ອາທິດນີ້ຝົນຍັງສືບຕໍ່ຕົກຢູ່ທົ່ວທຸກພາກຂອງລາວ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ວັນທີ 19-23 ສິງຫານີ້ ລົມມໍລະສຸມຕາເວັນຕົກສຽງໃຕ້ຈະເພີ່ມກຳລັງແຮງຂຶ້ນພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງໃນແຕ່ລະພາກ ແລະ ຕົກປານກາງຫາຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອລົງຫາພາກກາງຕື່ມອີກ ພ້ອມຈະມີລົມພັດແຮງເປັນບາງໂອກາດ.
ຄາດຄະເນສະພາບອາກາດໃນແຕ່ລະພາກດັ່ງນີ້: ພາກເໜືອດ້ານຕາເວັນອອກ ຝົນຍັງຈະສືບຕໍ່ຕົກໃນລະດັບຄ່ອຍເປັນບໍລິເວນກວ້າງຕື່ມອີກ. ອຸນຫະພູມຕໍ່າສຸດ 19-21 ອົງສາ ແລະ ສູງສຸດ 27-29 ອົງສາ. ພາກເໜືອດ້ານຕາເວັນຕົກ ຝົນຍັງສືບຕໍ່ຕົກໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕໍ່າສຸດ 22-24 ອົງສາ ແລະ ສູງສຸດ 29-31 ອົງສາ. ພາກກາງ ມີເຝື້ອປົກຄຸມເປັນສ່ວນຫລາຍ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ. ອຸນຫະພູມຕໍ່າສຸດ 23-25 ອົງສາ ແລະ ສູງສຸດ 30-32 ອົງສາ. ສະເພາະແຂວງໄຊສົມບູນ, ເຂດຫລັກ 20, ເມືອງວຽງທອງ ແລະ ເມືອງນາກາຍ ມີເຝື້ອປົກຄຸມເປັນສ່ວນຫລາຍ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍຫາຕົກປານກາງຢູ່ທົ່ວໄປ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 17-19 ອົງສາ ແລະ ສູງສຸດ 24-26 ອົງສາ. ພາກໃຕ້ ມີເຝື້ອກປົກຄຸມເປັນສ່ວນຫລາຍ, ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງເປັນບໍລິເວນກວ້າງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື. ອຸນຫະພູມຕໍ່າສຸດ 23-25 ອົງສາ ແລະ ສູງສຸດ 30-32 ອົງສາ. ສະເພາະເຂດພູພຽງບໍລະເວນ ມີເຝື້ອປົກຄຸມເປັນສ່ວນຫລາຍ, ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 13-15 ອົງສາ ແລະ ສູງສຸດ 25-27 ອົງສາ. ສຳລັບນະຄອນຫລວງວຽງຈັນ ອາກາດຮ້ອນ, ມີເຝື້ອປົກຄຸມເປັນສ່ວນຫລາຍ ແລະ ຍັງຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງຫາໜັກ ພ້ອມມີລົມພັດແຮງຢູ່ບາງບໍລິເວນເປັນບາງໂອກາດ. ອຸນຫະພູມຕໍ່າສຸດ 24-26 ອົງສາ ແລະ ສູງສຸດ 29-31 ອົງສາ.
ກົມອຸຕຸນິຍົມ ແລະ ອຸທົກກະສາດ ຍັງເຕືອນເຖິງລົມມໍລະສຸມຕາເວັນຕົກສຽງໃຕ້ຈະມີກຳລັງແຮງເພີ່ມຂຶ້ນພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ເກີດມີຝົນຕົກໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງຫາຕົກໜັກ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອລົງຫາພາກກາງ ແລະ ພາກໃຕ້. ພ້ອມດຽວກັນ ລະດັບນ້ຳຊັນ ເຂດເມືອງບໍລິຄັນ, ເມືອງເກົ່າ ແຂວງບໍລິຄຳໄຊ ໄດ້ຂຶ້ນໃກ້ເຂດອັນຕະລາຍແລ້ວ ແລະ ຄາດຄະເນວ່າລະດັບນ້ຳຈະສືບຕໍ່ສູງຂຶ້ນຕື່ມອີກ. ດັ່ງນັ້ນ ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າໃນເຂດພາກເໜືອ ແລະ ຜູ້ທີ່ອາໄສຢູ່ລຽບຕາມແມ່ນ້ຳສາຂານ້ຳຊັນໃຫ້ມີສະຕິຕໍ່ສະພາບນ້ຳຖ້ວມຊຸ, ດິນເຈື່ອນ ແລະ ຖ້ວມອັ່ງ ພ້ອມທັງຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງເປັນປະຈຳ.