ເຮືອບິນຂອງປະທານາທິບໍດີ ທຣຳ ເກືອບຕຳກັບເຮືອບິນບໍ່ມີຄົນຂັບ
August 18, 2020 - 5:59 PM
ແຫຼ່ງຂ່າວ laodong, ໂດຍອ້າງອີງແຫຼ່ງຂ່າວ Bloomberg ໃນເຮືອບິນ Air Force One ເປີດເຜີຍໃນ ວັນທີ 18 ສິງຫານີ້ ໃຫ້ຮູ້ວ່າ: ເຮືອບິນຂອງປະທານາທິບໍດີ ດໍໂນທຣຳ ເກືອບຕຳເອົາກັບເຮືອບິນບໍ່ມີຄົນຂັບ ໃນຂະນະທີ່ກຳລັງຈະລົງເດີ່ນແຫ່ງໜຶ່ງໃກ້ກັບ ວໍຊິງຕັນ ວັນທີ 16 ສິງຫາຜ່ານມາ. ໃນຂະນະນັ້ນມີທຣຳຢູ່ໃນເຮືອບິນລຳດັ່ງກ່າວ.
ອົງການສືບລັບຂອງສະຫະລັດຍັງບໍ່ທັນໄດ້ອອກມາມີຄຳເຫັນຫຍັງກັບເຫດການດັ່ງກ່າວ.
ອີງຕາມຂໍ້ມູນຂອງຄະນະກຳມະການຄວາມປອດໄພທາງຄົມມະນາຄົມແຫ່ງຊາດຂອງສະຫະລັດໃຫ້ຮູ້ວ່າ: ມີຫຼາຍກໍລະນີທີ່ເຮືອບິນບໍ່ມີຄົນຂັບບຸກໂຈມຕີກັບເຮືອບິນໃຫ່ຍ, ແຕ່ບໍ່ມີກໍລະນີໃດສ້າງຄວາມເສຍຫາຍທີ່ຮ້າຍແຮງ ຫຼື ເຮັດໃຫ້ຜູ້ຄົນບາດເຈັບ ແລະ ເສຍຊີວິດ.
ຂ່າວ: ລູກເມືອງພວນ.