ອຸດສາຫະກຳອາຫານ-ເຄື່ອງດື່ມໂລກ ໂອກາດ-ຄວາມທ້າທາຍຫລັງໂຄວິດ-19
ປະຕິເສດບໍ່ໄດ້ວ່າ ວິກິດ COVID-19 ທີ່ເກີດຂຶ້ນ ໄດ້ສົ່ງຜົນກະທົບຕໍ່ເສດຖະກິດໂລກ ແລະ ທຸລະກິດຕ່າງໆໃນວົງກວ້າງແບບບໍ່ເຄີຍເກີດຂຶ້ນມາກ່ອນ ເຊິ່ງອຸດສາຫະກຳອາຫານກໍເປັນໜຶ່ງໃນນັ້ນທີ່ຖືກ disrupt ຈາກວິກິດຄັ້ງນີ້ ທັງຈາກບັນຫາ supply chain disruption ໃນຊ່ວງມາດຕະການ Lockdown ລວມທັງພຶດຕິກຳ ແລະ ຄວາມຕ້ອງການຂອງຜູ້ບໍລິໂພກທີ່ປ່ຽນແປງໄປ.
ຄຳຖາມສຳຄັນຕໍ່ຈາກນີ້ຄື: ອຸດສາຫະກຳອາຫານ ແລະ ເຄື່ອງດື່ມໃນຍຸກ New Normal ຫລັງ COVID-19 ຈະມີທ່າອ່ຽງປ່ຽນແປງໄປໃນທິດທາງໃດ ແລະ ຂະແໜງທຸລະກິດຈະຕ້ອງປັບຕົວເພື່ອຕອບບັນຫາຄວາມຕ້ອງການທີ່ປ່ຽນໄປແນວໃດ ເຊິ່ງເບິ່ງວ່າມີຄວາມທ້າທາຍສຳຄັນ ແລະ ບັນຫາໃຫຍ່ 3 ເລື່ອງນີ້:
- ວິກິດຄັ້ງນີ້ໄດ້ກາຍເປັນ Trigger Point ສຳຄັນ ເຊິ່ງເຮັດໃຫ້ຜູ້ບໍລິໂພກຫັນມາຕື່ນຕົວ ແລະ ໃສ່ໃຈເລື່ອງສຸຂະອະນາໄມໃນຊີວິດປະຈຳວັນ ລວມທັງພິຖີພິຖັນໃນເລື່ອງອາຫານການກິນຕ່າງໆຫລາຍຂຶ້ນ ເຊິ່ງກະແສດັ່ງກ່າວສົ່ງຜົນໃຫ້ບັນຫາເລື່ອງ “Food Safety and Transparency” ຈະຍິ່ງທະວີຄວາມສຳຄັນຂຶ້ນເລື້ອຍໆ ແລະ ກາຍເປັນຫົວໃຈສຳຄັນທີ່ຜູ້ປະກອບການໃນທຸລະກິດອາຫານຈະລະເລີຍບໍ່ໄດ້.
ດັ່ງນັ້ນ ຂະບວນການຜະລິດອາຫານຈະຕ້ອງມີຄວາມປອດໄພໃນທຸກຂັ້ນຕອນ ນັບແຕ່ຕົ້ນທາງຈົນເຖິງປາຍທາງ, ຍິ່ງໄປກວ່ານັ້ນ ຂໍ້ມູນທຸກຢ່າງຈະຕ້ອງໂປ່ງໃສ ແລະ ສາມາດກວດສອບໄດ້ ເຊິ່ງນອກເໜືອຈາກການລະຍົກລະດັບມາດຕະຖານການປູກ ແລະ ການຜະລິດແລ້ວ, ໜຶ່ງໃນຕົວຊ່ວຍສຳຄັນທີ່ອຸດສາຫະກຳເລີ່ມນຳມາໃຊ້ຫລາຍຂຶ້ນໃນປັດຈຸບັນ ຄື Blockchain Technology ເຊິ່ງເປັນບົບແກ້ໄຂດ້ານຂໍ້ມູນທີ່ຕອບບັນຫາເລື່ອງການກວດສອບຢ້ອນຫລັງ ຕະຫລອດຕ່ອງໂສ້ອຸປະທານການຜະລິດອາຫານໄດ້ເປັນຢ່າງດີ.
ເນື່ອງຈາກເປັນເຕັກໂນໂລຊີທີ່ຊ່ວຍໃນການຈັດເກັບ, ບັນທຶກ ແລະ ສົ່ງຕໍ່ຂໍ້ມູນຕ່າງໆຈາກຜູ້ທີ່ກ່ຽວຂ້ອງໃນຕ່ອງໂສ້ການຜະລິດອາຫານທຸກກິດຈະກຳແບບ Real Time ໂດຍຂໍ້ມູນເຫລົ່ານີ້ຈະຖືກຈັດເກັບໄວ້ໃນລະບົບ Blockchain ທີ່ມີຄວາມປອດໄພສູງ ເຊິ່ງບຸກຄົນອື່ນບໍ່ສາມາດເຂົ້າໄປແກ້ໄຂ ຫລື ລົບຂໍ້ມູນທີ່ມີຢູ່ແລ້ວໄດ້.
ຍິ່ງໄປກວ່ານັ້ນ, ຜູ້ບໍລິໂພກຍັງສາມາດຕິດຕາມກວດສອບຢ້ອນຫລັງແຫລ່ງທີ່ມາ ແລະ ການເດີນທາງຂອງອາຫານ ໂດຍໃຊ້ QR Code ເປັນສື່ກາງໃນການເຂົ້າເຖິງຂໍ້ມູນດັ່ງກ່າວ ເພື່ອໃຫ້ໝັ້ນໃຈວ່າຜະລິດຕະພັນອາຫານນັ້ນມີຄຸນນະພາບ ແລະ ປອດໄພສຳລັບບໍລິໂພກຢ່າງແທ້ຈິງ.
- ຜະລິດຕະພັນອາຫານ ແລະ ເຄື່ອງດື່ມທາງເລືອກ ໂດຍສະເພາະຊີ້ສັດທົດແທນ (Alternative Meats) ມີທ່າອ່ຽງຈະໄດ້ຮັບຄວາມນິຍົມສູງຂຶ້ນເລື້ອຍໆ ເພື່ອຫລຸດຄວາມສ່ຽງຈາກການບໍລິໂພກຊີ້ນສັດ ແລະ ແກ້ໄຂບັນຫາສິ່ງແວດລ້ອມຈາກການເຮັດຟາມລ້ຽງສັດ ບໍ່ວ່າຈະເປັນຜະລິດຕະພັນອາຫານທາງເລືອກຈາກພືດ (Plant-Based Foods) ໂດຍສະເພາະໝາກຖົ່ວ, ເຫັດ, ສາລ່າຍ ເຊິ່ງໃຫ້ໂປຣຕິນສູງ ລວມທັງຜະລິດຕະພັນນົມທີ່ຜະລິດຈາກພືດ (Plant-Based Milk) ເຊັ່ນ: ເຂົ້າໂອດ ຫລື ອັລມອນ.
ປັດຈຸບັນພົບວ່າເລີ່ມມີຜະລິດຕະພັນທາງເລືອກເຫລົ່ານີ້ວາງຂາຍໃນຕະຫລາດ ແລະ ໄດ້ຮັບຄວາມນິຍົມເພີ່ມຂຶ້ນຈາກຜູ້ບໍລິໂພກ. ຂໍ້ມູນຈາກ The Good Food Institute ລະບຸວ່າ: ໄລຍະ 2 ປີຜ່ານມາ ຍອດຈຳໜ່າຍ plant-based foods ຢູ່ອາເມລິກາ ມີອັດຕາການເຕີບໃຫຍ່ 31% ມູນຄ່າຕະຫລາດສູງເຖິງ 4.500 ລ້ານໂດລາສະຫະລັດ (ຂໍ້ມູນໃນເດືອນກໍລະກົດ 2019) ແລະ ມີທ່າອ່ຽງຂະຫຍາຍຕົວດີຕໍ່ເນື່ອງໃນອະນາຄົດ ສົ່ງຜົນໃຫ້ຜູ້ປະກອບການເລີ່ມຫັນຄວາມສົນໃຈໄປພັດທະນາສິນຄ້າອາຫານ ແລະ ເຄື່ອງດື່ມໃນກຸ່ມທົດແທນຈາກພືດຫລາຍຂຶ້ນເຊັ່ນ: Hershey ຫາກໍວາງຕະຫລາດສິນຄ້າຊີ້ນແຫ້ງສຳລັບກິນຫລິ້ນ ຜະລິດຈາກວັດຖຸດິບທົດແທນຈາກພືດ ພາຍໃຕ້ຍີ່ຫໍ້ “Krave” ຫລື “Kroger” ເຊິ່ງເປັນຜູ້ຄ້າຍ່ອຍລາຍໃຫຍ່ຢູ່ອາເມລິກາ ເຂົ້າສູ່ຕະຫລາດນີ້ແລ້ວເຊັ່ນກັນ ໂດຍຫາກໍເປີດຕົວຍີ່ຫໍ້ສິນຄ້າ “Simple Truth Emerge” ຈຳໜ່າຍອາຫານທົດແທນຊີ້ນສັດທີ່ເຮັດຈາກໝາກຖົ່ວໃນຕົ້ນປີຜ່ານມາ ລວມທັງມີແຜນຈະວາງຈຳໜ່າຍສິນຄ້າພາຍໃຕ້ຍີ່ຫໍ້ດັ່ງກ່າວອີກປະມານ 50 ລາຍການ ພາຍໃນປີນີ້ ສອດຄ່ອງກັບຂໍ້ມູນຂອງ Barclays ທີ່ລະບຸວ່າ: ຕະຫລາດ alternative meats ທົ່ວໂລກຈະມີມູນຄ່າຕະຫລາດສູງເຖິງ 140.000 ລ້ານກວ່າໂດລາ ພາຍໃນທົດສະວັດໜ້າ.
ນອກຈາກຜະລິດຕະພັນອາຫານທາງເລືອກຈາກພືດແລ້ວ ພວກເຮົາຍັງເຊື່ອວ່າຊີ້ນສັດສັງເຄາະ ຫລື lab-grown meat ມີທ່າອ່ຽງຈະຖືກວິໄຈ ແລະ ພັດທະນາເພື່ອປ້ອນຕະຫລາດການຄ້າ ໃນລາຄາທີ່ຜູ້ບໍລິໂພກສ່ວນຫລາຍຊື້ໄດ້ ເຊິ່ງໜຶ່ງປັດໄຈສຳຄັນຄື: ການທີ່ວິກິດພະຍາດລະບາດສ່ວນຫລາຍປີຜ່ານມາ ລ້ວນແລ້ວແຕ່ມີຕົ້ນຕໍມາຈາກສັດ ຫລື ຖືກເຊື່ອມໂຍງກັບການບໍລິໂພກຊີ້ນສັດທັງໝົດ.
ບໍ່ວ່າຈະເປັນ ໄຂ້ຫວັດສັດປີກ, ອະຫິວາອາຟຣິກາຢູ່ໝູ (ASF) ຫລື ການລະບາດຂອງ COVID-19 ຄັ້ງນີ້ທີ່ຖືກເຊື່ອມໂຍງກັບການບໍລິໂພກສັດປ່າ. ວິກິດການເຫລົ່ານີ້ສົ່ງຜົນໃຫ້ຜູ້ບໍລິໂພກຈຳນວນໜຶ່ງມີທ່າອ່ຽງຈະຫລີກລ່ຽງການບໍລິໂພກຊີ້ນສັດ ແລະ ຫັນມາເປີດໃຈບໍລິໂພກຊີ້ນສັດສັງເຄາະຫລາຍຂຶ້ນ.
ຍິ່ງໄປກວ່ານັ້ນ lab-grown meat ຍັງມີຂໍ້ດີອີກຫລາຍຢ່າງເຊັ່ນ: ສາມາດປຸງແຕ່ງ ແລະ ເພີ່ມສານອາຫານ, ແຮ່ທາດ ຫລື ວິຕາມິນຕ່າງໆໃຫ້ເໝາະສົມກັບຄວາມຕ້ອງການສະເພາະບຸກຄົນ ເພື່ອສ້າງພູມຄຸ້ມກັນ ຫລື ປິ່ນປົວພະຍາດໄດ້ນຳອີກ ລວມທັງຍັງຕອບບັນຫາກຸ່ມທີ່ຕໍ່ຕ້ານການຂ້າ ຫລື ທໍລະມານສັດ ແລະ ສຳຄັນທີ່ສຸດ ຄືສາມາດຮັບປະກັນໄດ້ເຖິງຄວາມສະອາດ ເພາະຜະລິດຢູ່ໃນຫ້ອງແລັບ ຈຶ່ງປາສະຈາກເຊື້ອພະຍາດ, ໄວຣັສ ຫລື ຢາປະຕິຊີວະນະໃດໆຢ່າງແນ່ນອນ.
ປັດຈຸບັນ startup ທົ່ວໂລກຫລາຍຄົນມຸ່ງວິໄຈພັດທະນາເພື່ອຜະລິດຊີ້ນສັດສັງເຄາະ ໃນລັກສະນະ industrial scale ປ້ອນຕະຫລາດ ໃຊ້ໄລຍະເວລາລ້ຽງສັ້ນລົງ, ຕົ້ນທຶນຖືກລົງ ພາຍໃນປີ 2040 ຫລື ອີກ 20 ປີຕໍ່ຈາກນີ້ lab-grown meat ຈະມີສ່ວນແບ່ງສູງເຖິງ 1 ໃນ 3 ຂອງຕະຫລາດຊີ້ນສັດທົ່ວໂລກ.
- ມີຄວາມສຳຄັນຄື: ການທີ່ເຕັກໂນໂລຊີປັນຍາປະດິດ ຫລື AI ຈະເຂົ້າມາມີບົດບາດໃນອຸດສາຫະກຳອາຫານ ແລະ ເຄື່ອງດື່ມເພີ່ມຂຶ້ນເລື້ອຍໆ ເພື່ອຂັບເຄື່ອນໄປສູ່ unmanned factory ແລະ humanless warehouse ໂດຍມີເປົ້າໝາຍເພື່ອເພີ່ມປະສິດທິພາບການຜະລິດ, ຫລຸດການອາໄສແຮງງານຄົນ ແລະ ຫລຸດຕົ້ນທຶນຂອງທຸລະກິດໃນໄລຍະຍາວ.
ທັງນີ້ ພົບວ່າປັດຈຸບັນໄດ້ມີການພັດທະນາ AI ສຳລັບໃຊ້ໃນອຸດສາຫະກຳອາຫານຫລາຍດ້ານເຊັ່ນ: ໃຊ້ AI ໃນການຄັດແຍກວັດຖຸດິບກ່ອນເຂົ້າສູ່ຂະບວນການແປຮູບ ໂດຍອາໄສການຮຽນຮູ້ ແລະ ຈື່ຈຳ ຫລື machine learning ຫລື ການເອົາເຕັກໂນໂລຊີ robot tongue ແລະ robot nose ມາໃຊ້ກວດສອບຄຸນນະພາບອາຫານຜ່ານລະບົບເຊັນເຊີ ລວມທັງການໃຊ້ AI ໃນການກວດສອບຄວບຄຸມມາດຕະຖານການຜະລິດ, ສຸຂະອະນາໄມ ແລະ ຄວາມສະອາດພາຍໃນໂຮງງານຜະລິດອາຫານເປັນຕົ້ນ.
ເຕັກໂນໂລຊີເຫລົ່ານີ້ຊ່ວຍໃຫ້ລະບົບການຜະລິດ ແລະ ກວດສອບຄຸນນະພາບອາຫານໄດ້ໄວຂຶ້ນ, ມີປະສິດທິພາບຫລາຍຂຶ້ນ, ຫລຸດການປົນເປື້ອນ ແລະ ໂອກາດທີ່ສິນຄ້າຈະຖືກປະຕິເສດ ແລະ ສົ່ງຄືນ (reject). ຍິ່ງໄປກວ່ານັ້ນ ຍັງເລີ່ມນຳເອົາ AI ມາຊ່ວຍໃນຂະບວນການຄິດຄົ້ນພັດທະນາຜະລິດຕະພັນໃໝ່ອອກສູ່ຕະຫລາດ ໂດຍອາໄສການຮຽນຮູ້ຂໍ້ມູນຈາກຜູ້ບໍລິໂພກຜ່ານຂະບວນການ data mining ປະມວນຜົນ ແລະ ຄາດຄະເນລັກສະນະຜະລິດຕະພັນລົດຊາດທີ່ຜູ້ບໍລິໂພກຕ້ອງການ ແລະ ຖືກໃຈຫລາຍຂຶ້ນ.
ເນື່ອງຈາກພົບວ່າ 95% ຂອງຜະລິດຕະພັນໃໝ່ທີ່ອອກສູ່ຕະຫລາດໃນໄລຍະຜ່ານມາປະສົບຄວາມລົ້ມເຫລວໃນໄລຍະ 3 ປີທຳອິດຫລັງເປີດຕົວ ເຊິ່ງເຊື່ອວ່າອະນາຄົດຈະມີການນຳເອົາເຕັກໂນໂລຊີ AI ມາປະຍຸກໃຊ້ໃນອຸດສາຫະກຳອາຫານ ແລະ ເຄື່ອງດື່ມເພີ່ມຂຶ້ນເລື້ອຍໆ.
ສິ່ງທີ່ກຳລັງເກີດຂຶ້ນຄື: ຈຸດປ່ຽນທີ່ໜ້າຕິດຕາມຂອງອຸດສາຫະກຳອາຫານ ແລະ ເຄື່ອງດື່ມຂອງໂລກຫລັງ COVID-19 ເຊິ່ງເປັນທັງໂອກາດ ແລະ ສິ່ງທ້າທາຍ. ດັ່ງນັ້ນ ເຖິງເວລາແລ້ວທີ່ພາກລັດ ແລະ ເອກະຊົນຕ້ອງກັບມາ rethink ຢ່າງຈິງຈັງ ເພື່ອວາງກົນລະຍຸດການເຕີບໃຫຍ່ ແລະ ກຽມຄວາມພ້ອມຮັບມືຕໍ່ການປ່ຽນແປງທີ່ກຳລັງເກີດຂຶ້ນ ເພື່ອຂັບເຄື່ອນປະເທດໄປສູ່ການເຕີບໃຫຍ່ແບບຍືນຍົງດ້ວຍເຕັກໂນໂລຊີ ແລະ ນະວັດຕະກຳ.