ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສະຫລອງວັນໄວໜຸ່ມສາກົນ
ໃນວັນທີ 14 ສິງຫານີ້, ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ຈັດກິດຈະກຳສະເຫລີມສະຫລອງວັນໄວໜຸ່ມສາກົນ (12 ສິງຫາ 1998 – 12 ສິງຫາ 2020) ຢູ່ນະຄອນຫລວງວຽງຈັນ, ພາຍໃຕ້ຫົວຂໍ້ “ພັນທະຂອງຊາວໜຸ່ມຕໍ່ການພັດທະນາປະເທດຊາດ ກັບການເຊື່ອມໂຍງສາກົນ”, ໂດຍມີທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ນາງ ມາຣຽມ ຄານ ຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນເພື່ອປະຊາກອນ (UNFPA) ປະຈຳ ສປປ ລາວ ເຂົ້າຮ່ວມ.
ການສະເຫລີມສະຫລອງໄດ້ດຳເນີນໄປດ້ວຍຫລາກຫລາຍກິດຈະກຳທີ່ໜ້າສົນໃຈ ເປັນຕົ້ນການສະແດງສິລະປະວັນນະຄະດີ (ຟ້ອນ, ເຕັ້ນ, ຮ້ອງເພງ), ຈັດເວທີສົນທະນາ, ເວທີສະແດງຄວາມເຫັນຂອງຊາວໜຸ່ມ, ເວທີແລກປ່ຽນບົດຮຽນ, ປະສົບການໃນການເຮັດວຽກຂອງຊາວໜຸ່ມລາວ ແລະ ອື່ນໆ.
ໂອກາດດັ່ງກ່າວ, ທ່ານ ອາລຸນໄຊ ສູນນະລາດ ໄດ້ມີຄຳເຫັນວ່າ: ວັນໄວໜຸ່ມສາກົນເປັນວັນທີ່ມີຄວາມໝາຍສຳຄັນ ເພາະມັນເປັນເວທີໃຫ້ແກ່ຊາວໜຸ່ມໄດ້ສະແດງຄວາມຄິດເຫັນຂອງຕົນເອງ, ເປັນເວທີໃນການສະແດງຄວາມຮູ້, ຄວາມສາມາດ ເປັນບ່ອນພົບປະແລກປ່ຽນເຊິ່ງກັນ ແລະ ກັນອີກດ້ວຍ ແລະ ເພື່ອຮັບປະກັນໃຫ້ແກ່ການປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາວໜຸ່ມ-ໄວໜຸ່ມນັບມື້ມີປະສິດທິຜົນສູງນັ້ນ ສູນກາງຊາວໜຸ່ມຈຶ່ງໄດ້ສະເໜີສ້າງສະຫະພັນຊາວໜຸ່ມຂຶ້ນ ໂດຍໄດ້ຮັບການອະນຸມັດເປັນທີ່ຮຽບຮ້ອຍ ແລະ ສ້າງນະໂຍບາຍແຫ່ງຊາດກ່ຽວກັບຊາວໜຸ່ມ-ເຍົາວະຊົນ ລໍຖ້າການພິຈາລະນາຮັບຮອງ ແລະ ວາງວິໄສທັດການພັດທະນາຊາວໜຸ່ມ-ເຍົາວະຊົນ ແຕ່ນີ້ຮອດປີ 2040 ຢ່າງຊັດເຈນ ໃນການນໍາພາຊາວໜຸ່ມ-ໄວໜຸ່ມ.
ປັດຈຸບັນທົ່ວໂລກມີຊາວໜຸ່ມ 1,2 ພັນລ້ານຄົນ ໃນເກນອາຍຸ 15-24 ປີ ກວມເອົາ 16% ຂອງປະຊາກອນໂລກ, ຄາດວ່າຮອດປີ 2030 ຈຳນວນຊາວໜຸ່ມຈະເພີ່ມຂຶ້ນ 7%. ສຳລັບ ສປປ ລາວ ປັດຈຸບັນ ມີຊາວໜຸ່ມ-ໄວໜຸ່ມ ໃນເກນອາຍຸ 15-35 ປີ ກວມເອົາ 62% ຂອງປະຊາກອນລາວ ເຊິ່ງເປັນກໍາລັງຕົ້ນຕໍໃນການສ້າງສາພັດທະນາປະເທດຊາດ.