ຮອງນາຍົກລັດຖະມົນຕີຢ້ຽມຢາມແຂວງຫລວງນໍ້າທາ
ໃນວັນທີ 19-20 ສິງຫານີ້, ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ, ທັງເປັນຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ຢ້ຽມຢາມແຂວງຫລວງນໍ້າທາ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຄໍາໄຫລ ສີປະເສີດ ເລຂາຄະນະບໍລິຫານງານພັກແຂວງຫລວງນໍ້າທາ ແລະ ໄດ້ຮັບລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ສະພາບການເຝົ້າລະວັງ ແລະ ປ້ອງກັນການແຜ່ລະບາດຂອງພະຍາດ COVID-19.
ທ່ານເລຂາພັກແຂວງ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາເສດຖະກິດຂອງແຂວງໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຂົງເຂດວັດທະນະທໍາ-ສັງຄົມໄດ້ຮັບການບູລະນະ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄດ້ຫັນເປັນຂອງທົ່ວປວງຊົນຮອບດ້ານ, ຫັນພະນັກງານລົງກໍ່ສ້າງຮາກຖານຢູ່ຊົນນະບົດ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງຍົກລະດັບດີຂຶ້ນ, ຄວາມທຸກຍາກໄດ້ຫລຸດລົງ. ແຕ່ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ໃນໄລຍະ 6 ເດືອນຕົ້ນປີນີ້ ສົ່ງຜົນໃຫ້ເສດຖະກິດແຂວງພົບຄວາມຫຍຸ້ງຍາກ ແລະ ບໍ່ສາມາດບັນລຸຕາມແຜນການທີ່ວາງໄວ້.
ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ການນໍາຂອງແຂວງ ໂດຍໄດ້ເນັ້ນໜັກໃຫ້ຄະນະນໍາຂອງແຂວງເອົາໃຈໃສ່ຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຂອງຕົນ ແລະ ໃຫ້ບັນດາຂະແໜງການອ້ອມຂ້າງຮີບຮ້ອນຜັນຂະຫຍາຍບັນດາຄາດໝາຍຕ່າງໆທີ່ກໍານົດໄວ້ ແລະ ເອົາໃຈໃສ່ເປັນພິເສດໃນການຊຸກຍູ້ການຜະລິດເປັນສິນຄ້າຂອງປະຊາຊົນ ຕິດພັນກັບການສົ່ງເສີມທຸລະກິດຂະໜາດນ້ອຍ, ຂະໜາດກາງ, ປະກອບສ່ວນແກ້ໄຂຄວາມທຸກຍາກຂອງປະຊາຊົນ, ສ້າງວຽກເຮັດງານທໍາໃຫ້ເຂົາເຈົ້າ ແລະ ເອົາໃຈໃສ່ແກ້ໄຂບັນຫາປະກົດການຕ່າງໆ ທີ່ເກີດຂຶ້ນໃຫ້ຫລຸດນ້ອຍຖອຍລົງ ແລະ ພິເສດ ໃນໄລຍະນີ້ແມ່ນໃຫ້ເອົາໃຈໃສ່ເຝົ້າລະວັງ ແລະ ປ້ອງກັນການແຜ່ລະບາດຂອງເຊື້ອພະຍາດ COVID-19 ຕາມການແນະນໍາຂອງຄະນະສະເພາະກິດໃຫ້ມີຜົນ, ພ້ອມສືບຕໍ່ປະຕິບັດວຽກງານ 3 ສ້າງຕາມມາດຖານຕ່າງໆ ທີ່ກໍານົດໄວ້ໃຫ້ແຕ່ລະເມືອງ, ບ້ານສູ້ຊົນປະຕິບັດໃຫ້ໄດ້ແຕ່ລະມາດຖານ, ແຕ່ຢາກເຮັດໄດ້ຕ້ອງມີການແບ່ງສິດແບ່ງຄວາມຮັບຜິດຊອບໃຫ້ແຕ່ລະຂັ້ນໃຫ້ເໝາະສົມຕາມແຕ່ລະຂົງເຂດວຽກງານ, ປັບປຸງລະບອບລະບຽບການເຮັດວຽກຂອງອົງຄະນະພັກໃຫ້ແທດເໝາະ ແລະ ເພີ່ມທະວີຄວາມສາມັກຄີພາຍໃນອົງຄະນະພັກໃຫ້ໜັກແໜ້ນ ເພື່ອເປັນບ່ອນອີງໃນການເຕົ້າໂຮມຄວາມສາມັກຄີທົ່ວອົງຄະນະພັກ ທົ່ວປວງຊົນບັນດາເຜົ່າໃຫ້ເປັນປຶກແຜ່ນ ເພື່ອພ້ອມກັນພັດທະນາແຂວງໃຫ້ຈະເລີນກ້າວໜ້າ.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ການກໍ່ສ້າງທາງລົດໄຟລາວ-ຈີນ ຢູ່ຈຸດສະຖານີນາເຕີຍ, ສະຖານີບໍ່ເຕັນ ແລະ ການຈັດສັນບ່ອນຢູ່ໃໝ່ໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງທາງດັ່ງກ່າວ ຢູ່ຈຸດບ້ານນາເຕີຍ. ສໍາລັບການກໍ່ສ້າງທາງລົດໄຟລາວ-ຈີນ ຊ່ວງຜ່ານແຂວງຫລວງນໍ້າທາ ມາຮອດປັດຈຸບັນແມ່ນພວມຢູ່ໃນໄລຍະອອກແບບສະຖານີບໍ່ເຕັນ ແລະ ສະຖານີນາເຕີຍ ເພື່ອໃຫ້ແທດເໝາະກັບສະພາບຕົວຈິງ ແລະ ສາມາດຮອງຮັບການພັດທະນາທີ່ຈະມີຂຶ້ນໃນອະນາຄົດ, ສາມາດກາຍເປັນຈຸດສູນກາງໃນການເຊື່ອມຈອດລະຫວ່າງ ສປ ຈີນ ກັບພາກພື້ນອາຊຽນ ແລະ ສາກົນ.
ພ້ອມນີ້, ທ່ານຮອງນາຍົກ ກໍໄດ້ເຄື່ອນໄຫວຢ້ຽມຢາມໂຄງການກໍ່ສ້າງດ່ານຜ່ານລົດຂົນສົ່ງສິນຄ້າສາກົນບໍ່ເຕັນທີ່ສຳເລັດການກໍ່ສ້າງແລ້ວເມື່ອບໍ່ດົນມານີ້ ແລະ ຈະເປີດໃຫ້ລົດຂົນສົ່ງສິນຄ້າສາມາດຜ່ານໄປ-ມາໄດ້ ແລະ ຢ້ຽມຢາມເຂດເສດຖະກິດພິເສດບໍ່ເຕນແດນງາມ ທີ່ຕັ້ງຢູ່ໃກ້ກັບດ່ານສາກົນບໍ່ເຕນ ອັນຈະກາຍເປັນສູນລວມທາງດ້ານເສດຖະກິດ, ການເງິນ, ການລົງທຶນແຫ່ງໃໝ່ຂອງລາວໃນອະນາຄົດ.