ເຈົ້າໜ້າທີ່ຕຳຫຼວດນະຄອນໂຮ່ຈິມິນ ຢຶດຜ້າອັດປາກ-ດັງ 9ແສນອັນ
ວັນທີ 14 ສິງຫານີ້, ເຈົ້າໜ້າທີ່ຕຳຫຼວດຄຸ້ມ 4 ນະຄອນໂຮ່ຈິມິນ ໄດ້ຢຶດຜ້າອັດປາກ-ດັງທີ່ບໍ່ຮູ້ທີ່ໄປທີ່ມາຂອງມັນ ຈຳນວນ 900.000 ອັນ.
ເຈົ້າໜ້າທີ່ຕຳຫຼວດໄດ້ກັກຕົວນາງ ຫງຽນຖິແອວງ ທີ່ກຳລັງຂົນສົ່ງຜ້າອັດປາກ-ດັງ 150 ແກັດ ເຂົ້າໄວ້ໃນສາງຂອງບໍລິສັດ ອຸປະກອນການແພດຈຳກັດຜູ້ດຽວ ແທັງດາດ.
ຜ່ານການກວດກາເຫັນວ່າ 375.000 ອັນແມ່ນມີເຄື່ອງໝາຍການຄ້າ Blue SaiGon ແລະ ຜ່ານການກວດກາໃນສາງແທັງດາດ ພົບເຫັນເພີ່ມ 513.825 ອັນ ແລະ ກັບບັນຈຸທີ່ບໍ່ມີເອກກະສານຖືກຕ້ອງຕາມກົດໝາຍ.
ຜ່ານການສຶບສວນ ຮູ້ວ່າເຈົ້າຂອງອຸປະກອນການແພດເຫຼົ່ານັ້ນແມ່ນ ທ້າວ ລີແທັງກວນ ອາຍຸ 38 ປີ, ຫົວໜ້າບໍລິສັດແທັງດາດ ແລະ ເຂົາໃຫ້ຮູ້ວ່າ: ຜ້າອັດປາກ-ດັງເຫຼົ່ານັ້ນແມ່ນຊື້ມາຈາກບໍລິສັດ ມະຫາສະໝຸດປາຊີຟິກ ຈຳກັດຜູ້ດຽວ, ດ້ວຍລາຄາ 500 ລ້ານດົງ.
ເຈົ້າໜ້າທີ່ຕຳຫຼວດນະຄອນໂຮ່ຈິມິນໃຫ້ຮູ້ວ່າ: ນີ້ຄືຜົນງານທີ່ໂດດເດັ່ນຂອງເຈົ້າໜ້າທີ່ຕຳຫຼວດຄຸ້ມ 4 ນະຄອນໂຮ່ຈິມິນ ໃນການໄລ່ລ່າພວກສວຍໂອກາດໃນໄລຍະໂຄວິດ-19 ກຳລັງລະບາດໜັກຢູ່ໃນຂະນະນີ້.
ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ plo)