ໂຄງການເກັບກູ້ລະເບີດແຫ່ງຊາດ ເລັ່ງປະຕິບັດຕົວຄາດໝາຍໃຫ້ສຳເລັດຕາມແຜນ
August 19, 2020 - 3:01 PM
ຜູ້ອຳນວຍການໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ກ່າວໃນກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ເຊິ່ງໄດ້ຈັດຂຶ້ນໃນວັນທີ 18 ສິງຫານີ້ ທີ່ນະຄອນຫລວງວຽງຈັນວ່າ: ໃນ 6 ເດືອນທ້າຍປີນີ້ ຄກລ ຈະສູ້ຊົນປະຕິບັດຕົວຕາມເລກຄາດໝາຍຕ່າງໆໃຫ້ສຳເລັດຜົນ ໂດຍສະເພາະວຽກງານໂຄສະນາສຶກສາຄວາມສ່ຽງໃຫ້ໄດ້ 182 ບ້ານ, ວຽກງານສຳຫລວດບໍ່ແມ່ນດ້ານວິຊາການໃຫ້ໄດ້ 61 ບ້ານ ແລະ ວຽກງານສຳຫລວດດ້ານວິຊາການໃຫ້ໄດ້ 1.890 ເຮັກຕາ, ວຽກງານເກັບກູ້ໃຫ້ສຳເລັດ 1.403 ເຮັກຕາ. ພ້ອມກັນນີ້, ດ້ານວຽກງານທຳລາຍລະເບີດລູກຫວ່ານໃຫ້ໄດ້ 49,8 ເຮັກຕາ. ພ້ອມນີ້ກໍຈະສືບຕໍ່ຂົນຂວາຍລະດົມທຶນ ເພື່ອສະໜັບສະໜູນການປະຕິບັດງານຂອງ ຄກລ ໃນ 9 ແຂວງທົ່ວປະເທດໃຫ້ບັນລຸຕົວເລກຄາດໝາຍວາງໄວ້.