ການກາຍສາຍພັນຂອງໂຄວິດ-19 ມາເປັນ D614G ອາດຈະຕິດຕໍ່ໃສ່ກັນໄດ້ໄວກວ່າ ແຕ່ການເສຍຊີວິດຈະໜ້ອຍລົງ
August 20, 2020 - 10:33 AM
![ການກາຍສາຍພັນຂອງໂຄວິດ-19 ມາເປັນ d614g ອາດຈະຕິດຕໍ່ໃສ່ກັນໄດ້ໄວກວ່າ ແຕ່ການເສຍຊີວິດຈະໜ້ອຍລົງ - 4 1 3 - ການກາຍສາຍພັນຂອງໂຄວິດ-19 ມາເປັນ D614G ອາດຈະຕິດຕໍ່ໃສ່ກັນໄດ້ໄວກວ່າ ແຕ່ການເສຍຊີວິດຈະໜ້ອຍລົງ ການກາຍສາຍພັນຂອງໂຄວິດ-19 ມາເປັນ d614g ອາດຈະຕິດຕໍ່ໃສ່ກັນໄດ້ໄວກວ່າ ແຕ່ການເສຍຊີວິດຈະໜ້ອຍລົງ - 4 1 3 - ການກາຍສາຍພັນຂອງໂຄວິດ-19 ມາເປັນ D614G ອາດຈະຕິດຕໍ່ໃສ່ກັນໄດ້ໄວກວ່າ ແຕ່ການເສຍຊີວິດຈະໜ້ອຍລົງ](https://www.laophattananews.com/wp-content/uploads/2020/08/%E0%BA%8A%E0%BA%B5%E0%BB%89%E0%BB%81%E0%BA%88%E0%BA%87%E0%BA%81%E0%BB%8D%E0%BA%A5%E0%BA%B0%E0%BA%99%E0%BA%B5%E0%BA%95%E0%BA%B3%E0%BB%81%E0%BA%A5%E0%BB%89%E0%BA%A7%E0%BB%9C%E0%BA%B5%E0%BA%A2%E0%BA%B9%E0%BB%88-4-%E0%BB%81%E0%BA%8D%E0%BA%81%E0%BB%84%E0%BA%9F%E0%BB%81%E0%BA%94%E0%BA%87%E0%BB%82%E0%BA%9E%E0%BA%99%E0%BB%80%E0%BA%84%E0%BA%B1%E0%BA%87-1-3.png)
VOV.VN, ວັນທີ 19 ສິງຫານີ້ ລາຍງານວ່າ: ບັນດານັກຊ່ຽວຊານຂອງສິງກະໂປ ໃຫ້ຮູ້ວ່າ: ການກາຍສາຍພັນຂອງໂຄວິດ-19 ອາດຈະແຜ່ລະບາດ ແລະ ຕິດຕໍ່ໃສ່ກັນໄດ້ໄວກວ່າ ແຕ່ເປີເຊັນເສຍຊີວິດໜ້ອຍກວ່າ.
D614G ແມ່ນຮູບການກາຍສາຍພັນຂອງໂຄວິດ-19 ຊຶ່ງຄົ້ນພົບຢູ່ໃນເອີຣົບ ແລະ ອາເມລິກາເໜືອ, ຫວ່າງມໍ່ໆມານີ້ກໍພົບເຫັນຢູ່ໃນອາຊີ, ມັນມີຄວາມສາມາດຕິດຕໍ່ໄດ້ງ່າຍ ແລະ ໄວກວ່າທົບຫຼາບເທົ່າ. ແຕ່ທ່ານ Paul Tambyah ປະທານຂອງບັນດາສະມາຄົມພະຍາດຕິດຕໍ່ສາກົນໃຫ້ຮູ້ວ່າ: ເຊື້ອໄວຣັດກາຍສາຍພັນໃໝ່ນີ້ ອາດຈະເຮັດໃຫ້ການການຕິດຕໍ່ໃສ່ກັນໄດ້ໄວກວ່າ ແຕ່ການເສຍຊີວິດໜ້ອຍລົງ.
ທ່ານ Tambyahແລະ Sebastian Maurer-Stroh ຜູ້ຊ່ຽວຊານຂອງອົງການວິທະຍາສາດ, ເທັກໂນໂລຊີ ແລະ ການຄົ້ນຄວ້າຂອງສິງກະໂປໃຫ້ຮູ້ວ່າ: ການກາຍສາຍພັນຂອງໄວຣັດດັ່ງກ່າວກໍຈະບໍ່ທົນທານຕໍ່ວັກຊີນໂຄວິດ-19 ໄດ້.
ຂ່າວ: ລູກເມືອງພວນ.