7 ເຄັດລັບສ້າງບຸກຄະລິກກະພາບສູ່ຄວາມສຳເລັດ
August 20, 2020 - 3:37 PM

ແມ່ນແທ້ບໍ່ ບຸກຄະລິກກະພາບດີ ເພີ່ມໂອກາດສູ່ຄວາມສຳເລັດໄດ້ ? ຫາກເວົ້າເຖິງເລື່ອງບຸກຄະລິກກະພາບແລ້ວ ບໍ່ວ່າຈະແມ່ນໃຜກໍລ້ວນແຕ່ຕ້ອງສຶກສາໄວ້ ເພື່ອປັບ ຫລື ເພີ່ມຄວາມໝັ້ນໃຈໃຫ້ຕົນເອງ ເພາະໃນຊີວິດຈິງເຮົາຕ້ອງພົບພໍ້ຄົນຫລວງຫລາຍ ບໍ່ວ່າຈະທາງດ້ານໜ້າທີ່ວຽກງານ ຫລື ທາງດ້ານສັງຄົມຕ່າງໆ ຈຳເປັນຢ່າງຍິ່ງທີ່ເຮົາຕ້ອງມີບຸກຄະລິກກະພາບທີ່ດີ ແລະ ເພື່ອໃຫ້ທ່ານໄດ້ມີບຸກຄະລິກກະພາບທີ່ດີ ມື້ນີ້ພວກເຮົາຈຶ່ງມີວິທີເລີ່ມພັດທະນາບຸກຄະລິກກະພາບຢ່າງໝັ້ນໃຈມາແນະນຳ.
- ຄວາມເປັນຄົນຊ່າງສັງເກດ : ຮູ້ຈັກສະແຫວງຫາຄຳຕອບຈາກຄຳຖາມຕ່າງໆດ້ວຍຄວາມຄິດ, ຄວາມສົງໄສ, ເກີດເປັນການສືບຄົ້ນຈົນເປັນຜົນສຳເລັດ.
- ຄວາມເປັນຄົນບໍ່ຢູ່ເສີຍ : ຮູ້ຈັກປະເມີນຕົນເອງ ເພື່ອໃຫ້ເກີດການປັບປຸງແກ້ໄຂ ແລະ ພັດທະນາຕົນເອງຢູ່ສະເໝີ.
- ມີຄວາມຄິດລິເລີ່ມສ້າງສັນ : ຫາກທ່ານສາມາດສ້າງສັນສິ່ງຕ່າງໆດ້ວຍສິລະປະ ທ່ານຈະໂດດເດັ່ນຢ່າງເຫັນໄດ້ແຈ້ງ.
- ມີຄວາມເອົາໃຈໃສ່ຕໍ່ສິ່ງທີ່ຮັບຜິດຊອບ : ຮູ້ໜ້າທີ່ໆຕ້ອງຮັບຜິດຊອບດ້ວຍຄວາມມີລະບຽບວິໄນ ແລະ ສາມາດປະຕິບັດສິ່ງໆນັ້ນອອກມາໃຫ້ດີດ້ວຍໃຈຮັກຢ່າງສະໝໍ່າສະເໝີ.
- ມີມະນຸດສຳພັນທີ່ດີ : ຮູ້ຈັກມີສິລະປະໃນການສື່ສານ ຫລື ເຮັດໃຫ້ຜູ້ອື່ນຮູ້ສຶກຍິນດີເມື່ອໄດ້ຮ່ວມສົນທະນານຳ ແລະ ສິ່ງສຳຄັນຕ້ອງ “ຄິດກ່ອນເວົ້າ” ເພື່ອຂັດຂວາງການເກີດບັນຫາອື່ນໆທີ່ອາດຕາມມາໄດ້.
- ສະແດງອອກຕາມກາລະເທສະອັນຄວນ : ຄົນຍຸກໃໝ່ຕ້ອງຮູ້ຈັກລະງັບອາລົມໃຫ້ເປັນ, ໝັ່ນຝຶກການສະແດງທາງອາລົມຜ່ານແວ່ນແຍງ ເພື່ອໃຫ້ທ່ານຮັບມືກັບທຸກສະຖານະການໄດ້ຢ່າງສົດໃສນັ້ນເອງ.
- ມີການປັບໂຕໃຫ້ເຂົ້າກັບສະພາບແວດລ້ອມ :ແນ່ນອນວ່າທ່ານຈຳເປັນຕ້ອງມີການຕິດຕໍ່ພົວພັນທາງສັງຄົມຢູ່ສະເໝີ ເພື່ອຊ່ວຍຮັດແໜ້ນຄວາມສຳພັນ ແລະ ຮັກສາມິດຕະພາບແກ່ຄົນອ້ອມຂ້າງໃຫ້ດີຍິ່ງຂຶ້ນ.
ຄົງບໍ່ຍາກເກີນໄປແມ່ນບໍ່ສຳລັບ 7 ເຕັກນິກເພີ່ມຄວາມໝັ້ນໃຈໃຫ້ກັບບຸກຄະລິກກະພາບ ທີ່ຈະຊ່ວຍໃຫ້ທ່ານມີຄວາມກ້າ ແລະ ສົດໃສ ພ້ອມເຮັດສິ່ງຕ່າງໆໄດ້ຢ່າງໝັ້ນໃຈ ແລະ ເຮັດໄດ້ຫລາຍຍິ່ງຂຶ້ນ.