ເຮັດທຸລະກິດໃຫ້ຄິດນຳບ່ອນຈອດລົດ
ໂດຍ: ມຶກບໍ່ແຫ້ງ
ບ່ອນໃດແຄມທາງໂດຍສະເພາະທາງໃຫຍ່ ແມ່ນເໝາະສົມແກ່ການດຳເນີນທຸລະກິດຫຼາຍຮູບແບບແຕ່ທີ່ສຳຄັນພວກເຮົາຄວນອະນຸຍາດການດຳເນີນທຸລະກິດບໍ່ຖ້າບໍ່ມີບ່ອນຈອດລົດທີ່ເໝາະສົມ?
ທ່ານຜູ້ອ່ານຄົງໄດ້ພົບພໍ້ ກັບສະພາບລົດຕິດຍ້ອນລົດຈອດແຄມທາງໃຫ້ກັບຮ້ານບັນເທີງ, ຮ້ານຄ້າ, ຕະຫຼາດແລະອື່ນໆ ສ້າງຄວາມສ່ຽງໃນການເກີດອຸບັດຕິເຫດ, ຂາດຄວາມເປັນລະບຽບຮ້ອຍແລະບໍ່ຈົບງາມຕື່ມອີກ.
ການຈອດລົດຕາມແຄມທາງຫຼວງກາຍເປັນບັນຫາຊໍາເຮື້ອທີ່ບໍ່ສາມາດແກ້ໄຂໄດ້ ຢ່າງເດັດຂາດ, ເຖິງວ່າທາງຫຼວງຈະສ້າງມາກວ້າງຂວາງປານໃດກໍບໍ່ສາມາດເຮັດໃຫ້ການສັນຈອນໄປມາສະດວກສະບາຍໄດ້ ຖ້າຫາກຂາດການຈັດການແລະຄຸ້ມຄອງທີ່ດີກ່ຽວກັບການຈອດລົດຊະຊາຍຕາມແຄມທາງ.
ຖ້າເຮົາຈະເວົ້າມາແມ່ນມີຫຼາຍຈຸດຢູ່ນະຄອນຫຼວງວຽງຈັນທີ່ເຫັນວ່າສະພາບເສັ້ນທາງບໍ່ເປັນລະບຽບດັ່ງທີ່ກ່າວມາ, ຜູ້ຂຽນຂໍຍົກຕົວຢ່າງເສັ້ນທາງເຂດດົງໂດກໃກ້ກັບທະນາຄານການຄ້ານັ້ນເຫັນວ່າມີລົດຈອດເລື່ອມເອົາເສັ້ນທາງຢ່າງຫຼວງຫຼາຍເຮັດໃຫ້ ເສັ້ນທາງທີ່ກວ້າງຂວາງນັ້ນແຄບລົງທັນທີ, ການຂັບຂີ່ ກໍມີຄວາມຫຍຸ້ງຍາກແລະອັນຕະລາຍ.
ຈຸດທີສອງກໍແມ່ນຕະຫຼາດຫົວຂົວຖ້າທ່ານຜູ້ອ່ານກາຍໄປ-ມາເຂດດັ່ງກ່າວໃນຕອນແລງຈະເຫັນວ່າມີລົດຈຳນວນຫຼວງຫຼາຍຈອດຕາມແຄມທາງເພື່ອຈ່າຍຕະຫຼາດອັນໄດ້ເຮັດໃຫ້ ສ້າງຄວາມສັບສົນໃນການສັນຈອນສົມຄວນເພາະເສັ້ນທາງດັ່ງກ່າວມີລົດທຽວຫຼາຍຢູ່ແລ້ວ.
ນອກຈາກສອງຈຸດນີ້ແລ້ວທົ່ວນະຄອນຫຼວງຍັງມີຫຼາຍຈຸດບໍ່ວ່າຈະເປັນໂຮງຮຽນ, ສະຖານທີ່ ໃຫ້ການບໍລິການ, ຮ້ານບັນເທີງແລະອື່ນໆທີ່ຍັງມີບັນຫານີ້.
ຕາມການສອບຖາມແລະສັງເກດມາເຫັນວ່າບາງບ່ອນແມ່ນມີບ່ອນຈອດລົດໄວ້ໃຫ້ແລ້ວແຕ່ດ້ວຍຄວາມມັກງ່າຍຂອງພໍ່ແມ່ປະຊາຊົນທີ່ບໍ່ເອົາໃຈໃສ່ ແລະອີກກໍລະນີໜຶ່ງກໍແມ່ນວ່າເຈົ້າຂອງທຸລະກິດຫຼືຜູ້ປະກອບການນັ້ນບໍ່ມີສະຖານທີ່ຈອດຢ່າງພຽງພໍຕໍ່ລູກຄ້າຂອງຕົນ.
ແນ່ນອນທາງພາກສ່ວນທີ່ກ່ຽວຂ້ອງແມ່ນຮັບຮູ້ບັນຫານີ້ມາດົນແລະໄດ້ສົນທະນາປຶກສາຫາລືກັນບໍ່ໜ້ອຍຕໍ່ແນວທາງໃນການແກ້ໄຂບັນຫານີ້, ບໍ່ວ່າຈະເປັນການລົງຈັດລະບຽບຂອງເຈົ້າໜ້າທີ່, ການອອກລະບຽບ, ການໂຄສະນາອອກສື່ຕ່າງໆ ແຕ່ປານນັ້ນບັນຫານີ້ກໍຍັງບໍ່ສາມາດແກ້ໄຂໄດ້ຢ່າງຂາດຕົວຍ້ອນຫຍັງ? ສ່ວນໜຶ່ງກໍແມ່ນຄວາມເປັນເຈົ້າການຂອງພໍ່ແມ່ ປະຊາຊົນຍັງມີໜ້ອຍແລະອັນຕໍ່ມາກໍແມ່ນການບັງຄັບໃຊ້ລະບຽບທີ່ຍັງຂາດຄວາມເຄັ່ງຄັດ, ສະເໝີພາບແລະສະເໝີຕົ້ນສະເໝີປາຍ.
ກ່ອນຈະອະນຸຍາດໃຫ້ພາກສ່ວນໃດໜຶ່ງໃຫ້ການບໍລິການຕາມແຄມຖະໜົນຫຼວງທີ່ອາດມີການຈອດລົດຂອງລູກຄ້າຈຳນວນຫຼາຍນັ້ນຜູ້ຂຽນຄິດວ່າເງື່ອນໄຂໜຶ່ງກໍແມ່ນສະຖານທີ່ຈອດລົດຄືກັນກັບຫຼາຍປະເທດບັງຄັບໃຊ້ ບໍ່ດັ່ງນັ້ນບໍ່ສາມາດເປີດໃຫ້ການບໍລິການໄດ້.
ພ້ອມນັ້ນການປັບໄໝໃສ່ໂທດຕໍ່ຜູ້ລະເມີດລະບຽບນັ້ນກໍແມ່ນຕ້ອງໄດ້ເຮັດຢ່າງເຄັ່ງຄັດທີ່ສຸດ, ການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ ກໍຕ້ອງມີຄວາມໂປ່ງໄສໃຫ້ຜົນປະໂຫຍດສ່ວນລວມພ້ອມທັງຕິດປ້າຍສັນຍານຕ່າງໆ, ບໍ່ດັ່ງນັ້ນສະພາບເສັ້ນທາງພວກເຮົາກໍຈະຂີ້ຮ້າຍແລະອັນຕະລາຍແບບນີ້ໄປຕະຫຼອດ.
ການຝຶກສອນໃຫ້ຄົນເຮົາມີລະບຽບຈຶ່ງເຮັດໃຫ້ຊາດຮຽບຮ້ອຍ!