ຊາວ ອົດສະຕຣາລີ 25 ລ້ານຄົນຈະໄດ້ຮັບການສັກວັກຊີນໂຄວິດ-19
Zing, ວັນທີ 19 ສິງຫານີ້ ໃຫ້ຮູ້ວ່າ: ນາຍົກລັດຖະມົນຕີ ອົດສະຕຣາລີ Scott Morrison ຈະໃຫ້ຊາວອົດສະຕຣາລີ ໄດ້ສັກວັກຊີນໂຄວິດ-19 ໂດຍ ບໍ່ເສຍຄ່າ ຖ້າຫາກການທົດລອງມີຄວາມປອດໄພ ແລະ ມີປະສິດທິພາບດີ.
ຂ່າວຈາກ AP ໃຫ້ຮູ້ວ່າ: ເຈົ້າໜ້າທີ່ ອົດສະຕຣາລີ ໄດ້ມີຂໍ້ຕົກລົງຜະລິດວັກຊີນຕ້ານໂຄວິດ-19 ໂດຍມະຫາວິທະຍາໄລ Oxford ຂອງອັງກິດ ຮ່ວມມືກັບບໍລິສັດການຢາຊີວະສາດ AstraZeneca ພັດທະນາຂຶ້ນມາ.ມີຊື່ວ່າ ChAdOx1 nCoV-19 ໂດຍນຳໃຊ້ກົນໄກ vector virus ເພື່ອສ້າງ Trojan ໃຫ້ແກ່ລະບົບຄຸ້ມກັນ.
ນາຍົກລັດຖະມົນຕີ Scott Morrison ໃຫ້ຮູ້ວ່າ: ອີງຕາມການຕົກລົງ, ຊາວອົດສະຕຣາລີ ຈະໄດ້ຮັບການສັກວັກຊີນຕ້ານໂຄວິດ-19 ໂດຍບໍ່ເສຍຄ່າ ຖ້າການທົດລອງມີຄວາມປອດໄພ ແລະ ມີປະສິດທິພາບດີ.
ທ່ານນາຍົກໃຫ້ຮູ້ເພີ່ມເຕີມວ່າ: ໃນຂະນະນີ້ວັກຊີນກຳລັງຢູ່ໃນຂັ້ນທົດລອງເບື້ອງຕົ້ນກັບຄົນໃນໄລຍະ 3. ຖ້າການທົດລອງຫາກເປັນໄປຕາມທີ່ຄາດຫວັງໄວ້, ເຈົ້າໜ້າທີ່ ອົດຕາລີ ຈະສັກຄຸ້ມກັນໂດຍບໍ່ເສຍຄ່າ 25 ລ້ານຄົນ.
ກຸ່ມນັກຄົ້ນຄວ້າກຳລັງຊອກຫາ 50.000 ຄົນເພື່ອອາສາສະໝັກທົດລອງ ຈາກ ອົດສະຕຣາລີ, ອັງກິດ ແລະ ສະຫະລັດອາເມລິກາ ແລະ ແອຟຣິກກາໃຕ້.
ທ່ານກ່າວຢໍ້າວ່າ: ບໍ່ມີຫຍັງຄໍ້າປະກັນໄດ້ວ່າ: ການຄົ້ນຄວ້າຈະໄດ້ຮັບຜົນສຳເລັດ ຫຼື ບໍ່. “ພວກເຮົາກຳລັງຕໍ່ລອງກັບຜູ້ຜະລິດໃນໂລກ. ພ້ອມດຽວກັນນັ້ນ, ໂຄງການພັດທະນາວັກຊີນພາຍໃນປະເທດຍັງຈະດຳເນີນໄປເປັນປົກກະຕິ”.
ຂ່າວ: ລູກເມືອງພວນ.