ສື່ມວນຊົນລາວຢ້ຽມຢາມເຂດພັດທະນາບຶງທາດຫລວງ
ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍຄົບຮອບ 70 ປີ (13/8/1950 -13/8/2020) ເຊົ້າວັນທີ 20 ສິງຫານີ້ຄະນະສື່ມວນຊົນລາວ ນຳໂດຍທ່ານສະຫວັນຄອນ ລາຊະມຸນຕຣີ ຮອງລັດຖະມົນຕີ ກະຊວງ ຖວທ ໄດ້ຢ້ຽມຢາມໂຄງການພັດທະນາເຂດບຶງທາດຫລວງທີ່ນະຄອນຫລວງວຽງຈັນ ໂດຍແມ່ນການລົງທຶນຂະໜາດໃຫຍ່ ຈາກນັກລົງທຶນ ສປ ຈີນ ເພື່ອສ້າງຄວາມສາມັກຄີຮັກແພງຊ່ວຍເຫລືອເຊິ່ງກັນແລະກັນ ໃນການໂຄສະນາເຜີຍແຜ່ຜົນສຳເລັດເບື້ອງຕົ້ນຂອງໂຄງການດັ່ງກ່າວ ເຊິ່ງຈະເປັນທ່າແຮງຊ່ວຍກະຕຸກຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງລາວ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະຫັນປ່ຽນໂສມໜ້າໃໝ່ນະຄອນຫລວງວຽງຈັນໄປສູ່ທັນສະໄໝເທື່ອລະກ້າວ.
ເຂດເສດຖະກິດພິເສດບຶງທາດຫລວງ ແມ່ນການລົງທຶນຂອງກຸ່ມບໍລິສັດອະສັງຫາລິມະຊັບ ຫວ່ານ ເຫິງ ຊຽງໄຮ ປະເທດຈີນ ເມື່ອທ້າຍປີ 2011 ເປັນຕົ້ນມາ ໃນເນື້ອທີ່ທັງໝົດ 365 ເຮັກຕາ, ຕັ້ງຢູ່ໃຈກາງນະຄອນຫລວງງຽງຈັນ ມີສະພາບແວກລ້ອມທີ່ດີ ແລະ ການສັນຈອນໄປມາສະດວກສະບາຍ ຄາດວ່າຈະມີມູນຄ່າການລົງທຶນທັງໝົດ 5 ຕື້ໂດລາສະຫະລັດ ໂດຍຈະໃຫ້ມີມີຮ້ານສັບພະສິນຄ້າ, ສະຖາບັນການເງິນ, ການທະນາຄານ, ຕຶກຄອນໂດມິນ້ຽມ ທີ່ສາມາດນຳໃຊ້ເປັນຫ້ອງການຂອງອົງການຈັດຕັ້ງຕ່າງໆໄດ້, ພ້ອມທັງມີສະຖານທີ່ບັນເທີງ, ຮ້ານອາຫານ-ຮ້ານກິນດື່ມ, ສະຖານທີ່ພັກຜ່ອນ, ໂຮງແຮມລະດັບ 5 ດາວ, ໂຮງຮຽນນາໆຊາດ ແລະ ໂຮງໝໍລະດັບມາດຕະຖານສາກົນ ແລະ ມີສະຖານທີ່ວັດທະນະທຳເຊັ່ນ: ຮູບພະອົງໃຫຍ່, ສວນສະໜຸກ ແລະ ອື່ນໆ ເພື່ອໃຫ້ຄວາມສະດວກສະບາຍຕາມຄວາມຕ້ອງການຂອງສັງຄົມກ
ໂຄງການນີ້ ມີໄລຍະສຳປະທານຍາວເຖິງ 99 ປີ, ມີໃບຢັ້ງຢືນກຳມະສິດອອກໃຫ້ໂດຍລັດຖະບານລາວ,ໃນນັ້ນ ຄົນຕ່າງປະເທດມີສິດນຳໃຊ້ເຖິງ 99 ປີ ແລະ ຄົນລາວສາມາດນຳໃຊ້ຖາວອນ. ເມື່ອໂຄງການນີ້ ສຳເລັດຈະປະກອບ ສ່ວນສຳຄັນຕໍ່ການພັດທະນາເສດຖະກິດຂອງລາວ ແບບກ້າວກະໂດດ, ໂດຍສະເພາະນັກລົງທຶນຈາກຕ່າງປະເທດຈະຫັນເຂົ້າມາລົງທຶນໃນລາວຫລາຍຂຶ້ນຢ່າງແນ່ນອນ. ເນື່ອງຈາກວ່າສິດທິສຳລັບຄົນຕ່າງປະເທດແມ່ນມີຢ່າງຫລວງຫລາຍ, ໂດຍສເພາະຊື້ຫ້ອງມູນຄ່າເກີນ 2 ແສນໂດລາສະຫະລັດຂຶ້ນໄປ, ຈະໄດ້ຮັບອະນຸຍາດພັກອາໄສໄລຍະຍາວ, ມີວີຊາເຂົ້າ-ອອກ ໃນໄລຍະ 5 ປີຂຶ້ນໄປ, ພ້ອມທັງມີນະໂຍບາຍພິເສດດ້ານພາສີ-ອາກອນແກ່ຜູ້ລົງທຶນອີກດ້ວຍ.