ຮ່າໂນ້ຍ ຈະຊຸກຍູ້ໃຫ້ ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ພັດທະນາໃຫ້ເທົ່າທຽມກັບພາກພື້ນ ແລະ ສາກົນ
August 17, 2020 - 11:09 AM
ສຳນັກຂ່າວໜັງສືພິມ CAND ຂອງຫວຽດນາມໃຫ້ຮູ້ວັນທີ 16 ສິງຫານີ້ວ່າ: ກອງປະຊຸມໃຫ່ຍຜູ້ແທນຄະນະພັກມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍຄັ້ງທີ VI, ສະໄໝ 2020-2025 ຊີ້ແຈງວ່າ: ພາຍຫຼັງມີການເຄື່ອນໄຫວ 27 ປີຕາມດຳລັດຂອງນາຍົກລັດຖະມົນຕີ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໄດ້ມີການພັດທະນາ ແລະ ບືນຕົວຂຶ້ນຢ່າງແຂງແຮງ ອັນໄດ້ສ້າງຊື່ສຽງ ແລະ ຢູ່ໃນອັນດັບແຖວໜ້າຂອງມະຫາວິທະຍາໄລໃນຫວຽດນາມ ແລະ ນອນຢູ່ອັນດັບແຕ່ທີ 801-1000 ມະຫາວິທະຍາໄລ ໂລກ ແລະ ອັນດັບຕົ້ນໆຂອງອາຊີ.
ກອງປະຊຸມໄດ້ຕັດສິນໃຈ ແລະ ເຫັນພ້ອມເປັນເອກກະພາບກັນ ທີ່ຈະຊຸຍູ້ໃຫ້ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ພັດທະນາຂຶ້ນທຽບເທົ່າກັບພາກພື້ນ ແລະ ມະຫາວິທະຍາໄລໃນໂລກ.
ຂ່າວ: ລູກເມືອງພວນ.