທີ່ Yongbyon ແຕ່ຢ່າງໃດ. ພາບຖ່າຍຈາກດາວທຽມໃຫ້ເຫັນວ່າ ນໍ້າໄດ້ເລີ່ມຫຼຸດລົງແດ່ແລ້ວ.

ສຳນັກຂ່າວສານໃນເກົາຫຼີເໜືອບໍ່ໄດ້ອອກຂ່າວກ່ຽວກັບຄວາມເສຍຫາຍໃດໆໃນ Yongbyon, ແຕ່ສຳນັກຂ່າວໃນອາທິດນີ້ເວົ້າວ່າ: ບັນດາຜູ້ນຳລະດັບສູງໄດ້ລົງໄປກວດກາພື້ນທີ່ນໍ້າຖ້ວມ ແລະ ໄດ້ແຈກຢາຍເຄື່ອງກູ້ໄພ ແລະ ແນະນຳວິທີຕ້ານໄພນໍ້າຖ້ວມຕໍ່ໄຮ່ນາຕາກ້າ.

ກະຊວງປ້ອງກັນປະເທດ ເກົາຫຼີໃຕ້ ໄດ້ປະຕິເສດການວິພາກວິຈານກ່ຽວກັບບົດລາຍງານຂອງສຳນັກຂ່າວ 38 North ແລະ ໃຫ້ຮູ້ວ່າ ກະຊວງໄດ້ຕິດຕາມສະຖານະການຢ່າງໃກ້ສິດທີ່ຈະສົ່ງຜົນກະທົບຕໍ່ໂຄງການປະລະມະນູ ແລະ ລູກສອນໄຟຂອງເກົາຫຼີເໜືອ.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ tuoitre)

ຝົນຕົກໜັກນໍ້າຖ້ວມ ອາດຈະກະທົບກະເທືອນ ເຕົາປະລະມະນູ ຂອງເກົາຫຼີເໜືອ - 3 - ຝົນຕົກໜັກນໍ້າຖ້ວມ ອາດຈະກະທົບກະເທືອນ ເຕົາປະລະມະນູ ຂອງເກົາຫຼີເໜືອ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!