ສານອຸທອນຂອງໄທພິພາກສາປະຫານຊີວິດ “ໄຊຊະນະ” ຄະດີຄ້າຂາຍຢາເສບຕິດ
ສານອາຍາ ອ່ານຄຳພິພາກສາສານອຸທອນຄະດີຢາເສບຕິດ ທີ່ພະນັກງານໄອຍະການຄະດີຢາເສບຕິດ 10 ເປັນໂຈດຟ້ອງທ້າວ ໄຊຊະນະ ແກ້ວພິມພາ ອາຍຸ 42 ປີ ສັນຊາດລາວ, ທ້າວ ຊຸມພອນ ພະນົມໄພ ອາຍຸ 45 ປີ ແລະ ທ້າວ ລັດຊະພົນ ລັດສະພົນພາກອນ ອາຍຸ 33 ປີ ເປັນຈຳເລີຍທີ 1-3 ໃນຄວາມຜິດຖານຮ່ວມກັນກະທຳຄວາມຜິດກ່ຽວກັບຢາເສບຕິດ ແລະ ມີຢາບ້າ ເຊິ່ງເປັນເມດແອມເຟຕາມີນ ຢາເສບຕິດປະເພດ 1 ໄວ້ໃນຄອບຄອງເພື່ອຈຳໜ່າຍ.
ເນື່ອງຈາກລະຫວ່າງວັນທີ 24 ກໍລະກົດ ຫາວັນທີ 16 ກັນຍາ 2015 ຈຳເລີຍທີ 1-2 ກັບພວກອີກຫລາຍຄົນທີ່ຍັງບໍ່ໄດ້ຕົວມາຟ້ອງ ສົມຄົບກັນກັບພວກທີ່ຢູ່ໃນ ສປປ ລາວ ຈັດຫາຢາບ້າ ແລະ ເງິນ ເພື່ອລັກລອບຂົນສົ່ງຢາເສບຕິດ ຈຳນວນ 2.381.400 ເມັດ ໄປສົ່ງໃຫ້ເຄືອຂ່າຍໃນພາກໃຕ້ຂອງໄທ ແລະ ປະເທດມາເລເຊຍ ໂດຍໃນວັນທີ 17-22 ສິງຫາ 2016 ຈຳເລີຍທັງສາມຄົນຍັງຮ່ວມກັນລັກລອບຂົນສົ່ງຢາບ້າອີກ 1 ລ້ານເມັດ ໃຫ້ເຄືອຂ່າຍທາງພາກໃຕ້ ໂດຍຕິດຕໍ່ກັບທ້າວ ໄຊນຸເດັງ ມະ ຢູ່ປະເທດມາເລເຊຍ ແລະ ຮັບໂອນເງິນຢາເສບຕິດຈາກທ້າວ ໄຊນຸເດັງ ຫລາຍເທື່ອ ລວມຈຳນວນ 144 ລ້ານບາດ ໄປສົ່ງມອບໃຫ້ໝູ່ຂອງຈຳເລີຍທີ 1 ຢູ່ ສປປ ລາວ.
ໃນວັນທີ 20 ສິງຫານີ້, ສານອຸທອນ ພິພາກສາວ່າ: ທ້າວ ໄຊຊະນະ ຈຳເລີຍທີ 1 ມີຄວາມຜິດຖານສົມຄົບກັນຄ້າຂາຍຢາເສບຕິດເພີ່ມອີກ 1 ຂໍ້ຫາ ແຕ່ຍັງຮັກສາໂທດປະຫານຊີວິດ ຄຳໃຫ້ການຈຳເລີຍທີ 1 ເປັນປະໂຫຍດໃນຊັ້ນສອບສວນຫລຸດໂທດໃຫ້ 1 ໃນ 3 ຍັງເຫລືອຕິດຄຸກຕະຫລອດຊີວິດ, ສ່ວນຈຳເລີຍທີ 2 ຍັງຕິດຄຸກຕະຫລອດຊີວິດຕາມສານຊັ້ນຕົ້ນ. ຂະນະທີ່ຈຳເລີຍທີ 3 ພະຍານຫລັກຖານໂຈດຍັງບໍ່ພຽງພໍທີ່ຈະພິພາກສາລົງໂທດໄດ້ໃຫ້ຍົກຟ້ອງ. ນອກຈາກທີ່ແກ້ໄຂໃຫ້ເປັນໄປຕາມຄຳພິພາກສາຊັ້ນຕົ້ນ. ຄະດີນີ້ສານຊັ້ນຕົ້ນພິພາກສາ ໃນວັນທີ 26 ກັນຍາ 2018 ໃຫ້ປະຫານຊີວິດທ້າວ ໄຊຊະນະ ແລະ ທ້າວ ຊຸມພອນ ຈຳເລີຍທີ 1-2 ແຕ່ຄຳໃຫ້ການຊັ້ນສອບສວນ ແລະ ຄຳເບີກຄວາມບາງສ່ວນຂອງຈຳເລີຍທີ 1-2 ເປັນປະໂຫຍດຕໍ່ການພິຈາລະນາ ຈຶ່ງຫລຸດໂທດໃຫ້ 1 ໃນ 3 ຍັງເຫລືອຕິດຄຸກຕະຫລອດຊີວິດ, ສ່ວນທ້າວ ລັດຊະພົນ ຈຳເລີຍທີ 3 ພິພາກສາຍົກຟ້ອງ.
ສຳລັບທ້າວ ໄຊຊະນະ ນອກຈາກຄະດີນີ້ແລ້ວ ໃນວັນທີ 19 ທັນວາ 2019 ສານອຸທອນໄດ້ມີຄຳພິພາກສາປະຫານຊີວິດຖານນຳເຂົ້າຢາບ້າຈຳນວນ 1,2 ລ້ານເມັດ ເຂົ້າມາໃນຣາຊະອານາຈັກໄທ ເພື່ອຈຳໜ່າຍໂດຍບໍ່ໄດ້ຮັບອະນຸຍາດ ແຕ່ຫລຸດໂທດເຫລືອຕິດຄຸກຕະຫລອດຊີວິດ.










