ນາຍົກລັດຖະມົນຕີໂອລົມ ແລະ ສະແດງ ຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດານັກຮົບສື່ມວນຊົນ ແລະ ການພິມຈໍາໜ່າຍໃນໂອກາດວັນຄົບຮອບ 70 ປີ
ໃນພິທີສະເຫລີມສະຫລອງວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳຫນ່າຍຄົບຮອບ 70 ປີ, ທີ່ໄດ້ຈັດຂຶ້ນໃນວັນທີ 14 ສິງຫານີ້, ທີ່ຫໍວັດທະນະທຳແຫ່ງຊາດ, ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ຊຶ່ງທ່ານ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດານັກຮົບສື່ມວນຊົນ ແລະ ການພິມຈໍາໜ່າຍ ທີ່ໄດ້ອຸທິດເຫື່ອແຮງສະຕິປັນຍາເຮັດສໍາເລັດພາລະກິດທີ່ມີ ກຽດສະຫງ່າຂອງຕົນ, ພ້ອມທັງ ໄດ້ມີການພັດທະນາຕົນເອງກ້າວ ໄປຢ່າງ ບໍ່ຢຸດຢັ້ງ, ເວລາໃດກໍເປັນກະບອກສຽງອັນແຫລມຄົມ ໃຫ້ແກ່ພັກ ແລະ ລັດຖະບານ ຢ່າງຫ້າວຫັນ, ປະກອບສ່ວນເຂົ້າໃນພາລະກິດທີ່ສຳຄັນຂອງຊາດ ບໍ່ວ່າຈະຢູ່ໃນໄລຍະຕໍ່ສູ້ກູ້ຊາດ ກໍຄື ໃນໄລຍະສ້າງສາພັດທະນາປະເທດຊາດ ຈົນເຖິງປັດຈຸບັນ ແລະ ໃນໂອກາດນີ້ທ່ານ ນາຍົກລັດຖະມົນຕີ ຍັງໄດ້ ເນັ້ນໜັກໃຫ້ສື່ມວນຊົນ ແລະ ການພິມຈໍາໜ່າຍເອົາໃຈໃສ່ວຽກງານ ທີ່ສໍາຄັນຈໍານວນໜຶ່ງ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ການເມືອງທີ່ພັກ ແລະ ລັດຖະບານມມອບຫມາຍໃຫ້, ກໍຄື ຄວາມຮຽກຮ້ອງຕ້ອງການ ຂອງການ ພັດທະນາປະເທດຊາດໃນໄລຍະໃໝ່,ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ, ແຕ່ເພື່ອເຮັດສຳເລັດຫນ້າທີ່ດັ່ງກ່າວ ສື່ມວນຊົນຕ້ອງໄດ້ເອົາໃຈໃສ່ ປັບປຸງເນື້ອໃນຂ່າວໃຫ້ມີຄວາມຫລາກຫລາຍ ສອດຄ່ອງກັບສະພາບ ການປ່ຽນແປງໃໜ່ ໂດຍສະເພາະໃນຍຸກສື່ສັງຄົມອອນລາຍ, ທີ່ສຳຄັນ ແມ່ນໃຫ້ປັບປຸງວິຖີການດຳລົງຊີວິດແບບໃໝ່ ເພື່ອເຮັດໃຫ້ການປະຕິບັດ ວຽກງານສື່ມວນຊົນ ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ເຂັ້ມແຂງ ຂຶ້ນໄປເລື້ອຍໆ.