ງານວາງສະແດງສິນຄ້າລາວ-ຫວຽດ 2017 ຈະມີຂຶ້ນໃນທ້າຍເດືອນນີ້

- Lao viet - ງານວາງສະແດງສິນຄ້າລາວ-ຫວຽດ 2017 ຈະມີຂຶ້ນໃນທ້າຍເດືອນນີ້
- kitchen vibe - ງານວາງສະແດງສິນຄ້າລາວ-ຫວຽດ 2017 ຈະມີຂຶ້ນໃນທ້າຍເດືອນນີ້

ກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະການຄ້າ ສປປ ລາວ ຮ່ວມກັບ ກົມເສດຖະກິດ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ໂດຍສົມທົບກັບ ກະຊວງປ້ອງກັນປະເທດ ສປປ ລາວ ແລະອຸດສາຫະກໍາ ແລະການຄ້າ ສສ ຫວຽດນາມ, ໄດ້ຈັດຖະແຫຼງຂ່າວກ່ຽວກັບ ງານວາງສະແດງສິນຄ້າລາວ-ຫວຽດ ປະຈໍາປີ 2017 ຂຶ້ນໃນວັນທີ 22 ມິຖຸນາ ນີ້, ທີ່ສະມາຄົມນັກຂ່າວແຫ່ງ ສປປ ລາວ, ນະຄອນຫຼວງວຽງຈັນວ່າ: ງານວາງສະແດງສິນຄ້າລາວ-ຫວຽດ 2017 ຈຸດປະສົງຂອງການຈັດງານຄັ້ງນີ້ ແມ່ນຈັດເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, 40 ປີແຫ່ງການເຊັນສັນຍາມິດຕະພາບ ແລະການຮ່ວມມື, 55 ປີແຫ່ງການສ້າງສາຍພົວພັນການທູດ ລາວ-ຫວຽດນາມ.

ແລະງານວາງສະແດງສິນຄ້າລາວ-ຫວຽດນາມ 2017 ຈະເລີ່ມວາງສະແດງແຕ່ວັນທີ 29 ມິຖຸນາ-3 ກໍລະກົດ 2017 ນີ້ ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ມີຫ້ອງວາງສະແດງສິນຄ້າທັງໝົດ 320 ຫ້ອງ, ໃນນັ້ນມີຫົວໜ່ວຍທຸລະກິດຈາກ ສສ ຫວຽດນາມ 120 ຫ້ອງ ແລະຫົວ ໜ່ວຍທຸລະກິດລາວເຂົ້າຮ່ວມ 200 ຫ້ອງ ຈາກທົ່ວປະເທດ. ສິນຄ້າຈາກຫົວໜ່ວຍທຸລະກິດລາວ-ຫວຽດ ຫຼາຍກວ່າ 100 ບໍລິສັດ. ປະເພດສິນຄ້າເຊັ່ນ: ເຄື່ອງຫັດຖະກໍາ, ຢາພື້ນເມືອງ, ເຄື່ອງໃຊ້ໃນຊີວິດປະຈໍາວັນ, ອາຫານ ແລະເຄື່ອງດື່ມ, ເຄື່ອງມືຮັບໃຊ້ການຜະລິດ, ເຄື່ອງໃຊ້ໃນຄົວເຮືອນ, ເຟີນີເຈີ ແລະອື່ນໆ. ພິເສດໃນງານຈະມີການສະແດງສິລະປະຂອງ 2 ຊາດ ລາວ-ຫວຽດນາມ,  ການແຂ່ງຂັນຮ້ອງເພງລາວ-ຫວຽດ ຂອງນັກຮຽນ ນອກນີ້ ຍັງມີກິດຈະກິດບໍລິການກວດພະຍາດໂດຍບໍ່ເສຍຄ່າ ຈາກແພດທະຫານຂອງລາວ ແລະຫວຽດນາມ ແລະງານວາງສະແດງສິນຄ້າລາວ-ຫວຽດນາມປີນີ້ຈະເປັນປີທີ່ຍິ່ງໃຫຍ່ກວ່າປີຜ່ານມາ.

- Visit Laos Visit SALANA BOUTIQUE HOTEL - ງານວາງສະແດງສິນຄ້າລາວ-ຫວຽດ 2017 ຈະມີຂຶ້ນໃນທ້າຍເດືອນນີ້
- Visit Laos Visit SALANA BOUTIQUE HOTEL - ງານວາງສະແດງສິນຄ້າລາວ-ຫວຽດ 2017 ຈະມີຂຶ້ນໃນທ້າຍເດືອນນີ້
- 5 - ງານວາງສະແດງສິນຄ້າລາວ-ຫວຽດ 2017 ຈະມີຂຶ້ນໃນທ້າຍເດືອນນີ້
- 4 - ງານວາງສະແດງສິນຄ້າລາວ-ຫວຽດ 2017 ຈະມີຂຶ້ນໃນທ້າຍເດືອນນີ້
- 3 - ງານວາງສະແດງສິນຄ້າລາວ-ຫວຽດ 2017 ຈະມີຂຶ້ນໃນທ້າຍເດືອນນີ້